ຊ່າງ - ໄຟຟ້າ
Release Date: 03 Dec 2025
Job Category: Electrical, Maintainance, Other
Job Type: Full Time
Job Location: Sepon Site
Closing Date: 14 Dec 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມງານ - ໄຟຟ້າ, ຕຳແໜ່ງ ຊ່າງ - ໄຟຟ້າ ມີ​ໜ້າ​ທີ່ຮັບຜິດຊອບ ​ໃນ​ການຮັບປະກັນໃຫ້ວຽກງານບຳລຸງຮັກສາ (ວາງ​ແຜນ, ປ້ອງກັນ ແລະ ການ​​ເປ​ເພ) ​ຂອງໂຮງງານ ໄດ້ດຳເນີນໄປຢ່າງປອດໄພ ແລະ ທັນການ. ທ່ານຈະເປັນຫຼັກໃນການ​ເຮັດໃຫ້ແນ່ໃຈວ່າໂຮງ​ງານມີ​ຄວາມ​ພ້ອມ, ມີເປົ້າຫມາຍ, ​ດ້ານງົບປະມານ ແລະ ບັນ​ລຸຈຸດປະສົງໃນແຕ່ລະວັນ.

ຄວາມ​ຮັບ​ຜິດ​ຊອບຫຼັກ​ປະ​ກອບ​ມີ:

  • ທັກສະການເຮັດ​ວຽກ​ກ່ຽວ​ກັບ​ການກະຈາຍພະລັງງານ​ໄຟ​ຟ້າ​ແຮງ​ສູງ (HV), ປານ​ກາງ (MV) ແລະ ຕ່ຳ (LV), ມໍເຕີໄຟຟ້າສະຕັດສ ແບບປັບຄວາມໄວໄດ້ (VSDs), ມໍເຕີໄຟຟ້າ ສະຕັດ​ສແບບເຕັມກຳລັງ (DOL​s), ສັນ​ຍານ​ຟ້າ​ຜ່າ, ການປ້ອງກັນຟ້າຜ່າ, ລະບົບພື້ນດິນ, ກະດານກະຈາຍ​ໄຟ​ຟ້າ, ການບໍາລຸງຮັກສາຫມໍ້ແປງໄຟຟ້າ ແລະ ລະບົບໄຟຟ້າອື່ນໆ.
  • ຮັບປະກັນວ່າວຽກງານທີ່ມອບໝາຍໃຫ້ຖືກປະຕິບັດໃຫ້ຖືກຕ້ອງຕາມວິຊາສະເພາະ ແລະ ມາດຕະຖານຄຸນນະພາບທີ່ຕ້ອງການ.
  • ມີ​ຄວາມເຂົ້າໃຈ​ວຽກໂຄງການ ແລະ/ຫຼື ຂັ້ນຕອນການວາງແຜນການບຳລຸງຮັກສາ ແລະ ສາມາດເຮັດສຳເລັດຕາມ ການຊີ້ນຳຂອງ ຫົວໜ້າ​ຄຸມ​ງານ ຫຼື ຜູ້ທີ່​ຖືກ​ແຕ່ງ​ຕັ້ງ.
  • ສົ່ງເສີມ​ສະ​ຖານ​ທີ່ເຮັດວຽກໃຫ້​ມີ​ຄວາມປອດໄ​​ພ ​ໂດຍຜ່ານການສະແດງ​ອອກທາງພຶດ​ຕິ​ກຳສ່ວນຕົວ ແລະ ຄວາມມຸ່ງໝັ້ນຕໍ່ຄວາມ ປອດໄພ ແລະ ​ຕໍ່ສິ່ງແວດລ້ອມ, ເປັນ​ແບບ​ຢ່າງ​ການ​ປະ​ຕິ​ບັດ​ວຽກ​ທີ່​ດີ​ຕໍ່​ຜູ້​ອື່ນ.

ປະສົບການ, ທັກສະ ແລະ ຄຸນວຸດທິ:

  • ຈົບ​ການ​ສຶກ​ສາ​ຈາກ​ ສູນ​ພັດ​ທະ​ນາ​ສີ​ມື​ແຮງ​ງານວິ​ຊາ​ຊີບ, ຊັ້ນ​ກາງ ຫຼື ຊັ້ນ​ສູງ ສາ​ຂາ​ໄຟ​ຟ້າ ຫຼື ສາ​ຂາ​ທີ່​ກ່ຽວ​ຂ້ອງ
  • ​​ມີປະ​ສົບ​ການ​ຢ່າງ​ນ້ອຍ 3-5 ປີ ໃນ​ຂະ​ແໜງ​ໄຟ​ຟ້າ.
  • ​ມີປະ​ສົບ​ການ​ດ້ານ​ບໍ່​ແຮ​່ມາ​ກ່ອນ (ຈະພິຈາລະນາເປັນພິເສດ).
  • ສາ​ມາດ​ເຮັດ​ວຽກ​ທີ່​​ສອດ​ຄ່ອງ​ກັບ​ລະ​ບຽບ​ການ​ປະ​ຕິ​ບັດ​ວຽກ ແລະ ການ​ຕິດ​ຕາມ​ທີ່​ໄດ້​ຕາມ​ມາດ​ຕະ​ຖານ.
  • ມີ​ຄວາມ​ສາ​ມາດ​ສື່​ສານ​ພາ​ສາ​ອັງ​ກິດ​ໃນ​ລະ​ດັບ​ດີ.
  • ​ປະ​ສົບ​ການ​ດ້ານສ້ອມແປງສາຍໄຟຟ້າແຮງສູງ, ລວມທັງການຕັດຕໍ່ສາຍໄຟຟ້າແຮງສູງ ແລະ ການ​ເຂົ້າຫົວສາຍໄຟຟ້າແຮງສູງ (ຈະ​ພິ​ຈາ​ລະ​ນາ​ເປັນ​ພິ​ເສດ).
  • ​ປະ​ສົບ​ການ​ດ້ານກວດກາ ແລະ ຄວບຄູມອູປະກອນໄຟຟ້າ​ແຮງ​ສູງ (ຈະ​ພິ​ຈາ​ລະ​ນາ​ເປັນ​ພິ​ເສດ).

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 14 ທັນວາ 2025.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200 ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686

imgBack