ຫົວໜ້າຄຸມງານ ຊີເຈາະ
Release Date: 20 Feb 2025
Job Category: Other
Job Type: Full Time
Job Location: Sepon Site
Closing Date: 05 Mar 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າສາຍງານອາວຸໂສ - ດ້ານຊີເຈາະ, ຕຳແໜ່ງ ຫົວໜ້າຄຸມງານ ຊີເຈາະ ມີ​ໜ້າ​ທີ່ຮັບຜິດຊອບໃນການນຳພາທີມເຈາະ ເພື່ອບັນລຸເປົ້າໝາຍ ການດຳເນີນການຂຸດເຈາະໃນແຕ່ລະພື້ນທີ່ ທີ່ໄດ້ຖືກມອບໝາຍໄວ້, ເສີມຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງ ການສື່ສານລະຫວ່າງ ຊ່າງເຈາະ ແລະ ນັກທໍລະນີສາດ, ຜູ້ຈັດການພື້ນທີ່, ຮັບປະກັນວ່າຊ່າງເຈາະ ແລະ ທີມງານທຸກຄົນໄດ້ ຮັບການຝຶກອົບຮົມ ຢ່າງຖືກຕ້ອງໃນຂົງເຂດການເຈາະ ແລະ ດ້ານຄວາມປອດໄພ, ສຸຂະພາບ, ສິ່ງແວດລ້ອມ, ຂົງເຂດຊຸມຊົນ ແລະ ຂົງເຂດອື່ນໆ ທີ່ເປັນໄປຕາມທີ່ຜູ້ຄຸມງານຕ້ອງການ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ບໍລິຫານຈັດການວຽກງານຊີເຈາະພາກສະໜາມທັງໝົດ (ຈັກເຈາະທັງໝົດ) ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ຕາມ​ແຜນການ.
  • ຮັບ​ຜິດ​ຊອບ​ທຸກ​ດ້ານ​ຂອງ​ກິດ​ຈະ​ກໍາ​ການ​ເຈາະ​, ພະນັກງານ​, ອຸ​ປະ​ກອນ​, ການ​ເຄື່ອນ​ໄຫວ​ເຈາະ​.
  • ຮັບປະກັນການລາຍງານທີ່ຖືກຕ້ອງກັບສາຍລາຍງານທີ່ກ່ຽວຂ້ອງ.
  • ລາຍງານບັນຫາ ຫຼື ຄວາມຊັກຊ້າທີ່ອາດຈະເກີດຂຶ້ນ ໃຫ້ຫົວໜ້າ ເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບກັບແຜນຊີເຈາະ.
  • ເຮັດວຽກຮ່ວມກັບພະແນກການອື່ນໆ ເຊັ່ນ: ພະແນກບໍາລຸງຮັກສາ ເພື່ອຮັບປະກັນການຊີເຈາະ ຢູ່ໃນສະພາບການທີ່ພ້ອມດໍາເນີນງານ ແລະ ແຈ້ງຂໍ້ບົກພ່ອງຂອງກົນຈັກຢ່າງທັນການ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ມີປະສົບການການຊີ້ນໍາການຊີເຈາະ 5 ປີຂຶ້ນໄປ.
  • ວຸດທິການສຶກສາ ຈົບສາມັນສຶກສາ ມໍ 7 ຂຶ້ນໄປ.
  • ມີຄວາມຊໍານິຊໍານານໃນການຊີ້ນໍາຂອງທີມຊີເຈາະ (ທັກສະການຄູມຄົນ) ແລະ ໃນການປະຕິບັດການຊີເຈາະ RC ແລະ Diamond (ທັກສະການແກ້ໄຂບັນຫາຂອງການຊີເຈາະ ແລະ ຮູເຈາະ).

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.

ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 5 ມີນາ 2025.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ. ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack