ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ ເຊ​ໂປນ ສະ​ໜັບ​ສະ​ໜູນ ໂຮງ​ໝໍ​ພາກ​ສະ​ໜາມ ​ແຂວງ​ສະ​ຫວັນ​ນະ​ເຂດ

ພຶດສະພາ 26, 2021

ບໍ​ລິ​ສັດ ລ້ານ​ຊ້າງ ມີເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ປະ​ກອບ​ສ່ວນ​ເປັນ​ເງິນ​ຈຳ​ນວນ 116,115,000 ກີ​ບ (US$12,000) ​ໃຫ້​ແກ່ ພະ​ແນກ​ສາ​ທາ​ລະ​ນະ​ສຸກ ​ແຂວງ​ສະ​ຫວັນ​ນະ​ເຂດ ​ເພື່ອ​ກໍ່​ສ້າງ​ຫ້ອງ​ນ້ຳ-ຫ້ອງ​ອາບ​ນ້ຳ ເພື່ອ​ຮອງ​ຮັບ​ຄົນ​​ມາປິ່ນ​ປົວ COVID-19. ຫ້ອງ​ນ້ຳ​ໃໝ່​ນີ້ ຈະ​ຮັບ​ປະ​ກັນ​​ມາດ​ຕະ​ຖານ​ດ້ານສຸ​ຂະ​ອະ​ນາ​ໄມ​ ​ສຳ​ລັບ​ບຸກ​ຄົນ​ທີ່​ເຂົ້າ​ຮັບ​ການ​ປິ່ນ​ປົວພະ​ຍາດ COVID-19 ຢູ່ ໂຮງ​ໝໍ​ພາກ​ສະ​ໜາມ​ທີ່​ຕັ້ງ​ຢູ່ ໂຮງ​ຮຽນ​ວິ​ທະ​ຍາ​ໄລ ວິ​ທະ​ຍາ​ສາດ ສຸ​ຂະ​ພາບ ສະ​ຫວັນ​ນະ​ເຂດ.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ຮັບ​ຮູ້​ວ່າ ສຸ​ຂະ​ອະ​ນາ​ໄມ ເປັນ​ມາດ​ຕະ​ການ​ພື້ນ​ຖານ​ສຳ​ຄັນອັນ​ໜຶ່ງ​ໃນ​ການ​ປ້ອງ​ກັນ COVID-19. ທາງ​ບໍ​ລິ​ສັດ​ຫວັງ​ວ່າ ການ​ຊ່ວຍ​ເຫຼືອ​ຂອງ​ພວກ​ເຮົາ​ຄັ້ງ​ນີ້ ຈະສະ​ໜອງ​ສະ​ຖານ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ທີ່​ສະ​ອາດ​ສຳ​ລັບ​ຜູ້​ທີ່​ໄປ​ຮັບ​ການ​ປິ່ນ​ປົວພະ​ຍາດ COVID-19. ລ​ຊມ​ລ ສືບ​ຕໍ່​ຮ່ວມ​ມື​ກັບ ແຂວງ​ສະ​ຫວັນ​ນະ​ເຂດ ແລະ ເມືອງວິ​ລະ​ບູ​ລີ ໃນ​ການ​ຮັບ​ມື​ກັບ ຄື້ນ​ທີ​ສອງ​ຂອງ​ການ​ລະ​ບາດ​ນີ້.”

ພິ​ທີ​ມອບ​ຮັບ​ແມ່ນ​ໄດ້​ຈັດ​ຂຶ້ນ​ທີ່ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ສະ​ຫວັນ​ນະ​ເຂດ. ໃຫ້​ກຽດ​ຮັບ​ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ ​ໂດຍ ດ​ຣ ແສງ​ດາວ ສີ​ດາ​ໄລ, ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ແລະ ມອບ​ໂດຍ ທ່ານ​ນາງ ລັດ​ສະ​ນີ ສີ​ສານ, ຫົວ​ໜ້າ​ສາຍ​ງານ​ພົວ​ພັນ​ກັບ​ລັດ​ຖະ​ບານ​ຂອງ ລ​ຊມ​ລ, ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ຫົວ​ໜ້າ​ຂະ​ແໜ​ງ​ຄຸ້ມ​ຄອງ​ບໍ​ລິ​ຫານ​ພິ​ທີ​ການ ແລະ ການ​ເງິນ​ ຫ້ອງວ່າ​ການ​ແຂວງ, ອຳ​ນວຍ​ການ​ໂຮງ​ໝໍ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດສຸ​ຂະ​ພາບ​ ສະ​ຫວັນ​ນະ​ເຂດ.

ໂຮງ​ໝໍ​ພາກ​ສະ​ໜາມ ​ແຂວງ​ສະ​ຫວັນ​ນະ​ເຂດ ​ສາ​ມາດ​ຮອງ​ຮັບ​ 160 ຕຽງ. ປັດ​ຈຸ​ບັນ​ແມ່ນ​ພວມ​ປິ່ນ​ປົວ 66 ຄົນ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ແຮງ​ງານ​ລາວ​ເດີນ​ທາງ​ກັບ​ມາ​ບ້ານ​​ເກີດເມືອງນອນ. ທີມ​ງານ​ແພດ-ໝໍ​ໄດ້​ປິ່ນ​ປົວ 99 ກໍ​ລະ​ນີ ຕັ້ງ​ແຕ່ ສ​ປ​ປ ລາວ ເລີ່ມ​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19.

ໃນ​ເດືອນ​ຜ່ານ​ມາ, ລ​ຊມ​ລ ຍັງ​ໄດ້​ມອບ US$100,000 ໃຫ້​ແກ່​ລັດ​ຖະ​ບານ​ລາວ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຮັບ​ມື​ກັບ​ການ​ລະ​ບາດ​ພະ​ຍາດ COVID-19 ໃນ ສ​ປ​ປ ລາວ. ອີກ 60,000,000 ກີບ ແມ່ນ​ໄດ້​ມອບ​ໃຫ້​ແກ່ ໜ່ວຍ​ກູ້​ໄພ​ທີ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດເພື່ອ​ສະ​ໜັບ​ສະ​ໜູນຄວາມ​ອາດ​ສາ​ມາດ​ໃນ​ການ​ຮັບ​ມື​ເຫດ​ສຸກ​ເສີນ ໃນ​ໄລ​ຍະ​ນີ້.

​ມາ​ຮອດ​ປັດ​ຈຸ​ບັນ, ໂດຍ​ການ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ, ລ​ຊມ​ລ ໄດ້​ຊ່ວຍ​ເຫຼືອ US$350,000 ສຳ​ລັບ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ພະ​ຍາດ COVID-19 ໃນ ສ​ປ​ປ ລາວ.

ນອກ​ຈາກ​ນີ້​ກໍ​ຕ້ອງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍຍັງ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ໂດຍ​ສະ​ເພາະ​ແມ່ນ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ສະ​ຫວັນ​ນະ​ເຂດ ທີ່​ໄດ້​ສະ​ໜອງວັກ​ຊີນ​ໃຫ້​ແກ່ ທາງ​ບໍ​ລິ​ສັດ ເຊິ່ງ​ມາ​ຮອດ​ປັດ​ຈຸ​ບັນ ລ​ຊມ​ລ ໄດ້​ສັກ​ວັກ​ຊີນ​ໃຫ້​ແກ່ 85% ​ຂອງ​ພະ​ນັກ​ງານ​ໃນ​ບໍ​ລິ​ສັດ ກວມ​ເອົາ​ປະ​ມານ 3,150 ຄົນ ໃນ​ໄລ​ຍະ​ສອງ​ອາ​ທິດ​ຜ່ານ​ມາ.

ລ​ຊມ​ລ ມຸ່ງ​ໝັ້ນ​ເພື່ອ​ສະ​ໜັບ​ສະ​ໜູນ ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານລາວ ໃນ​ການ​ສະ​ກັດ​ກັ້ນ​ພະ​ຍາດ COVID-19 ກໍ​ຄື ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ​ເພື່ອ​ປົກ​ປ້ອງ​ພະ​ນັກ​ງານ ແລະ ຊຸມ​ຊົນ​ໃຫ້​ປອດ​ໄພ​ຈາກ COVID-19.

ດ​ຣ ແສງ​ດາວ ສີ​ດາ​ໄລ, ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ຮັບເງິນ 116,115,000 ກີບ ຈາກ ທ່ານ​ນາງ ລັດ​ສະ​ນີ ສີ​ສານ, ຫົວ​ໜ້າ​ສາຍ​ງານ​ພົວ​ພັນ​ກັບ​ລັດ​ຖະ​ບານ​ຂອງ ລ​ຊມ​ລ, ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ຫົວ​ໜ້າ​ຂະ​ແໜ​ງ​ຄຸ້ມ​ຄອງ​ບໍ​ລິ​ຫານ​ພິ​ທີ​ການ ແລະ ການ​ເງິນ​ ຫ້ອງວ່າ​ການ​ແຂວງ, ອຳ​ນວຍ​ການ​ໂຮງ​ໝໍ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດສຸ​ຂະ​ພາບ​ສະ​ຫວັນ​ນະ​ເຂດ.