ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ ເຊ​ໂປນ ຍ້ອງ​ຍໍ​ພະ​ນັກ​ງານ 434 ຄົນ ທີ່​ເຮັດ​ວຽກ​ຍາວ​ນານ​ກັບ​ບໍ​ລິ​ສັດ

ທັນວາ 05, 2022

​ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ – ເພື່ອ​ເປັນ​ການ​ຂ່ຳ​ນັບ​ຮັບ​ຕ້ອນ ວັນ​ຊາດ​ທີ 2 ທັນ​ວາ ປີ 2022, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ຈັດ​ພິ​ທີຍ້ອງ​ຍໍພະນັກງານ 434 ຄົນທີ່ໄດ້ເຮັດວຽກກັບບໍລິສັດມາໄດ້ຍາວນານແຕ່ 5 ເຖິງ 20 ປີ. ​ໃນ​ນັ້ນ ມີພະ​ນັກ​ງານ 132 ຄົນ​ທີ່​ເຮັດ​ວຽກ​ກັບ LXML ມາ​ໄດ້ 5ປີ, 55 ຄົນມາ​ໄດ້ 15 ປີ, 8 ຄົນ​ມາ​ໄດ້ 20 ປີ ແລະ 1 ຄົນ​ມາ​ໄດ້ 25ປີ.

ໃນ​ປີ 2023, LXML ຈະ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ການ​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ແຮ່. ຕະຫຼອດ​ອາ​ຍຸ​ການ​ຂອງ​ບໍ່​ຄຳ-ທອງ ເຊ​ໂປນ, ມີ​ພະ​ນັກ​ງານກວ່າ 10.000 ຄົນ​ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ LXML, ໄດ້​ຮຽນ​ຮູ້​ຝຶກ​ຝົນ​ທັກ​ສະ​ວິ​ຊາ​ຊີບ ແລະ ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ.

ໃນ​ຈຳ​ນວນພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາທັງ​ໝົດປະ​ມານ 5.000 ຄົນ, 95% ແມ່ນ​ຄົນ​ລາວ, 75% ແມ່ນ​ຄົນ​ທ້ອງ​ຖິ່ນ ແລະ 20% ແມ່ນ​ແມ່​ຍິງ. ໃນ​ສອງ-ສາມ​ທົດ​ສະ​ຫວັດ​ຜ່ານ​ມາ, LXML ໄດ້​ລົງ​ທຶນຫຼາຍລ້ານ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ໃສ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລວມ​ທັງ ທຶນ​ການ​ສຶກ​ສາ, ການ​ລົງ​ຝຶກ​ງານ​ກັບ​ບໍ​ລິ​ສັດ, ແລະ ການ​ຝຶກ​ອົບ​ຮົມ​ຕົວ​ຈິງ​. LXML ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ກ້າວ​ໜ້າ​ໃນ​ອາ​ຊີບ​ການ​ງານ ແລະ ຄວາມ​ມຸ່ງ​ໝັ້ນ​ຂອງ​ພະ​ນັກ​ງານ​ເພື່ອ​ສ້າງ​ວິ​ຊາ​ການ​ມື​ອາ​ຊີບຄົນ​ລາວ ເພື່ອ​ຜົນ​ປະ​ໂຫຍດ​ຂອງ ສ​ປ​ປ ລາວ.

ທ່ານ ພໍ ແຮ​ຣິ​ສ໌, ປະ​ທານ LXML ໄດ້​ກ່າວ​ຕໍ່​ຜູ້​ໄດ້​ຮັບ​ໃບ​ຍ້ອງ​ຍໍ-ລາງວັນ​ໃນ​ປີ​ນີ້​ວ່າ: “ທັກ​ສະ ແລະ ປະ​ສົບ​ການ​ທີ່​ພະ​ນັກ​ງານ​ເກັບ​ກ່ຽວ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ​ແມ່ນ​ມີ​ຄຸນ​ຄ່າ​ຍິ່ງ. ທັກ​ສະ​ເຫຼົ່າ​ນີ້​ຈະ​ເປັນ ຊັບ​ສິນ-ມໍ​ລະ​ດົກ​ຕິດ​ໂຕ ພະ​ນັກ​ງານ​ທຸກ​ຄົນ​ບໍ່​ວ່າ​ພວກ​ເຂົາເຈົ້າ​ຈະ​ໄປ​ເຮັດ​ວຽກ​ຢູ່​ແຫ່ງ​ໃດ​ໃນ ສ​ປ​ປ ລາວ ກໍ​ຕາມ. LXML ຈະ​ສືບ​ຕໍ່​ລົງ​ທຶນ​ໃສ່​ທຶນ​ມະ​ນຸດ​ຂອງ  ສ​ປ​ປ ລາວ ຜ່ານ ການ​ຝຶກ​ອົບ​ຮົມ, ການ​ຝຶກ​ສອນ​ໃນ​ວຽກ ແລະ ຄວາມ​ກ້າວ​ໃນ​ໃນ​ອາ​ຊີບ​ການ​ງານ.”


Photo of onsite celebration atmosphere/ ບັນຍາກາດການສະເຫຼີມສະຫຼອງວັນຊາດ ຢູ່ ພາກສະໜາມ ບໍ່ຄຳ-ທອງ ເຊໂປນ ໃນວັນທີ 1 ທັນວາ 2022

ໃນ​ເດືອນ​ສິງ​ຫາ​, LXML ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ ວິ​ທະ​ຍາ​ໄລ​ເຕັກ​ນິກ​ລາວ-ເຢຍ​ລະ​ມັນ ເພື່ອ​ສະ​ໜອງ​ທຶນ​ການ​ຝຶກ​ອົບ​ຮົມ​ນັກ​ສຶກ​ສາ​ຊ່າງ​ສີ​ມື​ໃຫ້​ແກ່​ຊຸມ​ຊົນ​ອ້ອມ​ຂ້າງ​ບໍ່​ຄຳ-ທອງ ເຊ​ໂປນ ໃນ​ເມືອງວິ​ລະ​ບູ​ລີ. ນັກ​ສຶກ​ສາ​ຈາກ​ແຜນ​ງານ​ຝຶກ​ອົບ​ຮົມຊ່າງ​ສີ​ມື​ທີ່​ຖືກ​ຄັດ​ເລືອກ ຈະ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ໃນ​ຂະ​ແໜງການ ເຕັກ​ໂນ​ໂລ​ຊີ​ລົດ​ຍົນ, ໄຟ​ຟ້າ​ເອ​ເລັກ​ໂຕ​ຣ​ນິກ, ຈັກ​ກົນ​ໂຮງ​ງານ, ກົນ​ຈັກ​ໜັກ ແລະ ໂລ​ຫະ​ກຳ​ວິ​ທະ​ຍາ. ພາຍຫຼັງ​ສຳ​ເລັດຫຼັກ​ສູດ​ການ​ຝຶກ​ອົບ​ຮົມ, ນັກ​ສຶກ​ສາ​ດັ່ງ​ກ່າວ​ກໍ​ຈະ​ມີ​ໂອ​ກາດ​ໄດ້​ເຂົ້າ​ມາ​ເຮັດ​ວຽກ​ກັບ LXML. ແຜນ​ງານ​ນີ້​ແມ່ນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄປ​ເຖິງ​ປີ 2027.

ນັບຕັ້ງແຕ່ເລີ່ມດໍາເນີນງານໃນປີ 2003, LXML ໄດ້ລົງທຶນຫຼາຍລ້ານໂດລາສະຫະລັດ ໃສ່ການຝຶກອົບຮົມ, ໃຫ້ທຶນການສຶກສາ, ແຜນ​ງານ​ຝຶກ​ອົບ​ຮົມຊ່າງສີມື​ແຮງ​ງານ, ນັກຮຽນ ແລະ ນັກສຶກສາຝຶກງານ. ​ມີນັກສຶກສາຫຼາຍກວ່າ 105 ຄົນ ທີ່​ໄດ້ສໍາເລັດຫຼັກ​ສູດ​ການຝຶກ​ອົບ​ຮົມນັກສຶກສາຊ່າງສີມື ແລະ 36 ຄົນ ສໍາເລັດການສຶກຊັ້ນ​ສູງ​ຈາກ​ຕ່າງ​ປະ​ເທດ ເຊິ່ງ​ເປັນ​ທຶນ​ທີ່ບໍ​ລິ​ສັດ​ສະ​ໜັບ​ສະ​ໜູນ.

ມາຮອດປັດ​ຈຸ​ບັນ, LXML ໄດ້ສະໜອງການຝຶກອົບຮົມໃຫ້ແກ່ພະນັກງານລາວກວ່າ 959.744 ຊົ່ວໂມງ ດ້ວຍການຝຶກອົບຮົມພາຍໃນ, ພາຍນອກ, ໃນໜ້າວຽກ ແລະ ຢູ່ຕ່າງປະເທດ. ໃນ​ເດືອນ ມິ​ຖຸ​ນາ, LXML ໄດ້ຟື້ນຄືນຫຼັກສູດທີ່ເປັນທີ່ນິຍົມ ຄື ແຜນ​ງານ​ພັດທະນາຫົວໜ້າຄຸມງານ ແລະ ແຜນ​ງານ​ພັດ​ທະ​ນາການເປັນຜູ້ນໍາ ເພື່ອສ້າງນັກວິຊາການຂຸດຄົ້ນແຮ່ມືອາຊີບຮຸ່ນໃໝ່ຂອງ ສປປ ລາວ.

ຕັ້ງ​ແຕ່​ເລີ່ມ​ການ​ດຳ​ເນີນ​ງານ​ເປັນ​ຕົ້ນ​ມາ, ບໍ່​ຄຳ-ທອງ​ເຊ​ໂປນ​ໄດ້ ປະ​ກອບ​ສ່ວນ​ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວກວ່າ US$1.6 ຕື້ ຈາກ​ການ​ຈ່າຍ​​ພາ​ສີ-ອາ​ກອນ, ​ຄ່າ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກນັ້ນ​ຍັງ​ໄດ້ປະ​ກອບ​ສ່ວນຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ຈາກ​ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ທຸ​ລະ​ກິດ​ທ້ອງ​ຖິ່ນ.