ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ລາຍ​ງານ ກໍ​ລະ​ນີ​ຕິດ​ເຊື້ອ​ 5 ຄົນ​ທຳ​ອິດ ໃນພະ​ນັກ​ງານ​ຮັບ​ເໝົາ

ສິງຫາ 25, 2021

​ໃນ​ວັນ​ທີ 24 ສິງ​ຫາ 2021, ພາຍຫຼັງ​ໄດ້​ຮັບ​ຜົນ​ກວດ​ເຊື້ອ​ແບບ​ໄວ​ແອັນ​ຕີ​ເຈນ​ເປັນ​ບວກ, ພະ​ນັກ​ງານ​ຮັບ​ເໝົາຂອງ​ບໍ​ລິ​ສັດ ລ​ຊມ​ລ ໄດ້​ຮັບ​ຜົນ​ກວດ​ເຊື້ອ​ COVID-19 ແບບ PCR ເປັນ​ບວກ. ໃນ​ນັ້ນ, ​ໃນ​ວັນ​ທີ 23 ສິງ​ຫາ, ມີ​ສອງ​ຄົນ​ທີ່​ໄດ້​ຮັບ​ຜົນ​ກວດ​ແອັນ​ຕີ​ເຈນ​ເປັນ​ບວກ ຢູ່​ສະ​ຫວັນ​ນະ​ເຂດ ກ່ອນ​ຈະ​ເດີນ​ທາງ​ເຂົ້າ​ສະ​ໜາມ​ເຊ​ໂປນ. ນັບ​ແຕ່​ວັນ​ທີ 23 ສິງ​ຫາ​ ເປັນ​ຕົ້ນ​ມາ, ລ​ຊມລ ໄດ້​ດຳ​ເນີນ​ການກວດ​ເຊື້ອ​ແບບ​ໄວ​ແອັນ​ຕີ​ເຈນ 311 ຕົວ​ຢ່າງ ເຊິ່ງ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ລະ​ບຸ​ກໍ​ລະ​ນີ​ຕິດ​ເຊື້ອ​ດັ່ງ​ກ່າວ. ພະ​ນັກ​ງານ​ຮັບ​ເໝົາ​ທັງ 5 ຄົນ​ແມ່ນ ມີ​ອາ​ການ​ປົກ​ກະ​ຕິ ແລະ ໄດ້​ນຳ​ໄປ​ເຂົ້າ​ສູນ​ປິ່ນ​ປົວ​ທີ່​ພາກ​ລັດ​ກຳ​ນົດ ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ສອດ​ຄ່ອງ​ກັບ​ລະ​ບຽ​ບ​ຂັ້ນ​ຕອນ​ຂອງ ຄະ​ນະ​ສະ​ເພາະ​ກິດ.

ລ​ຊມ​ລ ສືບ​ຕໍ່​ການ​ຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ​ຢ່າງ​ຕັ້ງ​ໜ້າ ແລະ ກວ້າງ​ຂວາງ ເພື່ອ​ລະ​ບຸ​ແຫຼ່ງ​ທີ່​ມາ​ຂອງ​ການ​ຕິດ​ເຊື້ອ ແລະ ແຍກ​ປ່ຽ​ວ ພວກ​ກ່ຽວ. ພະນັກງານ ແລະ ຜູ້ຮັບເໝົາຂອງ ລຊມລ ທຸກຄົນ ທີ່ຈະເດີນທາງເຂົ້າພາກສະໜາມເຊໂປນ ແມ່ນຕ້ອງກວດເຊື້ອແບບ PCR ຢູ່​ນະ​ຄອນຫຼວງວຽງ​ຈັນ ຫຼື ກວດ​ເຊື້ອ​ແບບ​ໄວ​ແອັນ​ຕີ​ເຈນ ຢູ່ ສະຫວັນນະເຂດ ຫຼື ປະຕູຮົ້ວເຂົ້າພາກສະໜາມເຊໂປນ ແລະ ໄດ້ຮັບຜົນກວດເປັນລົບເສຍກ່ອນ, ຈຶ່ງ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ເຂົ້າ​ພາກ​ສະ​ໜາມ. ມາດ​ຕະ​ການ​ນີ້​ເປັນ​ມາດ​ຕະ​ການ​ເຝົ້າ​ລະ​ວັງ​ເພື່ອ​ຄວບ​ຄຸມ​ກາ​ນ​ລະ​ບາດ​ພະ​ຍາດ COVID-19.

ລຊມລ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ຄະ​ນະ​ສະ​ເພາະ​ກິດ​ຂັ້ນ​ສູນ​ກາງ ແລະ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ຈະ​ສືບ​ຕໍ່ ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ຈຳ​ກັດ​ບໍ​ລິ​ເວນ ແລະ ການກວດ​ຫາ​ເຊື້ອ ເພື່ອຮັບປະກັນຄວາມປອດໄພຂອງພະນັກງານ, ຜູ້ຮັບເໝົາ ແລະ ຊຸມຊົນ.

ລຊມລ ຍັງໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມເພີ່ມຕື່ມ ລວມທັງ ໂຈະຊົ່ວຄາວການເດີນທາງເຂົ້າ-ອອກ ພາກສະໜາມເຊໂປນ, ການຍົກລະດັບຄວາມເຂັ້ມງວດ ຂອງ ມາດຕະການເວັ້ນໄລຍະຫ່າງ ແລະ ເພີ່ມທະວີການອະນາໄມ ແລະ ຂ້າເຊື້ອພື້ນທີ່ເຮັດວຽກ.

ທາງ​ບໍ​ລິ​ສັດ​ສາ​ມາດ​ສັກ​ວັກ​ຊີນ​ໃຫ້​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ​ບໍ​ລິ​ສັດ ໄດ້ທຸກ​ຄົນ ເຊິ່ງ​ເປັນ​ມາດ​ຕະ​ການສຳ​ຄັນ​ໃນ​ການ​ຄ​ວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19. ບຸກ​ຄົນ​ທີ່​ໄດ້​ຮັບ​ວັກ​ຊີນ​ເທົ່າ​ນັ້ນ ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ເຂົ້າ​ພາກ​ສະ​ໜາມ​ເຊ​ໂປນ ແລະ ຫ້ອງ​ການ​ຢູ່​ສະ​ຫວັນ​ນະ​ເຂດ ແລະ ນະ​ຄອນຫຼວງວຽງ​ຈັນ.