Expression of Interest – Fixed Plant Maintenance | ປະກາດຕຳແໜ່ງງານ - ພະແນກບຳລຸງຮັກສາໂຮງງານ
Release Date: 13 Jan 2026
Job Category: Maintainance
Job Type: Full Time
Job Location: Sepon Site
Closing Date: 09 Feb 2026

ບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌ ຈຳກັດ (LXML) ດຳ​ເນີນ​ການ​ຂຸດ​ຄົ້ນ​ ແລະ ຜ​ະ​ລິດຄຳ ແລະ ​ທອງ​ທີ່ ບໍ່​ຄຳ-ທອງ ​ເຊ​ໂປນ, ເມືອງວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ, ສ​ປ​ປ ລາວ. ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສົ່ງເສີມການພັດທະນາຂອງລາວຜ່ານການຜະລິດຄຳ ແລະ ທອງແດງ ພ້ອມທັງມຸ່ງສູ່ຄວາມເປັນເລີດທາງທຸລະກິດໃນທຸກດ້ານ.

ເພື່ອສະໜັບສະໜູນການເຕີບໃຫຍ່ນີ້ ພວກເຮົາກໍາລັງຊອກຫາຕໍາແໜ່ງຕ່າງໆເພື່ອເຂົ້າຮ່ວມທີມງານບໍລຸງຮັກສາໂຮງງານ ເພື່ອຊ່ວຍໃຫ້ພວກເຮົາບັນລຸແຜນການ ເຕີບໃຫຍ່ ແລະ ເປັນສ່ວນໜຶ່ງຂອງອະນາຄົດທີ່ໜ້າຕື່ນເຕັ້ນນີ້. ພວກເຮົາກໍາລັງເປີດຮັບຫຼາຍຕໍາແໜ່ງໃນພະແນກບໍລຸງຮັກສາໂຮງງານຂອງພວກເຮົາ.

ຫົວໜ້າຄຸມງານ / ຜູ້ປະສານງານ - ບຳລຸງຮັກສາໂຮງງານ

  • ຮັບຜິດຊອບການສ້ອມແປງເຄື່ອງຈັກໂຮງງານ ເພື່ອໃຫ້ແນ່ໃຈວ່າການວາງແຜນ, ການສື່ສານ ແລະ ການປະຕິບັດວຽກບໍລຸງຮັກສາດ້ານເຄື່ອງຈັກສໍາເລັດຢ່າງປອດໄພຕາມກໍານົດເວລາ.
  • ທົບທວນ ແລະ ກະກຽມ ອົງປະກອບຕ່າງໆ ຂອງວຽກເພື່ອແນ່ໃຈວ່າ ແຕ່ລະທີມສາມາດປະຕິບັດວຽກໄດ້ຢ່າງມີປະສິດທິພາບ.
  • ແນະນໍາ ແລະ ພັດທະນາ ສະມາຊິກ ໃນລະຫວ່າງການເຮັດວຽກ, ຊ່ວຍເຫຼືອໃນການແກ້ໄຂບັນຫາວຽກທີ່ຊັບຊ້ອນ.
  • ດໍາເນີນການປະຊຸມກ່ອນການເລີ່ມວຽກ, ມອບໝາຍວຽກໃຫ້ຊັດເຈນ ແລະ ປະເມີນຄວາມສ່ຽງ.
  • ສື່ສານ ແລະ ສົ່ງຕໍ່ຂໍ້ມູນວຽກງານໃຫ້ຜູ້ມີສ່ວນກ່ຽວຂ້ອງເພື່ອການວາງແຜນວຽກທີ່ຖືກຕ້ອງໃນອະນາຄົດ.
  • ກະກຽມ ແລະ ແບ່ງປັນຂໍ້ມູນ ສໍາລັບການປະຊຸມປະຈໍາວັນຂອງພະແນກ.
  • ແຈ້ງໃຫ້ຄະນະບໍລິຫານ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ກ່ຽວກັບສະຖານະຂອງອຸປະກອນ, ຄວາມສ່ຽງ, ແລະ ຄວາມຄືບໜ້າຂອງວຽກ.

 

ພະນັກງານ - ຊ່າງໄຟຟ້າ, ຊ່າງສ້ອມແປງ ແລະ ຊ່າງຕັ້ງນັ່ງຮ້ານ

  • ສະໜັບສະໜູນການດໍາເນີນງານຂອງໂຮງງານ ທີ່ປອດໄພ ແລະ ເຊື່ອຖືໄດ້ ໂດຍຜ່ານການບໍລຸງຮັກສາ, ການກວດກາ ແລະ ການປະຕິບັດວຽກງານ.
  • ກວດກາ ແລະ ຊອກຫາຂໍ້ບົກພ່ອງ, ແຈ້ງບັນຫາໃຫ້ຫົວໜ້າສາຍງານໄດ້ຮັບຮູ້.
  • ກວດກາເຄື່ອງມື ແລະ ອຸປະກອນທີ່ຈໍາເປັນສໍາລັບວຽກ ແລະ ຢູ່ໃນສະພາບທີ່ພ້ອມໃຊ້ງານ.
  • ຊ່ວຍເຫຼືອໃນການແກ້ໄຂບັນຫາ ແລະ ການສ້ອມແປງ, ໃຫ້ຄວາມຊ່ວຍເຫຼືອໃນໄລຍະ ການບໍາລຸງຮັກສາ, ການປິດໂຮງງານເພື່ອປັບປຸງ ແລະ ການເປ່ເພໂດຍບັງເອີນ.
  • ເຮັດວຽກທີ່ຖືກມອບໝາຍຕາມລະບຽບ, ໃບອະນຸຍາດ ແລະ ຄວາມປອດໄພ.
  • ສື່ສານຄວາມຄືບໜ້າຂອງວຽກ ແລະ ບັນຫາອຸປະກອນໃຫ້ຫົວໜ້າໜ່ວຍງານເພື່ອການຕິດຕາມວຽກທີ່ມີປະສິດທິພາບ.

 

ວິສະວະກອນ - ດ້ານກົນຈັກ, ດ້ານໄຟຟ້າ, ດ້ານອຸປະກອນວັດແທກ ແລະ ຂໍ້ມູນຂ່າວສານ

  • ບໍາລຸງຮັກສາ ແລະ ປັບປຸງ ການດໍາເນີນງານ ແລະ ຄວາມສະຖຽນ ຂອງລະບົບໂຮງງານ.
  • ທົບທວນ ແລະ ກະກຽມເອກະສານທາງເທັກນິກ ແນ່ໃຈວ່າທີມງານມີຂໍ້ມູນທີ່ຖືກຕ້ອງສໍາລັບການບໍາລຸງຮັກສາ.
  • ຊ່ວຍໃນການຊອກຫາບັນຫາ, ທົບທວນຂໍ້ມູນ ແລະ ຊ່ວຍປັບປຸງປະສິດທິພາບໃນວຽກບໍາລຸງຮັກສາ.


ຂໍ້ກໍານົດສໍາຄັນສໍາລັບທຸກຕໍາແໜ່ງ:

  • ມີວຸດທິດ້ານການຊ່າງທີ່ກ່ຽວຂ້ອງ ແລະ ປະລິນຍາຕີດ້ານວິສະວະກໍາສາດ.
  • ມີປະສົບການຢ່າງໜ້ອຍ 2 ປີ ນໍາບໍ່ແຮ່ ຫຼື ໂຮງງານປຸງແຕ່ງແຮ່.
  • ມີຄວາມເຂົ້າໃຈກ່ຽວກັບອຸປະກອນໂຮງງານ, ກິດຈະກໍາບໍາລຸງຮັກສາ ແລະ ວິທີປະຕິບັດວຽກທີ່ປອດໄພ.
  • ສາມາດອ່ານ ແລະ ເຮັດວຽກຈາກແບບແຜນວາດ, ແຜນບໍາລຸງຮັກສາ ແລະ ເອກະສານວຽກວິສະວະກໍາ.
  • ມີທັກສະການວາງແຜນ, ການຈັດຕາຕະລາງ ຫຼື ການປະສານງານ.
  • ມີຄວາມໝັ້ນໃຈໃນການແກ້ໄຂບັນຫາ ແລະ ມີແນວທາງໃນການແກ້ໄຂບັນຫາທາງເທັກນິກ.
  • ມີປະສົບການໃນການເຮັດວຽກກັບທີມງານບໍລຸງຮັກສາ, ການດໍາເນີນງານ, ວິສະວະກໍາ ແລະ ຜູ້ຮັບເໝົາ.
  • ມີທັກສະການສື່ສານທີ່ດີ ແລະ ສາມາດເຮັດວຽກໃນສະພາບແວດລ້ອມຫຼາຍວັດທະນະທໍາໄດ້ຢ່າງມີປະສິດທິພາບ.
  • ມີທັກສະໃນການນຳໃຊ້ຄອມພິວເຕີ ລວມທັງ Microsoft Office; ສາມາດນໍາໃຊ້ CMMS/Pronto ແມ່ນຈະພິຈາລະນາເປັນພິເສດ.

 

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.   ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 09 ກຸມພາ 2026.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200

ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

-------------------

Chifeng Gold’s Lane Xang Minerals Limited Company (LXML) operates the Sepon Gold and Copper Operation, located in Vilabouly District, Savannakhet Province, Lao PDR. We are committed to the development of Laos through our production of cooper and gold, whilst striving for business excellence throughout the business.

In support of this growth, we are looking for the following roles to join our Fixed Plant Maintenance team to deliver on our growth plans and be a part of this exciting future. We are looking for multiple roles to fill in our Fixed Plant Maintenance Department:

Supervisor/Coordinator – Maintenance
• Responsible for our fixed plant equipment ensuring that mechanical maintenance work is completed to schedule and to the required work specifications.
• Review and prepare components for tasks to ensure each team can complete work effectively.
• Guide and develop team members during jobs, assist with troubleshooting on complex tasks.
• Conduct effective pre-start meetings, clearly allocating tasks and identifying risks.
• Communication and escalation of work tasks and key issues to key stakeholders.
• Prepare and share information ready for daily department meetings.
• Communicate equipment status, risks, and work progress to maintenance leadership and stakeholders.

Trade– Electrical, Mechanical & Scaffolding
• Support the safe and reliable operation of fixed plant equipment by undertaking preventative maintenance inspections and planned corrective work.
• Conduct inspections and identify defects, escalating issues to supervisors as required.
• Check that tools and equipment needed for the task are available and good to use.
• Assist with troubleshooting and repairs, provide practical support during routine maintenance, shutdowns and breakdowns.
• Complete work in accordance with procedures, permits, and safety requirements.
• Communicate task progress and equipment issues to supervisors to support effective follow up work.

Engineering – Mechanical, Electrical, Instrumentation & IT
• Provide technical support to maintain and improve the performance and reliability of fixed plant equipment and systems.
• Review and prepare technical documents to ensure the team has the right information to safely execute work to the required specifications.
• Assist with data analysis and equipment trouble shooting.

All Position Key Requirements:
• Relevant Trade qualifications, and bachelor’s degrees in engineering disciplines.
• At least 2 years’ previous experience in mining or processing plant operations.
• Good understanding of fixed plant equipment, daily maintenance activities and safe work practices.
• Ability to read and work from technical drawings, maintenance plans and engineering documents.
• Good planning, scheduling or coordination skills.
• Confident in practical troubleshooting with a strong approach to solving technical issues.
• Experience working with maintenance, operations, engineering and contractor teams.
• Good communication skills and ability to work effectively in multicultural environments.
• Good computer skills, including Microsoft Office; experience with CMMS/Pronto is an advantage.

An attractive salary package, including performance-based incentives and other benefits is on offer for this role. This is a great opportunity to join an existing world class mining operation and contribute towards the ongoing development of the biggest and best mining company in the Lao PDR.

To join the next generations' global mining company, please submit your application online in either Word (.doc) or Adobe (.pdf) format online to Recruitment@LXML.LA. All applications will close 09 February 2026.

Only shortlisted candidates will be contacted for interview, and your submitted documents will not be returned.

Phonsinuan Village, P.O. Box 4486, Vientiane, Lao PDR Tel: +856 21 268 200
NalaoVillage, Kaisone District, Savannakhet Tel: +856 41 212686

 

imgBack