ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ ເຊ​ໂປນ ມອບ​ອາ​ກອນ​ກຳ​ໄລກວ່າ US$17 ລ້ານ ສຳ​ລັບ​ປີ 2020 ໃຫ້ແກ່​ພາກ​ລັດ​

ເມສາ 07, 2021

7 ເມ​ສາ 2021,​ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ມອບ​ແຊັກ​ເງິນອາ​ກອນ​ກຳ​ໄລ​ຂອງ​ປີ 2020 ຈຳ​ນວນ US$17.229.742 ໃຫ້​ແກ່ ທ່ານ ທຳ​ມະ​ລົດ ຣາ​ຊາ​ພົນ, ຮອງ​ຫົວ​ໜ້າກົມ​ສ່ວຍ​ສາອາ​ກອນ, ກະ​ຊວງ​ການ​ເງິນ. ໃນ​ປີ 2020, ລ​ຊມ​ລ ໄດ້​ມອບຫຼາຍກວ່າ US$32 ລ້ານ ໃຫ້​ແກ່​ພາກ​ລັດ ເປັນ​ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ອາ​ກອນກຳ​ໄລ.  ໃນ ປີ 2020, ບໍ​ລິ​ສັດ ລ​ຊມ​ລ ຜະ​ລິດ​ຄຳ​ໄດ້ກວ່າ 2 ໂຕນ. ຕັ້ງແຕ່ເລີ່ມດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2003, ລ​ຊມ​ລ ໄດ້ມອບ​ລາຍ​ຮັບ​ໂດຍກົງຫຼາຍກວ່າ US$1,5 ຕື້ ໃຫ້ແກ່ ສປປ ລາວ ເປັນ​ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ອາ​ກອນ ແລະ ເງິນ​ປັນ​ຜົນ.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ​ “ລ​ຊມ​ລ ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ ສ​ປ​ປ ລາວ. ນອກ​ຈາກ​ ການ​ປະ​ກອບ​ສ່ວນ​ເປັນ​ລາຍ​ຮັບ​ໂດຍ​ກົງ​ຕໍ່​ລັດ​ຖະ​ບານ​ແລ້ວ​, ລຊມ​ລ ຍັງ​ໄດ້​ປະ​ກອບ​ສ່ວນ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ຜ່ານ​ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ ການ​ຝຶກ​ອົບ​ຮົມ, ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ການ​ພັດ​ທະ​ນາ​ທຸ​ລະ​ກິດ​ທ້ອງ​ຖິ່ນກໍ​ຄືການ​ພັດ​ທະ​ນາ​ຊຸມ​ຊົ​ນ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ລ​ຊມ​ລ ມຸ່ງ​ໝັ້ນ ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານສາ​ກົນ​ດ້ານ​ຄວາມ​ປອດ​ໄພ, ມາດ​ຕະ​ຖານ​ດ້າ​ນ​ສິ່ງ​ແວດ​ລ້ອມ ແລະ ການ​ເຄົາ​ລົບ ປະ​ເທດ ກໍ​ຄື ຊຸມ​ຊົນ​ເຈົ້າ​ພາບ. ມາດ​ຕະ​ຖານ​ດ້ານ​ສັງ​ຄົມ ແລະ ສິ່​ງ​ແວດ​ລ້ອມ ຂອງ ລ​ຊມ​ລ ໄດ້​ຖືກ​ຍົກ​ເປັນ​ແບບ​ຢ່າງ​ດີ​ທີ່​ໃຫ້​ແກ່ ໂຄງ​ການ​ອື່ນໆ. ນອກ​ຈາກນັ້ນ ລ​ຊມ​ລ​ ເປັນບໍ​ລິ​ສັດ​ໜຶ່ງ​ດຽວ​ເທົ່າ​ນັ້ນ ໃນ ສ​ປ​ປ ລາວ ທີ່​ໄດ້​ຮັບ​ໃບ​ຍ້ອງ​ຍໍ​ປະ​ເພດ A+ ຈາກ​ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ສະ​ເໝີ​ມາ.”

​ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ລາວຫຼາຍ​ພັນ​ຄົນ ແລະ ໄດ້ລົງທຶນຫຼາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃສ່ການພັດທະນາ ແລະ ການຝຶກອົບຮົມ. ໃນຊຸມຊົນເມືອງວິລະບູລີ ໄດ້ມີປະຊາຊົນກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກ ໂຄງການພັດທະນາຊຸມຊົນ ຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ US$13 ລ້ານ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ US$33 ລ້ານ.

ຮູບທ່ານ ທຳ​ມະ​ລົດ ຣາ​ຊາ​ພົນ, ຮອງ​ຫົວ​ໜ້າ​ກົມ​ສ່ວຍ​ສາ​ອາ​ກອນ (ຂວາ) ຮັບ​ແຊັກ​ເງິນ​ອາ​ກອນ​ກຳ​ໄລ​ປີ 2020 ຈາກ ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ທ່ານ ສະ​ໝານ ອະ​ເນ​ກາ (ຊ້າຍ).