ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ລົງຢ້ຽມ​ຢາມບໍ່​ຄຳ–ທອງ​ເຊ​ໂປນ ເພື່ອຊຸກ​ຍູ້ວຽກ​ງານ​ປ້ອງ​ກັນ​ການ​ແຜ່​ລະ​ບາດຂອງ​ເຊື້ອ​ພະ​ຍາດ COVID-19

ສິງຫາ 27, 2021

ມື້​ວານນີ້, ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ ພ້ອມ​ດ້ວຍ​ຄະ​ນະ ຈາກ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ​ສະ​ຫວັນ​ນະ​ເຂດ ໄດ້ລົງ​ຢ້ຽມ​ຢາມບໍ່​ຄຳ-ທອງ​ເຊ​ໂປນ ແລະ ເມືອງວິ​ລະ​ບູ​ລີ ເພື່ອ​ຊຸກ​ຍູ້ວຽກ​ງານປ້ອງ​ກັ​ນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19. ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ ໄດ້​ລົງ​ກວດກາ ຄ​ລີ​ນິກ​ພາກ​ສະ​ໜາມເຊ​ໂປນ ເພື່ອ​ຕິດ​ຕາມ​ການກວດ​ຫາ​ເຊື້ອ​ພະ​ຍາດ​ COVID-19, ສູນ​ຈຳ​ກັດ​ບໍ​ລິ​ເວນ ແລະ ສູນ​ແຍກ​ປ່ຽວ, ການ​ຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ແລະ ມາດ​ຕະ​ກາ​ນປ້ອງ​ກັນ​ອື່ນໆ.

ໃນ​ອາ​ທິດນີ້, ລ​ຊມ​ລ ໄດ້​ລາຍ​ງານ​ກໍ​ລະ​ນີ​ຕິດ​ເຊື້ອ 7 ຄົນ ເຊິ່ງ​ໃນ​ນັ້ນ​ມີ​ພະ​ນັກ​ງານ​ບໍ​ລິ​ສັດ​ຜູ້​ຮັບ​ເໝົາ 5 ກໍ​ລະ​ນີ ແລະ ​ພະ​ນັກ​ງານ​ຂອງ ລ​ຊມ​ລ 2 ກໍ​ລະ​ນີ. ທັງ​ໝົດ​ແມ່ນ ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​ປົວ​ຢູ່ສູນ​ປິ່ນ​ປົວ​ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ ​ແລະ ພວກ​ກ່ຽວ​ແມ່ນ​ມີ​ອາ​ການ​ປົກ​ກະ​ຕິ.

ໃນ​ຂະ​ນະ​ທີ່​ຈຳ​ນວນ​ຜູ້​ຕິດ​ເຊື້ອ COVID-19 ເພີ່ມ​ຂຶ້ນ​ຢູ່ ​ແຂວງ​ສະ​ຫວັນ​ນະ​ເຂດ (ທັງ​ເປັນທີ່​ຕັ້ງຂອງ ບໍ່​ຄຳ-ທອງ​ເຊ​ໂປນ)​ ແລະ ທົ່ວ​ປະ​ເທດ, ລ​ຊມ​ລ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການປ້ອງ​ກັນ​ການ​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19 ຢູ່ ພາກ​ສະ​ໜາມ​ເຊ​ໂປນ ຢ່າງ​ເຄັ່ງ​ຄັດ ລວມ​ທັງ ​ການກວດ​ຫາ​ເຊື້ອແບບ​ໄວ ແອນ​​ຕີ​ເຈັນ ສຳ​ລັບ​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາທຸກ​ຄົນກ່ອນ​ທີ່​ຈະ​ເດີນ​ທາງ​ເຂົ້າ​ສະ​ໜາມ​ເຊ​ໂປນ. ນອກ​ຈາກນັ້ນ ທາງບໍລິສັດສາມາດສັກວັກຊີນ ໃຫ້​ແກ່ ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ ຫຼາຍກວ່າ 99% ໃນຈຳ​ນວນ 5,000 ຄົນ. ທີມ​ງານຂອງ​ບໍ​ລິ​ສັດ​ໄດ້ເລັ່ງ​ຂະ​ບວນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ລະ​ບາດ​ຄັ້ງ​ນີ້​ຢ່າງວ່ອງ​ໄວ ແລະ ໄດ້ຕັ້ງ​ໜ້າ​ເຮັດ​ວຽກ​ຮ່ວມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ເມືອງ ແລະ ແຂວງເພື່ອ ກວດ​ຄົ້ນ​ຫາ​ຜູ້​​ສຳ​ຜັດ​ໃກ້​ຊິດ, ກວດ​ຫາ​ເຊື້ອ ແລະ ແຍກ​ປ່ຽວ​ກໍ​ລະ​ນີ​ສ່ຽງ ກໍ​ຄື ຄວບ​ຄຸມ​ບໍ່​ໃຫ້​ມີ​ການ​ແຜ່​ເຊື້ອ​ໄປ​ໃນ​ວົງ​ກວ້າງ.

ໃນ​ໄລ​ຍະສອງມື້​​ຜ່ານ​ມາ, ພວກ​ເຮົາ​ໄດ້​ມີ​ການກວດ​ຫາ​ເຊື້ອ​ COVID-19 ແບບ​ໄວແອນ​ຕີເຈັນໃຫ້​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ ກວ່າ 3,300 ຄົນ ເຊິ່ງ​ໃນ​ນັ້ນເກືອບ 2,000 ຄົນ​ທີ່ກວດ​ໃນ​ມື້​ນີ້​ແມ່ນໄດ້​ຮັບ​ຜົນ​ກວດ​ເປັນ​ລົບ (ບໍ່​ຕິດ​ເຊື້ອ).  ພວກ​ເຮົາ​ແນໃສ່ ກວດ​ເຊື້ອ​ແບບ​ໄວ​ແອັນ​ຕີ​ເຈນ ໃຫ້​ແກ່​ແຮງ​ງານ​ຂອງ​ພວກ​ເຮົາ​ໃຫ້​ໄດ້​ຄົບ​ທຸກ​ຄົນ​ພາຍ​ໃນ ວັນ​ອາ​ທິດ (29 ສິງ​ຫາ) ທີ່​ຈະ​ມາ​ເຖິງ​ນີ້. ມາ​ຮອດ​ປັດ​ຈຸ​ບັນ ພວກ​ເຮົາ​ມີ 13 ກໍ​ລະ​ນີ ​ທີ່​ໄດ້​ຮັບ​ຜົນ​ກວດ​ເຊື້ອ​ແບບ​ໄວ​ແອັນ​ຕີ​ເຈນ​ເປັນ​ບວກ ​ແລະ ຍັງ​ຖ້າ​ການ​ຢັ້ງ​ຢືນ​ຈາກ​ຜົນ​ກວດ​ເຊື້ອ​ແບບ PCR. ພວກ​ເຮົາ​ຈະ​ສືບ​ຕໍ່​ກວດ​ຫາ​ເຊື້ອ ແລະ ຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງແຮງ​ງານ ແລະ ຊຸມ​ຊົນ​ຂອງ​ພວກ​ເຮົາ.

ໃນ​ມື້ນີ້, ລ​ຊມ​ລ ໄດ້​ມອບ ຊຸດກວດ​ຫາ​ເຊື້ອ​ແບບ​​ໄວແອນ​ຕີ​ເຈັນ ໃຫ້​ແກ່ ​ໂຮງ​ໝໍ​ເມືອງວິ​ລະ​ບູ​ລີ ແລະ ​ຈະ​ສືບ​ຕໍ່​​ສະ​ໜັບ​ສະ​ໜູນ​ຊຸມ​ຊົນ ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19.

ບໍ​ລິ​ສັດ​ມີມາດ​ຕະ​ການ​​ປ້ອງ​ກັນ COVID-19 ຢ່າງເຄັ່ງ​ຄັດ ແລະ ຈະ​ສືບ​ຕໍ່ ເຮັດ​ວຽກຢ່າງ​ໃກ້​ຊິດກັບ ຜູ້​ມີ​ສ່ວ​ນ​ຮ່ວມ​ທຸກ​ຂັ້ນ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ຂ​ອງ​ພະ​ນັກ​ງານ, ຜູ້​ຮັບ​ເໝົາ ແລະ ຊຸມ​ຊົນ ອ້ອມ​ຂ້າງບໍ່​ຄຳ-ທອງ​ເຊ​ໂປນ.



Vilabouly District Governor Mr Khamphouy Sibouheuang (left) receives 500 COVID-19 Antigen test kits handed by LXML Managing Director Mr Saman Aneka (right) at Vilabouly District Hospital, Savannakhet Province. ທ່ານ ຄຳຜຸຍ ສີບຸນເຮືອງ, ເຈົ້າເມືອງວິລະບູລີ (ຊ້າຍ) ຮັບ ຊຸດກວດຫາເຊື້ອ COVID-19 ແບບໄວແອນຕີເຈັນ ຈຳນວນ 500 ຊຸດ ມອບໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ (ຂວາ) ທີ່ໂຮງໝໍເມືອງວິລະບູລີ, ແຂວງສະຫວັນນະເຂດ.