ບໍ່​ຄຳ–ທອງ​ເຊ​ໂປນ ສະ​ໜັບ​ສະ​ໜູນ ຄວາມ​ອາດ​ສາ​ມາດ​ໃນການກວດ​ຫາ​ເຊື້ອ​ພະ​ຍາດ COVID-19 ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ

ກັນຍາ 28, 2021

​ໃນ​ມື້​ນີ້, ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ບໍ​ລິ​ຈາກ​ເຄື່ອງກວດ​ຫາ​ເຊື້ອ COVID-19 ແບບ RT – PCR ແລະ ອຸ​ປະ​ກອນ​ກ່ຽວ​ຂ້ອງ​ຕ່າງໆ​ໃຫ້​ແກ່ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ສະ​ຫວັນ​ນະ​ເຂດ ເພື່ອ​ປັບ​ປຸງ​ຄວາມ​ອາດ​ສາ​ມາດ​ໃນ​ການກວດ​ຫາ​ເຊື້ອ ແລະ ຄົ້ນ​ຫາ​ຜູ້​ຕິດ​ເຊື້ອພາຍ​ໃນ​ແຂວງ.

​ອຸ​ປະ​ກອນທີ່ມອບ​ໃນ​ຄັ້ງ​ນີ້ ເປັນ​ການ​ສານ​ຕໍ່​ການ​ຊ່ວຍ​ເຫຼືອ​ຜ່ານໆ​ມາ​ຂອງ LXML ​ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ ລວມ​ທັງ ຫ້ອງ​ນ້ຳ-​ຫ້ອງອາບ​ນ້ຳ​ຢູ່​ໂຮງ​ໝໍ​ພາກ​ສະ​ໜາມ, ອຸ​ປະ​ກອນ​ການ​ແພດ ແລະ ການ​ສະ​ໜອງ​ທຶນ​ໂດຍ​ກົງ ລວມ​ມູນ​ຄ່າ​ທັງ​ໝົດຫຼາຍກວ່າ US$112,000 ເຂົ້າ​ໃນ​ການ​ຮັບ​ມື​ກັບ​ການ​ລະ​ບາດ​ພະ​ຍາດ​ COVID-19. LXML ຍັງ​ໄດ້​ບໍ​ລິ​ຈາກ ຊຸດກວດ​ເຊື້ອ​ແບບ​ໄວ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ທັງ​ໄດ້​​ປະ​ກອບ​ສ່ວນສ້າງ ໂຮງ​ໝໍ​ພາກ​ສະ​ໜາມ​ຢູ່ ​ເມືອງວິ​ລະ​ບູ​ລີ. ມາ​ຮອດປັດ​ຈຸ​ບັນ, LXML ໄດ້​ບໍ​ລິ​ຈາກ​ປະ​ມານ US$450,000 ເພື່ອ​ຊ່ວຍ​ລັດ​ຖະ​ບານ​ລາວ​ໃນ​ການ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19.

ທ່ານ ສະ​ໝານ ອະ​ເນ​ກາຜູ້​ອຳ​ນວຍ​ການ​ໃຫຍ່ LXML ໄດ້​ກ່າວ​ວ່າ: “ທາງ​ບໍ​ລິ​ສັດ​ຮັບ​ຮູ້​ວ່າ ການ​ຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ, ການກວດ​ເຊື້ອ, ການ​ຈຳ​ກັດ​ບໍ​ລິ​ເວນ, ການ​ປິ່​ນ​ປົວ ແລະ ການ​ສັກ​ວັກ​ຊີນ​ຢ່າງ​ທັນ​ການ ແລະ ຕັ້ງ​ໜ້າ​ນັ້ນ ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19. ພວກ​ເຮົາ​ຫວັງ​ວ່າການ​ຊ່​ວຍ​ເຫຼືອ​ຂອງ​ບໍ​ລິ​ສັດ​ຈະ​ຮັບ​ປະ​ກັນ​ໃຫ້ ຊຸມ​ຊົນ​ທ້ອງ​ຖິ່ນ ແລະ ແຂວງ​ສະ​ຫວັນ​ນະເຂດ ປອດ​ໄພ​ຈາກ​ພະ​ຍາດ COVID-19. ພວກ​ເຮົາ​ສືບ​ຕໍ່​ເຮັດ​ວ​ຽກ​ຢ່າງ​ໃກ້​ຊິດ​ກັບ ຜູ້​ມີ​ສ່ວນ​ຮ່ວມ​ທຸກ​ຂັ້ນ​ບໍ່​ວ່າ​ຂັ້ນ​ສູນ​ກາງ, ແຂວງ ແລະ ເມືອງ.”

ເຄື່ອງກວດ​ເຊື້ອ​ແບບ PCR ແມ່ນ​ໄດ້​ມອບ​ໃຫ້​ແກ່ ທ່ານ​ນາງ ຫຼິງ​ທອງ ແສງ​ຕາ​ວັນ, ຮອງ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ຫົວ​ໜ້າ​ຄະ​ນະ​ສະ​ເພາະ​ກິດ​ COVID-19 ຂັ້ນ​ແຂວງ ມອບ​ໂດຍ ທ່ານ ທ່ອນ​ແກ້ວ ພຸດ​ທະ​ໄກ​ຍະ​ລາດ, ທີ່​ປຶກ​ສາ​ຂອງ LXML. ມາ​ຮອດ​ປັດ​ຈຸ​ບັນ, ແຂວງ​ສະ​ຫວັນ​ນະ​ເຂດ ມີ​ເຄື່ອງກວດ​ເຊື້ອ​ແບບ PCR 4 ເຄື່ອງ ໂດຍ​ສາ​ມາດກວດ​ເຊື້ອ​ເພີ່ມ​ຂຶ້ນໄດ້ 720 ຕົວ​ຢ່າງ​ຕໍ່​ວັນ.

ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ຂອງ ພະ​ແນກ​ສາ​ທາ​ລ​ະ​ນະ​ສຸກ​ແຂວງ​ສະ​ຫວັນ​ນະ​ເຂດ, ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ LXML ກວ່າ 5.000 ຄົນ (99% ຂອງ​ແຮງ​ງານ) ໄດ້​ຮັບ​ວັກ​ຊີນ​ຕ້ານ COVID-19 ຄົບ​ໂດ​ສ, ແລະ ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ​ກໍ​ເປັນ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ເຂົ້າ​ພາກ​ສະ​ໜາມ​ເຊ​ໂປນ, ຫ້ອງ​ການ LXML ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດ. LXML ມີ​ຄວາມ​ມຸ່ງ​ໝັ້ນ​ ​ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ​ລາວ  ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19.

 



Mrs Lingthong Sengtavanh, Savannakhet Vice Governor and Head of the Savannakhet COVID-19 Taskforce (right) receives the PCR machine handed by Mr Thonekeo Phoutthakayalath, LXML Advisor (3rd from left) and Mr Khamsay Vilayvong, LXML Advisor (2nd from left) at the Savannakhet Province Administration Office on 28 September 2021. ທ່ານນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າແຂວງສະຫວັນນະເຂດ ແລະ ຫົວໜ້າຄະນະສະເພາະກິດ COVID-19 ຂັ້ນແຂວງ (ຂວາ) ຮັບເອົາເຄື່ອງກວດເຊື້ອແບບ PCR ມອບໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ທີ່ປຶກສາ LXML (ທີ 3 ຈາກຊ້າຍ) ແລະ ທ່ານ ຄຳໃສ ວິໄລວົງ, ທີ່ປຶກສາ LXML (ທີ 2 ຈາກຊ້າຍ) ຢູ່ ຫ້ອງການປົກຄອງແຂວງສະຫວັນນະເຂດ ໃນວັນທີ 28 ກັນຍາ 2021.