ວິຊາການ - ສ້ອມແປງລົດເບົາ
Release Date: 16 Dec 2025
Job Category:
Job Type: Full Time
Job Location: Sepon Site
Closing Date: 29 Dec 2025

 

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມງານ - ສ້ອມແປງກົນຈັກເຄື່ອນທີ່, ຕຳແໜ່ງ: ວິຊາການ - ສ້ອມແປງລົດເບົາ ມີໜ້າທີ່ຮັບຜິດຊອບ ໃນການສ້ອມແປງ ແລະ ບໍາລຸງຮັກສາລົດເບົາ ແລະ ສະໜັບສະໜູນອຸປະກອນ ໃຫ້ມີຄຸນນະພາບສູງ ແລະ ຄຸ້ມຄ່າດ້ານໃຊ້ຈ່າຍ, ເຮັດວຽກທັງຫມົດໃຫ້ສໍາເລັດ ສອດຄ່ອງກັບຂໍ້ກຳນົດດ້ານຄວາມປອດໄພ ແລະ ມາດຕະຖານຂອງບໍລິສັດ ແລະ ໃຫ້ການສະໜັບສະໜູນທີມງານເມື່ອມີຄວາມຈຳເປັນ.
ຄວາມຮັບຜິດຊອບຫຼັກປະກອບມີ:
• ສ້ອມແປງລົດເບົາ ແລະ ອຸປະກອນສະໜັບສະໜູນໃຫ້ມີຄວາມປອດໄພ ແລະ ເຊື່ອຖືໄດ້.
• ດຳເນີນງານຕາມມາດຕະຖານສູງ ແລະ ເຊື່ອຖືໄດ້ ເພື່ອຮັກສາປະສິດທິພາບຂອງອຸປະກອນໃຫ້ໃຊ້ໄດ້ຍາວນານ.
• ສາມາດໃຊ້ໂປຣແກຣມຄອມພິວເຕີຂັ້ນພື້ນຖານ ເພື່ອຂຽນບັນທຶກການບໍາລຸງຮັກສາ ແລະ ເຂົ້າເຖິງຂໍ້ມູນທາງດ້ານເຕັກນິກໄດ້ງ່າຍ.
• ປະຕິບັດຕາມຄຳແນະນຳຂອງ ຫົວໜ້າຄຸມງານ - ສ້ອມແປງກົນຈັກເຄື່ອນທີ່ ເພື່ອສຳເລັດວຽກງານສ້ອມແປງປະຈຳວັນ.
• ມີຄວາມສາມາດໃນການອ່ານ ແລະ ເຂົ້າໃຈ ຄູ່ມືອະໄຫຼ່ ແລະ ແບບຮ່າງທາງເທັກນິກ.
• ສະໜັບສະໜູນການປະຕິບັດວຽກຢ່າງປອດໄພພາຍໃນທີມງານ.
• ສະໜັບສະໜູນທີມສ້ອມແປງລົດເບົາ ໃນວຽກງານປະຈຳວັນຂອງອຸ່ສ້ອມແປງລົດເບົາ.

ປະສົບການ, ທັກສະ ແລະ ຄຸນວຸດທິ:
• ສຳເລັດການສຶກສາລະດັບມັດທະຍົມຕອນປາຍ.
• ມີປະສົບການໃນການເຮັດວຽກກັບອຸປະກອນເຄື່ອນທີ່.
• ໄດ້ຮັບໃບປະກາດຊ່າງລົດເບົາ.
• ມີຄວາມຮູ້ພື້ນຖານດ້ານຄອມພິວເຕີ.
• ມີຄວາມຊຳນານໃນການອ່ານ ແລະ ແປຄູ່ມືອະໄຫຼ່ ແລະ ແບບຮ່າງເຕັກນິກ.
• ມີໃບຂັບຂີ່ລົດປະເພດ B ຂອງລາວ.


ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.


ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 29 ທັນວາ 2025.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200
ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686

imgBack