ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ ຈອດໂລຫະ, ຈອດຢາງ ແລະ ຈອດທໍ່ຢາງ, ຕຳແໜ່ງ ຊ່າງຈອດໂລຫະ ມີໜ້າທີ່ຮັບຜິດຊອບ ໃນການປະກອບ ແລະ ປະດິດອາໄຫຼ່ໂລຫະຂອງກົນຈັກ, ຊິ້ນສ່ວນ ແລະ ອຸປະກອນ ດ້ວຍການນຳໃຊ້ເຄື່ອງມື ແລະ ອຸປະກອນ. ພວກເຂົາຈະປະຕິບັດຕາມການແນະນຳວຽກ ແລະ ຮັບປະກັນຄຸນນະພາບຂອງວຽກ ໃຫ້ເປັນໄປຕາມຂໍ້ກຳນົດ ແລະ ມາດຕະຖານ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
- ອ່ານ ແລະ ທໍາຄວາມເຂົ້າໃຈແຜນການຈອດ.
- ກະກຽມອຸປະກອນການຈອດຕາມຄໍາສັ່ງຂອງຫົວໜ້າສາຍງານ.
- ປະເມີນຄວາມສ່ຽງ ແລະ ຄຸ້ມຄອງອຸປະກອນການຈອດ.
- ອະນາໄມ, ເກັບຮັກສາ ແລະ ສ້ອມແປງອຸປະກອນການຈອດ.
ປະສົບການ, ທັກສະ ແລະ ຄຸນວຸດທິ:
- ຈົບຊັ້ນກາງ ຫຼື ຊັ້ນສູງຈາກສາຂາທີ່ກຽວຂ້ອງ.
- ໃບຂັບຂີ່ລົດເບົາ (B) ຈະພິຈາລະນາເປັນພິເສດ.
- ມີຄວາມສາມາດໃນການຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
- ມີຄວາມຮູ້ກ່ຽວກັບອຸປະກອນການຈອດ ແລະ ເຂົ້າໃຈແບບການຈອດ.
- ມີຄວາມລະອຽດໃນການເຮັດວຽກ.
- ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີ.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການ ເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການ ພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruit-ment@LXML.LA.
ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 4 ມີນາ 2025.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686