ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວ ໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ - ໄຟຟ້າ, ຕຳແໜ່ງ ຊ່າງ - ໄຟຟ້າ ມີໜ້າທີ່ຮັບຜິດຊອບ ໃນການຮັບປະກັນໃຫ້ວຽກງານບຳລຸງຮັກສາ (ວາງແຜນ, ປ້ອງກັນ ແລະ ການເປ່ເພ) ຂອງໂຮງງານ ໃຫ້ໄດ້ດຳເນີນໄປຢ່າງປອດໄພ ແລະ ທັນການ. ທ່ານຈະເປັນຫຼັກໃນການເຮັດໃຫ້ແນ່ໃຈວ່າໂຮງງານມີຄວາມພ້ອມ, ມີເປົ້າໝາຍ, ດ້ານງົບປະມານ ແລະ ບັນລຸຈຸດປະສົງໃນແຕ່ລະວັນ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ທັກສະການເຮັດວຽກກ່ຽວກັບການກະຈາຍພະລັງງານໄຟຟ້າແຮງສູງ (HV), ປານກາງ (MV) ແລະ ຕ່ຳ (LV), ມໍເຕີໄຟຟ້າສະຕັດສ ແບບປັບຄວາມໄວໄດ້ (VSDs), ມໍເຕີໄຟຟ້າ ສະຕັດສແບບເຕັມກຳລັງ (DOLs), ສັນຍານຟ້າຜ່າ, ການປ້ອງກັນຟ້າຜ່າ, ລະບົບພື້ນດິນ, ກະດານກະຈາຍໄຟຟ້າ, ການບໍາລຸງຮັກສາຫມໍ້ແປງໄຟຟ້າ ແລະ ລະບົບໄຟຟ້າອື່ນໆ.
- ຮັບປະກັນວ່າວຽກງານທີ່ມອບໝາຍໃຫ້ຖືກປະຕິບັດໃຫ້ຖືກຕ້ອງຕາມວິຊາສະເພາະ ແລະ ມາດຕະຖານຄຸນນະພາບທີ່ຕ້ອງການ.
- ມີຄວາມເຂົ້າໃຈວຽກໂຄງການ ແລະ/ຫຼື ຂັ້ນຕອນການວາງແຜນການບຳລຸງຮັກສາ ແລະ ສາມາດເຮັດສຳເລັດຕາມ ການຊີ້ນຳຂອງ ຫົວໜ້າຄຸມງານ ຫຼື ຜູ້ທີ່ຖືກແຕ່ງຕັ້ງ.
- ສົ່ງເສີມສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ ໂດຍຜ່ານການສະແດງອອກທາງພຶດຕິກຳສ່ວນຕົວ ແລະ ຄວາມມຸ່ງໝັ້ນຕໍ່ຄວາມ ປອດໄພ ແລະ ຕໍ່ສິ່ງແວດລ້ອມ, ເປັນແບບຢ່າງການປະຕິບັດວຽກທີ່ດີຕໍ່ຜູ້ອື່ນ.
ປະສົບການ, ທັກສະ ແລະ ຄຸນວຸດທິ:
- ຈົບການສຶກສາຈາກ ສູນພັດທະນາສີມືແຮງງານວິຊາຊີບ, ຊັ້ນກາງ ຫຼື ຊັ້ນສູງ ສາຂາໄຟຟ້າ ຫຼື ສາຂາທີ່ກ່ຽວຂ້ອງ
- ມີປະສົບການຢ່າງນ້ອຍ 3-5 ປີ ໃນຂະແໜງໄຟຟ້າ.
- ມີປະສົບການດ້ານບໍ່ແຮ່ມາກ່ອນ (ຈະພິຈາລະນາເປັນພິເສດ).
- ສາມາດເຮັດວຽກທີ່ສອດຄ່ອງກັບລະບຽບການປະຕິບັດວຽກ ແລະ ການຕິດຕາມທີ່ໄດ້ຕາມມາດຕະຖານ.
- ມີຄວາມສາມາດສື່ສານພາສາອັງກິດໃນລະດັບດີ.
- ປະສົບການດ້ານສ້ອມແປງສາຍໄຟຟ້າແຮງສູງ, ລວມທັງການຕັດຕໍ່ສາຍໄຟຟ້າແຮງສູງ ແລະ ການເຂົ້າຫົວສາຍໄຟຟ້າແຮງສູງ (ຈະພິຈາລະນາເປັນພິເສດ).
- ປະສົບການດ້ານກວດກາ ແລະ ຄວບຄູມອູປະກອນໄຟຟ້າແຮງສູງ (ຈະພິຈາລະນາເປັນພິເສດ).
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruit-ment@LXML.LA.
ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 4 ມີນາ 2025.
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ. ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200 ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686