ຊ່າງສ້ອມແປງກົນຈັກໂຮງງານ
Release Date: 28 Jul 2025
Job Category: Electrical, Fixed Plant, Maintainance
Job Type: Fixed term
Job Location: Sepon Site
Closing Date: 09 Aug 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມງານ - ສ້ອມແປງກົນຈັກໂຮງງານ, ຕຳແໜ່ງ: ຊ່າງສ້ອມແປງກົນຈັກໂຮງງານ ມີໜ້າທີ່ຮັບຜິດຊອບ ໃນການຊ່ວຍສ້ອມແປງກົນຈັກໂຮງງານເພື່ອຮັບປະກັນວ່າ ພາກສ່ວນຕ່າງໆຂອງໂຮງງານມີການເຮັດວຽກທີ່ເຂັ້ມແຂງ ແລະ ມີການບຳລຸງຮັກສາທີ່ດີຕະຫຼອດ (ການກວດກາວຽກບຳລຸງຮັກສາຕາມກຳນົດເວລາແບບປົກກະຕິ ຫຼື ການວາງແຜນປ້ອງກັນ ການແຕກຫັກເປ້ເພເສຍຫາຍ) ຂອງໂຮງງານ ເຊິ່ງໄດ້ຖືກປະຕິບັດດ້ວຍຄວາມປອດໄພ ແລະ ທັນເວລາເພື່ອຮັບປະກັນຄວາມພ້ອມ ເພື່ອເປົ້າໝາຍຂອງຂະບວນການຜະລິດ ແລະງົບປະມານ, ຈຸດປະສົງເປົ້າໝາຍຂອງບໍລິສັດແມ່ນໄດ້ບັນລຸໃນແຕ່ລະວັນ. ພາລະບົດບາດນີ້ແມ່ນຍັງຮັບຜິດຊອບໃນການສະແດງ ໃຫ້ເຫັນຄຸນນະພາບຂອງການເຮັດວຽກທີ່ເຂັ້ມແຂງ ກ່ຽວກັບ ວຽກການບຳລຸງຮັກສາປະຈຳວັນທັງໝົດເພື່ອຮັບປະກັນນະໂຍບາຍຄວາມປອດໄພທັງໝົດໄດ້ຖືກປະຕິບັດໂດຍທຸກຄົນທີ່ຢູ່ໃນພື້ນທີ່ໂຮງງານ ແລະ ການຄຸ້ມຄອງຊີວິດ, ຊັບສິນ ໃຫ້ມີປະສິດທິພາບຕາມທີ່ໄດ້ກຳນົດໄວ້, ການຄັດເລືອກ, ການບຳລຸງຮັກສາ ແລະ ການດຳເນີນງານ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຊ່ວຍ​ຫົວ​ໜ້າ​ຄຸມ​ງານ​ໃນ​ການ​ຈັດ​ສັນ​ເວ​ລາວຽກ, ວາງ​ແຜນ​ວຽກ, ​ຊ່ວຍອຳ​ນວຍ​ຄວາມ​ສະ​ດວ​ກ​ຕ່າງໆ
  • ປະຕິບັດວຽກງານບຳລຸງຮັກສາຕາມຄວາມ​ຮຽກ​ຮ້ອງ​ຕ້ອງການ
  • ມີຄວາມສາມາດໃນການອະ​ທີ​ບາຍ ຮູບພາບ ຫຼື ແບບ ດ້ານວິຊາການ
  • ມີຄວາມສາມາດໃນການຕີຄວາມໝາຍຄູ່​ມືຊິ້ນສ່ວນ​ອາ​ໄຫຼ່ແລະ​ສ້ອມ​ແປງ
  • ສາມາດປ່ຽນ​ແທນສິ່ງທີ່ເປ້ເພເສຍຫາຍ ຫຼື ອຸປະກອນທີ່ໃຊ້​ງານ​ບໍ່ໄດ້ ຕາມຄວາມ​ຮຽກ​ຮ້ອງຕ້ອງການ
  • ປະຕິບັດຕາມກົດລະບຽບ ດ້ານຄວາມປອດໄພ ແລະ ກົດ​ລະ​ບຽບ​ຕ່າງໆ​
  • ມີການສື່ສານທີ່ດີ, ການບໍລິຫານເວລາ​ດີ ແລະ ມີທັກສະການຈັດຕັ້ງ​ໃຫ້ເປ​ັນ​ລະ​ບຽບ

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຈົບຈາກ​ສູນຝຶກ​ອົບ​ຮົມ ແລະ ​ພັດ​ທະ​ນາ​ສີ​ມື​ເ​ເຮງ​ງານ ດ້ານ​ການສ້ອມ​ແປງ​ກົນ​ຈັກ, ຊັ້ນ​ສູງ, ຊັ້ນ​ກາງ ຫລື ສາຂາທີ່ກ່ຽວຂ້ອງ.
  • ມີ​ພື້ນ​ຖານ​ໃນ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ.
  • ສາ​ມາດ​ຂັບ​ລົດ​ໃຫຍ່ ແລະ ມີໃບ​ອະ​ນຸ​ຍາດຂັບຂີ່​ (B) ​ຈະ​ພິ​ຈາ​ລະ​ນາ​ເປັນ​ພິ​ເສດ.
  • ມີປະສົບການ ການສ້ອງແປງກົນຈັກໂຮງງານ ທີ່ກ່ຽວຂ້ອງຢ່າງໜ້ອຍ 2-3 ປີ.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 09 ສິງຫາ 2025.

ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

 ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200,ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack