ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ເຊໂປນ, ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ນັກທໍລະນີສາດອາວຸໂສ - ແຫຼ່ງແຮ່ສະສົມ, ຕຳແໜ່ງ: ຜູ້ຊ່ວຍ - ນັກທໍລະນີສາດ ມີໜ້າທີ່ຮັບຜິດຊອບ ປະມວນຜົນຂອງຕົວຢ່າງແຮ່, ລວມທັງທ່ອນຕົວແບບ, ການຄວບຄຸມຄຸນນະພາບແຮ່, ເພື່ອລວບລວມ ແລະ ຊ່ວຍໃນການວິເຄາະ ຂໍ້ມູນທາງວິທະຍາ ເພື່ອໃຫ້ໄດ້ມູນຄ່າສູງສຸດ ຈາກການຄວບຄຸມປະລິມານຄຸນນະພາບແຮ່.
ຄວາມຮັບຜິດຊອບຫຼັກປະກອບມີ:
- ກະກຽມທ່ອນຕົວແບບ ແລະ ການຄວບຄຸມຄຸນນະພາບແຮ່ (ການໝາຍຂີດ, ການທຳຄວາມສະອາດ, ການບັນທຶກຄຸນນະພາບຂອງຫີນ).
- ດຳເນີນການເກັບຕົວຢ່າງ ຫລັງຈາກນັກທໍລະນີສາດ ບັນທຶກຂໍ້ມູນ ແລະ ນຳສົ່ງຕົວຢ່າງເຂົ້າໄປວິໄຈໃຫ້ທັນເວລາ.
- ຖ່າຍຮູບທ່ອນຕົວແບບ ແລະ ວັດຄ່າ ຫາຄວາມໜາແໜ້ນ.
- ເກັບຕົວຢ່າງຈາກຈຸດຂຸດເຈາະ.
- ບັນທຶກບົດລາຍງານປະຈຳວັນ ແລະ ອັບເດດພື້ນທີ່ ທຳການເຈາະ ລົງໃນກະດານທີ່ມີຢູ່ໃນສາງເກັບຕົວຢ່າງ.
- ຊ່ວຍນັກທໍລະນີສາດເມື່ອຕ້ອງການ.
ຄຸນວຸດທິ, ທັກສະ ແລະ ປະສົບການ:
- ຮຽນຈົບມັດທະຍົມຕອນປາຍຂຶ້ນໄປ.
- ມີທັກສະຄວາມຮູ້ພື້ນຖານທາງທໍລະນີສາດໃນຂົງເຂດຂຸດຄົ້ນບໍ່ແຮ່.
- ມີປະສົົບການ 1 ປີຂື້ນໄປໃນການເຮັດວຽກກ່ຽວກັບແຫຼ່ງແຮ່ສະສົມ ແລະ ໃນຂົງເຂດຂຸດຄົ້ນບໍ່ແຮ່.
- ມີປະສົບການໃນການເກັບຕົວຢ່າງຈາກເຄື່ອງຂຸດເຈາະ ຫຼື ການກຳນົດແຮ່.
- ມີປະສົບການເຮັດວຽກໃນສາງເກັບຕົວຢ່າງ.
- ມີທັດສະນະຄະຕິ ແລະ ການສື່ສານທີ່ດີ.
- ສາມາດຂັບຂີ່ລົດເບົາ ແລະ ມີໃບອະນຸຍາດຂັບຂີ່ ຢ່າງໜ້ອຍ ຫ້ອງ B.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 03 ກັນຍາ 2025.
ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686