ພະ​ນະ​ທ່ານ ຄຳ​ພັນ ພົມ​ມະ​ທັດ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະ​ທານ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ຢ້ຽມ​ຢາມ ບໍ່​ຄຳ–ທອງ​ເຊ​ໂປນ

ກໍລະກົດ 16, 2021

ໃນ​ວັນ​ທີ 16 ກໍ​ລະ​ກົດ 2021, ພະ​ນະທ່ານ ຄຳ​ພັນ ພົມ​ມະ​ທັດກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກເລ​ຂາ​ທິ​ການ​ສູນ​ກາງ​ພັກປະ​ທານ ຄະ​ນະ​ກວດ​ກາ​ສູນ​ກາງ​ພັກປະ​ທານ ອົງ​ການກວດ​ກາ​ແຫ່ງ​ລັດ ແລະ ຫົວ​ໜ້າ​ ອົງ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຂັ້ນ​ສູນ​ກາງ ພ້ອມ​ດ້ວຍຄະ​ນະ ແລະ ການ​ນຳ​ແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ໃຫ້​ກຽດ​ຢ້ຽມ​ຢາມ ບໍ່​ຄຳທອງ ​ເຊ​ໂປນ ​ເພື່ອ​ຊົມ​ການ​ຜະ​ລິດຄຳ​ທີ່​ເພີ່ມ​ຂຶ້ນ​ ກໍ​ຄື​ ແຜນ​ການ​ກ່ຽວ​ກັບ​ໂຄງ​ການຄຳພ້ອມ​ທັງຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ ຜົນ​ສຳ​ເລັດ​ດ້ານການ​ປະ​ຕິ​ບັດ​​ວຽກ​ງານ​ສິ່ງ​ແວດ​ລ້ອມຄວາມ​ປອດ​ໄພມາດ​ຕະ​ການ​ປ້ອງ​ກັນ​ໂຄວິດ-19, ການ​ພັດ​ທະ​ນາ​ຊຸມ​ຊົນຂອງ​ບໍ​ລິ​ສັດ​ ແລະ ການ​ຮ່ວມ​ມືທີ່​ດີ​ຢ່າງ​ສະ​ເໝີ​ມາ​ ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​.

ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ເປັນ​ວິ​ສາ​ຫະ​ກິດ​ແບບ​ຢ່າງໃນ ສ​ປ​ປ ລາວ ແລະ ໄດ້ຮັບ​ລາງວັນ​ຍ້ອງ​ຍໍ​ລະ​ດັ​ບ​ດີ​ເລີດ (A+) ​ຢ່າງສະ​ເໝີ​ມາ ເຊິ່ງມອບ​ໂດຍ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ສຳ​ລັບ ການ​ປະ​ຕິ​ບັດ​ໄດ້​ມາດ​ຕະ​ຖານ​ສາ​ກົນ​ດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່.

ທ່ານ ສະ​ໝານ ອະ​ເນ​ກາຜູ້ອຳ​ນວຍ​ການ​ໃຫຍ່ LXML ໄດ້​ກ່າວ​ວ່າ: “LXML ມີ​ຄວາມ​ມຸ່ງ​ໝັ້ນ ​ຕໍ່​ການ​ຮ່ວມ​ມື ແລະ ເຮັດ​ວຽກ​ຮ່ວມກັນຢ່າງ​ຕັ້ງ​ໜ້າ ​ກັບ​ລັດ​ຖະ​ບານ ​ໃນ​ນາມ​ຄູ່​ຮ່ວມ​ພັດ​ທະ​ນາ. LXML ມີ​ຄວາມ​ພາກ​ພູມ​ໃຈ​ສຳ​ລັບ​ການ​ປະ​ກອບ​ສ່ວນ​ ​ຕໍ່ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ​ໃນ ສ​ປ​ປ ລາວ.

ຕັ້ງແຕ່ເລີ່ມດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2003ໂຄງການຄຳ-ທອງ ເຊໂປນ ໄດ້ຜະລິດແທ່ງຄຳຫຼາຍກວ່າ 1,2 ລ້ານ ອອນສ໌ ແລະ ຜະລິດແຜ່ນທອງຫຼາຍກວ່າ 1 ລ້ານໂຕນໄດ້ສ້າງຜົນປະໂຫຍດໂດຍກົງຫຼາຍກວ່າ US$1,5 ຕື້ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນພາສີຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ.

ນອກຈາກນັ້ນ ໂຄງການຄຳ-ທອງເຊໂປນຍັງໄດ້ສ້າງຜົນປະໂຫຍດທາງອ້ອມ ດ້ວຍການສ້າງວຽກເຮັດງານທຳ, ຜ່ານການຝຶກອົບຮົມຕ່າງໆ, ການພັດທະນາຊຸມຊົນ ແລະ ສ້າງລາຍໄດ້ ໃຫ້ແກ່ບັນດາຜູ້ຮັບເໝົາທ້ອງຖິ່ນ (ລວມ​ທັງ ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ, ລັດ​ວິ​ສາ​ຫະ​ກິດ​ນ້ຳ​ມັນ​ເຊື້ອ​ໄຟ​ລາວ, ບໍ​ລິ​ສັດ​ສະ​ຫວັນ​ໂລ​ຈິ​ສ​ຕິກ) ອັນໄດ້ສ້າງຜົນປະໂຫຍດທາງບວກຢ່າງມະຫາສານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. LXML ໄດ້ລົງທຶນຫຼາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃສ່ການພັດທະນາ ແລະ ການຝຶກອົບຮົມພະນັກງານ ກໍ​ຄື ຊັບ​ພະ​ຍາ​ກອນ​ມະ​ນຸດ. ໃນຊຸມຊົນເມືອງວິລະບູລີ ໄດ້ມີປະຊາຊົນກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກ ໂຄງການພັດທະນາຊຸມຊົນ ຂອງໂຄງການຄຳ-ທອງ ເຊໂປນ ລວມມູນຄ່າ US$13 ລ້ານ (ຜ່ານກອງ​ທຶນ​ປະ​ຈຳ​ປີ ແລະ ໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ສຳ​ລັບ​ຜູ້​ທີ່​ດ້ອຍ​ໂອ​ກາດ​ທີ່​ສຸດ ຢູ່​ອ້ອມ​ຂ້າງ​ບໍ່​ຄຳ-ທອງ ​ເຊ​ໂປນ) ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນ ກໍໄດ້ທະວີຄູນຂຶ້ນເປັນ US$33 ລ້ານ. ໃນ​ປັດ​ຈຸ​ບັນ,  LXML ​ມີ​ພະ​ນັກ​ງານ​ປະ​ມານ 5.000 ຄົນ ເພື່ອ​ສະ​ໜັບ​ໜູນ​ໄລ​ຍະ​ການ​ພັດ​ທະ​ນາ​ໂຮງ​ງານ​ ແລະ ອຸ​ປະ​ກອນ​ໃໝ່ ເພື່ອ​ເພີ່ມ​ການ​ຜະ​ລິດ​ຄຳ ແລະ ຍືດ​ອາ​ຍຸ​ຂອງ​ບໍ່​ຄຳ-ທອງ ​ເຊ​ໂປນ.

ໃນ​ຖາ​ນະ​ຄູ່​ຮ່ວມ​ພັດ​ທະ​ນາ ແລະ ຜູ້​ຈ່າຍ​ພາ​ສີ​ອາ​ກອນ​ສຳ​ຄັນ​ໃນ ສ​ປ​ປ ລາວ, LXML ມີ​ຄວາມ​ມຸ່ງ​ໝັ້ນເປັນບໍ​ລິ​ສັດ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່ດີ​ເລີດ ແລະ ສ້າງ​ຄວາມ​ອຸ​ດົມ​ຮັ່ງ​ມີ​ໃຫ້​ແກ່ສັງ​ຄົມ.