ພະນັກງານຄວບຄຸມລົດຍົກ
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ - ຄວບຄຸມລົດຍົກ, ພະນັກງານຄວບຄຸມລົດຍົກ ຮັບຜິດຊອບໃນການດໍາເນີນງານ ຂັບລົດເຄນ, ລົດບັນທຸກ, ແລະ ອຸປະກອນຍົກສຳຫລັບເຮັດວຽກທີ່ສູງ, ແລະ ປະຕິບັດຕິດຕັ້ງອຸປະກອນຕາມຄວາມຕ້ອງການ ພາຍໃນທີມງານບໍາລຸງຮັກສາ. ທຸກວຽກງານແມ່ນໃຫ້ໝັ່ນໃຈວ່າເປັນຕາມມາດຕະຖານຂອງບໍລິສັດ.
ໜ້າທີ່ຮັບຜິດຊອບຫຼັກມີ:
- ການຄວບຄຸມລົດຍົກ ແລະ ເຄື່ອງຈັກທັງຫມົດ ໃຫ້ສອດຄ່ອງກັບມາດຕະຖານ ຂອງ ບໍລິສັດລ້ານຊ້າງມິເນໂຣນສ໌.
- ປະຕິບັດຕາມມາດຕະຖານການເຮັດວຽກ ແລະ ຄຳແນະນຳໃນການເຮັດວຽກທັງໝົດຂອງລົດຍົກ ແລະ ອຸປະກອນຕ່າງໆ.
- ປະກອບເອກະສານ ສໍາລັບການຍົກຍ້າຍ ແລະ ວຽກທີ່ມີຄວາມສ່ຽງສູງທັງຫມົດ.
- ປະກອບເອກະສານ ແລະ ການປະເມີນຄວາມສ່ຽງກ່ອນຈະເລີ່ມຕົ້ນເຮັດວຽກງານທັງຫມົດ.
- ປະຕິບັດວຽກດ້ວຍຄວາມຕັ້ງໃຈ ມຸ້ງໝັ່ນຕໍ່ການດຳເນີນງານ ເຮັດວຽກປະຈຳວັນໃຫ້ມີຄວາມປອດໄພ,ມີປະສິດທິພາບ ແລະ ມີລະບຽບວິໄນ.
- ຮັບປະກັນວ່າການດຳເນີນງານຍົກຍໍທັງໝົດແມ່ນດຳເນີນໄປຢ່າງປອດໄພ ແລະ ມີປະສິດທິພາບ.
- ລາຍງານເຫດການ ແລະ ໄພອັນຕະລາຍທັງໝົດ ໃຫ້ກັບໜ່ວຍງານຮັບຜິດຊອບຄວາມປອດໄພທັນທີ.
- ສະໜັບສະໜູນທີມງານບຳລຸງຮັກສາ ປະຕິບັດວຽກງານຍົກຍໍ ໃຫ້ມີຄວາມປອດໄພ.
- ປະຕິບັດຕາມແຜນການຍົກຍໍທີ່ກຳນົດໄວ້ຢ່າງເຂັ້ມງວດເພື່ອຮັບປະກັນວ່າກິດຈະກຳຍົກທັງໝົດຈະຖືກປະຕິບັດຢ່າງປອດໄພເປັນໄປຕາມຄຳແນະນຳ.
- ຮັບປະກັນວ່າເຄນທັງໝົດໄດ້ຮັບການບຳລຸງຮັກສາຢ່າງຖືກຕ້ອງ, ມີກວດກາເປັນປະຈຳ, ແລະ ໃຊ້ງານຢ່າງປອດໄພຕາມມາດຕະຖານ.
ຄຸນວຸດທິ, ທັກສະ ແລະ ປະສົບການ:
- ຈົບຊັ້ນມັດທະຍົມຕອນປາຍ.
- ໃບອະນຸຍາດຂັບຂີ່ລາວລົດຫນັກ (ຫ້ອງ C) ທີ່ຍັງບໍ່ທັນໝົດກຳນົດ.
- ປະສົບການຄວບຄຸມລົດຍົກ ຢ່າງຫນ້ອຍ 3 ປີ (ລົດຍົກ, ລົດຮຽບ, ລົດກະຕ່າ ແລະ ການໃຫ້ສັນຍານເຄນ)
- ປະສົບການເຮັດວຽກຢູ່ໂຮງງານ ຢ່າງຫນ້ອຍ 3 ປີ.
- ມີປະສົບການເຮັດວຽກຕາມມາດຕະຖານ ແລະ ຂັ້ນຕອນຂອງສະຖານທີ່ເຊໂປນຈະໄດ້ຮັບການພິຈາລະນາເປັນພິເສດ.
- ມີທັກສະການສື່ສານພາສາລາວທີ່ດີ (ສາມາດສື່ສານພາສາອັງກິດໄດ້ຈະພິຈາລະນາເປັນພິເສດ).
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 26 ພຶດສະພາ 2026
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200
ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686


Back