ບໍ​ລິ​ສັດ ລ້ານ​ຊ້າງ ມີເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ ເຊ​ໂປນ ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ລາວ ໃນ​ການ​ຈັດ​ຊື້ ວັກ​ຊີນ​ປ້ອງ​ກັນ COVID-19 ​

ເມສາ 27, 2021

​ບໍ​ລິ​ສັດ ລ້ານ​ຊ້າງ ມີເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ ເຊ​ໂປນ ໄດ້ປະ​ກອບ​ສ່ວນ $100,000 ໂດ​ລາ​ສະ​ຫະ​ລັດ ໃຫ້​ແກ່​ ພະ​ນະ​ທ່ານ ພັນ​ຄຳ ວິ​ພາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່ງ ສ​ປ​ປ ລາວ ເພື່ອ​ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ​ລາວ ໃນ​ການ​ຮັບ​ມື​ການ​ແຜ່​ລະ​ບາດ​ຂອງ ເຊື້ອ​ພະ​ຍາດ COVID-19.

ທ່ານ ພໍ​ ແຮຣີ​ສ, ຜູ້​ຈັດ​ການ​ໃຫຍ່ ບໍ​ລິ​ສັດ ລ​ຊມ​ລ ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ ໃນ​ການ​ປະ​ກອບ​ສ່ວນ​ຊື້​ວັກ​ຊີນ​ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດຂອງພະ​ຍາດ COVID-19”.

ທ່ານ​ກ່າວ​ຕື່ມ​ອີກວ່າ: “ບໍ​ລິ​ສັດ ລ​ຊມ​ລ ຍຶດ​ໝັ້ນ​ຕໍ່​ມາດ​ຕະ​ການສະ​ກັດ​ກັ້ນ COVID-19 ແລ​ະ ລ໋ອກ​ດາວ​ຂອງ​ລັດ​ຖະ​ບານ​ລາວ ເພື່ອ​ຮັບ​ປະ​ກັນ ຄວາມ​ປອດ​ໄພ​ຂອງ​ພະ​ນັກ​ງານ ແລະ ຊຸມ​ຊົນ”

​ບໍ​ລິ​ສັດ ລ​ຊມ​ລ ມີ​ພະ​ນັກ​ງານຫຼາຍກວ່າ 2,000 ຄົນ ແລະ ຜູ້​ຮັບ​ເໝົາຫຼາຍກ​ວ່າ 1,700 ຄົນ ຊຶ່ງ​ໃນ​ນັ້ນ 95 ສ່ວນ​ຮ້ອຍ ແມ່ນ​ຄົນ​ລາວ ມາ​ຈາກ​ທ້ອງ​ຖິ່ນ​ເມືອງວິ​ລະ​ບູ​ລີ ແລະ ແຂ​ວງ​ສະ​ຫວັນ​ນະ​ເຂດ.

ບໍ​ລິ​ສັດ ລ​ຊມ​ລ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ, ລວມ​ທັງ​ກ​ານຈຳ​ກັດ​ບໍ​ລິ​ເວນ ແລະ ການກວດ​ຫາ​ເຊື້ອ​ພະ​ຍາດ ກ່ອນ​ພະ​ນັກ​ງານ​ຈະ​ສາ​ມາດ​ເດີນ​ທາງ​ເຂົ້າ​ພາກ​ສະ​ໜາມ ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ໄດ້.

ບໍ​ລິ​ສັດ ລ​ຊມ​ລ ຊຸກ​ຍູ້​ໃຫ້​ພະ​ນັກ​ງາ​ນ​ທຸກ​ຄົນ ແລະ ຄ​ອບ​ຄົວ​ຂອງ​ເຂົາ​ເຈົ້າ​ເຂົ້າ​ຮັບ​ວັກ​ຊີນ​ປ້ອງ​ກັນ COVID-19.