ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ - ສາງ, ຕຳແໜ່ງ: ພະນັກງານສາງ ມີໜ້າທີ່ຮັບຜິດຊອບໃນການໃຫ້ບໍລິການ ສາງສິນຄ້າ ແກ່ທຸກພະແນກ ແລະ ຜູ້ຮັບເໝົາ ເພື່ອສະໜັບສະໜູນຂະບວນການຜະລິດ ຄຳ-ທອງແດງ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ດຳເນີນກິດຈະກໍາຕາມການຈັດສັນຂອງຫົວໜ້າສາຍງານສາງ ໃນແຕ່ລະວັນ ເພື່ອຮັບປະກັນວ່າ ວຽກໄດ້ດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຢ່າງປອດໄພ ແລະ ສໍາເລັດຕາມເວລາທີ່ກໍານົດ.
- ເຮັດວຽກໄກ້ຊິດກັບທີມງານຂົນສົ່ງ ແລະ ກວດກາເອກະສານນໍາສົ່ງສິນຄ້າຢ່າງລະອຽດ ກ່ອນຂົນເຄື່ອງລົງຈາກລົດຂົນສົ່ງສິນຄ້າ.
- ກວດເຊັກສິນຄ້າທຸກໆລາຍການ ຢ່າງລະອຽກ ກ່ອນຮັບເຂົ້າໃນລະບົບ ແລະ ສາງເກັບມ້ຽນ, ເພື່ອຮັບປະກັນວ່າສິນຄ້າໄດ້ຮັບຢ່າງຖືກຕ້ອງ, ຈັດເກັບຮັກສາ ໃຫ້ຢູ່ໃນສະຖານທີ່ປອດໄພ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ໃຫ້ມີຄວາມສອດຄ່ອງຕາມຄວາມຕ້ອງການຂອງການດໍາເນີນງານ ຢ່າງສະໝ່ຳສະເໝີ.
- ເຮັດວຽກຢ່າງໃກ້ຊິດຮ່ວມກັບ ທີມງານຈັດຊື້ ແລະ ຕິດຕາມສິນຄ້າ, ເພື່ອຮັບປະກັນ ວ່າສິນຄ້າຖືກຕ້ອງຕາມລາຍການຕ່າງໆ ແລະ ພ້ອມທີ່ຈະສະໜອງໃຫ້ກັບວຽກງານ ຂອງໂຄງການຕາມຄວາມຮຽກຮ້ອງຕ້ອງການ.
- ກະກຽມ ແລະ ກວດເຊັກສິນຄ້າ ທີ່ລູກຄ້າເບີກອອກຈາກສາງ ເພື່ອຈັດສົ່ງໃຫ້ລູກຄ້າ ແຕ່ລະພະແນກ ໃນແຕ່ລະວັນ ຢ່າງລະອຽດ ແລະ ຖືກຕ້ອງ.
ຄຸນວຸດທິ, ທັກສະ ແລະ ປະສົບການ:
- ລະດັບການສຶກສາ ຢ່າງໜ້ອຍຈົບຊັ້ນລະດັບມັດທະຍົມຕອນປາຍ ຫລື ຈົບຊັ້ນສູງ ຂື້ນໄປ.
- ມີຄວາມເຂົ້າໃຈພື້ນຖານ ວຽກງານຂອງສາງເຄື່ອງ ແລະ ສິນຄ້າໃນສາງ.
- ມີຄວາມຮູ້ກ່ຽວກັບວຽກງານດ້ານຄວາມປອດໄພ ໃນຂະແໜງ ອຸດສະຫະກຳ ແລະ ບໍ່ແຮ່ ຈະພິຈາລະນາເປັນພິເສດ.
- ມີຄວາມຮູ້ພື້ນຖານດ້ານພາສາອັງກິດ, ການຄຳນວນໂຕເລກ, ລະບົບ Pronto, Microsoft (Word, Excel, Outlook & PowerPoint).
- ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການໄຈ້ແຍກສິນຄ້າ ທີ່ເປັນອັນຕະລາຍຕໍ່ຄວາມປອດໄພ ແລະ ລະບຽບການຂອງສິນຄ້າ.
- ມີໃບອະນຸຍາດຂັບຂີ່ (BC) ທີ່ຍັງມີອາຍຸນຳໃຊ້ & ໃບອະນຸຍາດຂັບຂີ່ລົດຟອກລິບ ຈະພິຈາລະນາພິເສດ.
ຂໍ້ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 13 ສິງຫາ 2025.
ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686