ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ - ເກັບກູ້ລະເບີດຂັ້ນ 2, ຕຳແໜ່ງ: ວິຊາການພາກສະໜາມ ເກັບກູ້ລະເບີດຂັ້ນ 1 ແມ່ນມີໜ້າທີ່ຮັບຜິດຊອບ ໃນການໃຫ້ກາານສະໜັບສະໜູນດ້ານທັກສະທີ່ຫຼາກຫຼາຍໃຫ້ແກ່ວຽກງານພາກສະໜາມ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ປະສິດທິພາບໃນການປະຕິບັດງານ. ໜ້າທີ່ຫຼັກປະກອບມີວຽກງານເກັບກູ້ລະເບີດ ວິຊາການຂັ້ນ 1, ກວດລະເບີດຢູ່ຮູເຈາະສະຫຼວດແຮ່ ແລະ ລວມເຖິງວຽກງານຖາງປ່າ. ຕຳແໜ່ງນີ້ຍັງມີໜ້າທີ່ຮັບຜິດຊອບໃນການຊີ້ບອກ ແລະ ແກ້ໄຂ ສິ່ງທີ່ຈະເປັນອັນຕະລາຍ ໃນພາກສະໜາມ ເພື່ອຮັກສາມາດຕະຖານຄວາມປອດໄພໃຫ້ຢູ່ໃນລະດັບສູງ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ໜ້າທີ່ຮັບຜິດຊອບຂອງ ວິຊາການພາກສະໜາມ – ເກັບກູ້ລະເບີດຂັ້ນ 1
- ພາກສະໜາມ:
- ດຳເນີນການກວດກູ້ລະເບີດ:
- ກວດກູ້ລະເບີດໜ້າດິນ
- ກວດກູ້ລະເບີດເຂດຂຸດຄົ້ນແຮ່ (ມີສະພາບຮ່າງກາຍແຂງແຮງ ແລະ ສາມາດເຮັດວຽກກາງຄືນໄດ້)
- ຊ່ວຍເຫຼືອໃຫ້ແກ່ວຽກງານທຳລາຍລະເບີດແບບເຄື່ອນທີ່
- ຊ່ວຍເຫຼືຶອ ເພື່ອເຮັດໃຫ້ວຽກງານທຳລາຍລະເບີດດຳເນີນການດ້ວຍຄວາມປອດໄພ
- ສະໜັບສະໜູນວຽກງານກວດກູ້ລະເບີດຕາມແຜນການສຳຫຼວດແຮ່ທາດ
- ສະໜັບສະໜູນວຽກງານຖາງປ່າດ້ວຍກົນຈັກ
- ນຳໃຊ້ຈັກຕັດຫຍ້າ (ມີສະພາບຮ່າງກາຍແຂງແຮງ)
- ປະຕິບັດໜ້າທີ່ອື່ນໆ ຕາມຄວາມເໝາະສົມ ໃນລະດັບຄວາມຮັບຜິດຊອບແບບດຽວກັນ
- ດຳເນີນການກວດກູ້ລະເບີດ:
- ຄວາມປອດໄພ ແລະ ການປະຕິບັດຕາມຂໍ້ກຳນົດ:
- ປະຕິບັດໜ້າວຽກຕາມໜ້າທີ່ຮັບຜິດຊອບ ແລະ ມີຄວາມປອດໄພ
- ຮັບຜິດຊອບຄວາມປອດໄພຂອງຕົນເອງ ແລະ ຜູ້ອື່ນ
- ປະຕິບັດຕາມຄຳແນະນຳ ແລະ ຂໍ້ກຳນົດດ້ານຄວາມປອດໄພ
- ນຳໃຊ້ອຸປະກອນດ້ານຄວາມປອດໄພ ແລະ ອຸປະກອນປ້ອງກັນສ່ວນບຸກຄົນໃຫ້ຖືກຕ້ອງ ແລະ ສະໝ່ຳສະເໝີ
- ລາຍງານສິ່ງທີ່ຈະເປັນອັນຕະລາຍ ໃຫ້ຫົວໜ້າຄຸມງານຮັບຮູ້ທັນທີ ຫາກບໍ່ສາມາດດຳເນີນການແກ້ໄຂໄດ້
- ມີສ່ວນຮ່ວມໃນການຈຳແນກຄວາມອັນຕະລາຍ ແລະ ຊອກວິທີແກ້ໄຂ
- ການເຮັດວຽກເປັນທີມ ແລະ ການພັດທະນາຕົນເອງ:
- ໃຫ້ການຮ່ວມມືເຮັດວຽກເປັນທີມຢ່າງມີປະສິດທິພາບ
- ບໍລິຫານຕົນເອງ ແລະ ຄວາມຮັບຜິດຊອບຕາມບົດບາດໜ້າທີ່
- ໃຫ້ຄຳເຫັນ ແລະ ມີສ່ວນຮ່ວມໃນການແກ້ໄຂບັນຫາໃນໜ້າວຽກ
- ເຂົ້າຮ່ວມການຝຶກອົບຮົມຢ່າງຕໍ່ເນື່ອງ ເພື່ອພັດທະນາ ຄວາມຮູ້ ແລະ ທັກສະກ່ຽວກັບໜ້າວຽກພາກສະໜາມ
ປະສົບການ, ທັກສະ ແລະ ຄຸນວຸດທິ:
- ຈົບການສຶກສາຊັ້ນມັດທະຍົມ ຫຼື ທຽບເທົ່າ
- ມີໃບອະນຸຍາດຂັບຂີ່ພາຫະນະຫ້ອງ B&C ຈະພິຈາລະນາເປັນເປັນພິເສດ
- ມີປະສົບການເຮັດວຽກກັບບໍ່ແຮ່, ວຽກສຳຫຼວດແຮ່, ຫຼື ວຽກງານເກັບກູ້ລະເບີດ ແມ່ນເປັນຂໍ້ໄດ້ປຽບ
- ມີໃບຮັບຮອງ ນັກວິຊາການເກັບກູ້ລະເບີດຂັ້ນ 1 (ຈາກອົງການທີ່ໄດ້ມີການຮັບຮອງຢ່າງຖືກຕ້ອງ)
- ສາມາດສື່ສານພາສາລາວ ໃນດ້ານການເວົ້າ ແລະ ການຂຽນໄດ້ດີ
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 18 ມັງກອນ 2026.
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200
ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686


Back