ສະຖານະການ COVID-19 ຢູ່ບໍ່ຄຳ-ທອງ ເຊໂປນ

ມີນາ 20, 2022

ໃນ​ອາ​ທິດ​ຜ່ານ​ມາ, LXML ໄດ້​ລາຍ​ການ​ກໍ​ລະ​ນີ​ຕິດ​ເຊື້ອ COVID-19 ເພີ່ມ​ຂຶ້ນ ຍ້ອນ​ການ​ລະ​ບາດ​ພາຍ​ໃນ​ຊຸມ​ຊົນ​ຢ່າງກວ້າງ​ຂວາງ​ຢູ່ ເມືອງວິ​ລະ​ບູ​ລີ, ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ບໍ່​ຄຳ-ທອງ ເຊ​ໂປນ. ບໍ​ລິ​ສັດ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ ກວດ​ຄົ້ນຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ແລະ ກວດ​ເຊື້ອ​ຫາ​ຜູ້​ຕິດ​ເຊື້ອ ໂດຍ ສ່ວນ​ໃຫຍ່​ແມ່ນ​ສະ​ແດງ​ອາ​ການ​ເບົາ​ບາງ ຫຼື ບໍ່​ມີ​ອາ​ການ​ໃດໆ​. ພະ​ນັກ​ງານ​ຂອງ LXML ແມ່ນ​ໄດ້​ຮັບ​ວັກ​ຊີນ​ປ້ອງ​ກັນ COVID-19 ສາມ​ໂດ​ສ.

ບໍ​ລິ​ສັດ​ໄດ້ ຢຸດ​ຕິ​ ກິ​ລາ​ທຸກໆ​ປະ​ເພດ ແລະ ປິດ​ພື້ນ​ທີ່​ຊຸມ​ນຸມ​ຢູ່​ພາຍ​ໃນ​ພາກ​ສະ​ໜາມ ພ້ອມ​ທັງ​ໄດ້​ຈຳ​ກັດ​ການ​ເຂົ້າ​ພາກ​ສະ​ໜາມ​ສະ​ເພາະ​ບຸກ​ຄົນ​ທີ່​ໄດ້​ຮັບ​ວັກ​ຊີນສາມ​ໂດ​ສ​ເທົ່າ​ນັ້ນ.

ບໍ​ລິ​ສັດ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ ລັດ​ຖະ​ບານ​ຂັ້ນ​ທ້ອງ​ຖິ່ນ, ແຂວງ ແລະ ສູນ​ກາງ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ພະ​ນັກ​ງານ ແລະ ຊຸມ​ຊົນ.