ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ ອາວຸໂສ - ດ້ານສິ່ງແວດລ້ອມ, ຕຳແໜ່ງ: ພະນັກງານ - ບໍລິການສິ່ງແວດລ້ອມ ມີໜ້າທີ່ຮັບຜິດຊອບ ໃນການເຮັດວຽກໃຫ້ກັບທີມງານ ບໍລິການສິ່ງແວດລ້ອມ ໂດຍການຂັບລົດ ແລະ ຂົນສົ່ງອຸປະກອນ ຕ່າງໆ ຢ່າງປອດໄພ ແລະ ມີປະສິດທິພາບ, ຂົນສົ່ງວັດສະດຸ ແລະ ເຄື່ອງມື, ພ້ອມທັງ ຮັບປະກັນໃຫ້ການດຳເນີນງານໃນພື້ນທີ່ເຮັດວຽກ ເປັນໄປຢ່າງຮຽບຮ້ອຍ. ດຳເນີນງານກວດກາປະຈຳວັນ, ຮັກສາຄວາມສະອາດ ແລະ ຄວາມປອດໄພຂອງພາຫະນະ, ປະຕິບັດຕາມລະບຽບຄວາມປອດໄພທັງໝົດ ແລະ ສື່ສານຢ່າງຊັດເຈນກັບຫົວໜ້າຄຸມງານ ແລະ ທີມງານ. ພ້ອມກັນນັ້ນ ຍັງໄດ້ຊ່ວຍເຫຼືອ ໜ້າທີ່ອື່ນໆ ຕາມທີ່ຈຳເປັນ, ຮັກສາບັນຍາກາດໃນການເຮັດວຽກໃນທາງທີ່ດີ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ພ້ອມທັງເຂົ້າຮ່ວມການຝຶກອົບຮົມເພື່ອພັດທະນາທັກສະຂອງຕົນເອງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ປະຕິບັດໜ້າທີ່ປະຈຳວັນ ແລະ ແຜນການດຳເນີນງານຕາມທີ່ໄດ້ຕົກລົງກັບ ຫົົວໜ້າຄຸມງານ ອາວຸໂສ ບໍລິການດ້ານສິ່ງແວດລ້ອມ.
- ຂັບຂີ່ລົດ ແລະ ຄວບຄຸມອຸປະກອນ ບໍລິການດ້ານສິ່ງແວດລ້ອມຢ່າງປອດໄພ ໂດຍປະຕິບັດຕາມຂັ້ນຕອນ ແລະ ກົດລະບຽບຈາລະຈອນຂອງບໍລິສັດ.
- ຂົນສົ່ງວັດສະດຸ, ເຄື່ອງມື ແລະ ອຸປະກອນໄປຍັງສະຖານທີ່ ທີ່ກຳນົດຕາມການມອບໝາຍ.
- ກວດກາພາຫະນະກ່ອນ ແລະ ຫຼັງການປະຕິບັດງານປະຈຳວັນ ແລະ ລາຍງານຂໍ້ບົກຜ່ອງ ຫຼື ຄວາມຈຳເປັນໃນການບຳລຸງຮັກສາໃຫ້ທັນເວລາ.
- ຮັກສາພາຫະນະໃຫ້ສະອາດ, ຢູ່ໃນສະພາບດີ, ບັນຈຸສິ່ງຂອງຢ່າງຖືກຕ້ອງ ແລະ ມີການມັດໃຫ້ໝັ້ນຄົງທຸກຄັ້ງກ່ອນການເດີນທາງ.
- ປະຕິບັດຕາມລະບຽບຄວາມປອດໄພທັງໝົດ, ໃສ່ເຄື່ອງປ້ອງກັນສ່ວນບຸກຄົນຕາມທີ່ກຳນົດໄວ້ ແລະ ປະຕິບັດຕາມກົດລະບຽບຂອງພື້ນທີ່ເຮັດວຽກຢ່າງເຂັ້ມງວດ.
- ສື່ສານຢ່າງຊັດເຈນ ກັບຫົວໜ້າຄຸມງານ ແລະ ທີມງານ ກ່ຽວກັບການມອບໝາຍວຽກ.
- ຊ່ວຍວຽກດ້ານການປະຕິບັດງານອື່ນໆຕາມຄວາມຈຳເປັນ ເພື່ອໃຫ້ການເຮັດວຽກເປັນໄປຢ່າງຮຽບຮ້ອຍ.
- ຮັກສາບັນຍາກາດການເຮັດວຽກ ໃຫ້ເປັນໄປໃນທາງທີ່ດີ ແລະ ເຄົາລົບເຊິ່ງກັນ ແລະ ກັນ ພ້ອມທັງສະໜັບສະໜູນການປັບປຸງຢ່າງຕໍ່ເນື່ອງ.
- ເຂົ້າຮ່ວມການຝຶກອົບຮົມ ແລະ ໃຫ້ຄຳເຫັນກ່ຽວກັບຄວາມຕ້ອງການພັດທະນາຂອງຕົນເອງ.
ປະສົບການ, ທັກສະ ແລະ ຄຸນວຸດທິ:
- ຈົບການສຶກສາຂັ້ນມັດທະຍົມຕອນຕົ້ນ ຫຼື ຕອນປາຍ ແມ່ນເປັນການດີ.
- ມີການຝຶກອົບຮົບ ຫຼື ພື້ນຖານດ້ານຄວາມປອດໄພ, ສຸຂະພາບ ແລະ ສິ່ງແວດລ້ອມ ມາກ່ອນຈະພິຈາລະນາເປັນພິເສດ.
- ມີປະສົບການເຮັດວຽກຢ່າງໜ່ອຍ 2 ປີ ໃນອຸດສະຫະກຳ ຫຼື ວຽກງານທີ່ກ່ຽວຂ້ອງ.
- ມີປະສົບການໃນການຂົນສົ່ງວັດສະດຸ, ການຈັດການຂີ້ເຫຍື້ອ ຫຼື ກ່ຽວຂ້ອງກັບການປະຕິບັດງານ ໃນໜ້າວຽກນີ້ມາກ່ອນແມ່ນພິຈາລະນາເປັນພິເສດ.
- ມີໃບຂັບຂີ່ລົດປະເພດ B ແລະ C.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 28 ມັງກອນ 2026.


Back