99% of LXML employees vaccinated against COVID-19

ທັນວາ 15, 2021

LXML ໄດ້ສັກວັກຊີນໃຫ້ພະນັກງານສຳເລັດໃນສາມເດືອນ, ແຕ່ເດືອນເມສາຫາເດືອນກໍລະກົດ 2021.

 

LXML ເຮັດວຽກຢ່າງໃກ້ຊິດກັບລັດຖະບານເພື່ອຮັກສາພະນັກງານ ແລະຊຸມຊົນຂອງພວກເຮົາໃຫ້ປອດໄພຈາກ COVID-19. ມາຮອດປະຈຸບັນ LXML ໄດ້ໃຫ້ການຊ່ວຍເຫຼືອ 483,000 ໂດລາສະຫະລັດ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນການປ້ອງກັນ ແລະ ຮັບມືກັບ COVID-19 ລວມທັງການສະໜັບສະໜູນໂຄງການວັກຊີນ, ຄວາມອາດສາມາດໃນການກວດ, ແລະສະຖານທີ່ປິ່ນປົວ.

ຂໍຂອບໃຈກັບ 8,700 ວັກຊີນທີ່ລັດຖະບານ ສປປ ລາວ ສະໜັບສະໜູນ, LXML ໄດ້ສັກວັກຊີນໃຫ້ພະນັກງານ ແລະ ຜູ້ຮັບເໝົາສຳເລັດພາຍໃນ 3 ເດືອນນັບແຕ່ເດືອນເມສາ ຫາ ເດືອນກໍລະກົດ 2021. 99% ຂອງພະນັກງານ ແລະ ຜູ້ຮັບເໝົາທັງໝົດ 5000 ຄົນຂອງພວກເຮົາມີໂລ່ປ້ອງກັນພະຍາດໂຄວິດ-19.