ປະ​ທານ ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ​ຂຸດ​ຄົ້ນ​ຄຳ ສະ​ຫຼອງການເປີດ​ໂຮງ​ງານ​ອົກ​ຊີ​ແຊນ​ໃໝ່ ຢູ່ ບໍ່​ຄຳ–ທອງ​ເຊ​ໂປນ

ສິງຫາ 02, 2021

ປະ​ທານ ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ​ຂຸດ​ຄົ້ນ​ຄຳ ທ່ານ​ ຫວາງ ຈ້ຽນ​ຫົວ ໄດ້ໃຫ້​ກຽດ​ເປັນ​ສັກ​ຂີ​ພິ​ຍານ ການ​ເປີດ​ໂຮງ​ງານ​ອົກ​ຊີ​ແຊນ​ຢ່າງ​ເປັນ​ທາງ​ການ ຢູ່ ໂຄງ​ການ​ຄຳ-ທອງ​ເຊ​ໂປນ​ຂອງ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ພ້ອມ​ທັງ​ສະ​ເຫຼີມ​ສະຫຼອງ​ນິ​ມິດ​ໝາຍ​ສຳ​ຄັນ​ນີ້​ກັບ ທີມ​ງານ​ຂອງ ບໍ​ລິ​ສັດ LXML.

ໂຮງ​ງານ​ອົກ​ຊີ​ແຊນ​ໃໝ່ ເປັນ​ອົງ​ປະ​ກອບ​ໜຶ່ງ​ຂອງ ‘ໂຄງ​ການ​ເຊ​ໂປນ 2.5’ ຂອງ LXML ທີ່​ຖືກ​ອອກ​ແບບ​ມາ​ເພື່ອ​ເພີ່ມ​ກຳ​ລັງ​ການປ້ອນ​ແຮ່​ເຂົ້າ​ໂຮງ​ງານຜະ​ລິດ​ຄຳ​ເຄົ້າ ຈາກ 1,5 ລ້ານ​ໂຕນ​ຕໍ່​ປີ ເປັນ 2,5 ລ້ານ​ໂຕນ ຕໍ່​ປີ. ບໍ​ລິ​ສັດ​ຊື​ເຟິງ ໄດ້​ລົງ​ທຶນຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຮັບ​ປະ​ກັນ​ອະ​ນາ​ຄົດ​ຂອງ LXML. ການ​ລົງ​ທຶນ​ເຫຼົ່າ​ນີ້​ຈະ​ສະ​ໜັບ​ສະ​ໜູນ ຜົນ​ການ​ຜະ​ລິດ​ຄຳ​ທີ່​ເພີ່ມ​ຂຶ້ນ ແລະ ຍືດ​ອາ​ຍຸ​ຂອງ​ບໍ່​ຄຳ-ທອງ​ເຊ​ໂປນ​ໄປ​ອີກ​10 ປີ ຢ່າງ​ຕ່ຳ.

ທ່ານ ຫວາງ ຈ້ຽນຫົວປະທານ ຊືເຟິງ ຈີຫຼົງຂຸດຄົ້ນຄຳ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ ທີ່​ໄດ້​ເຫັນ​ຄວາມ​ຄືບ​ໜ້າ​ຢ່າງ​ກ້າວ​ກະ​ໂດດ​ຂອງ ໂຄງ​ການ​ຄຳ​-ທອງ​ເຊ​ໂປນ ໃນ​ໄລ​ຍະ​ສອງ​ປີ​ຜ່ານ​ມາ​ນີ້. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ​ພວກ​ເຮົາ, ກໍ​ຄື ການ​ຮ່ວມ​ມື​ທີ່​ເຂັ້ມ​ແຂງ​ກັບ ລັດ​ຖະ​ບານ ແລະ ຊຸມ​ຊົນ. ສ​ປ​ປ ລາວ ເປັນ​ບ່ອນ​ທີ່​ເອື້ອ​ອຳ​ນວຍ​ແກ່​ກາ​ນ​ລົງ​ທຶນ ແລະ ການດຳ​ເນີນ​ທຸ​ລະ​ກິດ.”

ໃນ​ວາ​ລະ​ທີ່ ທ່ານ ຫວາງ ມາ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ ໄດ້​ພົບ​ປະ​ກັບ ພະ​ນັກ​ງານ​ຂອງ​ໂຄງ​ການ​ຄຳ-ທອງ​ເຊ​ໂປນ ແລະ ຜູ້​ມີ​ສ່ວນ​ຮ່ວມ​ຈາກ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່.

ໃນ​ປີ 2021, LXML ຄາດ​ໝາຍ​ຈະ​ຜະ​ລິດ​ຄຳ​ໃຫ້​ໄດ້ 7,6 ໂຕນ. ໂຮງ​ງານ ແລະ ອຸ​ປະ​ກອນ​ໃໝ່ ກໍ​ຈະ​ເລີ່ມ​ເປີດ​ນຳ​ໃຊ້ ເປັນ​ກ້າວໆ ໃນ​ໄລ​ຍະ 18 ຫາ 24 ເດືອນ​ຕໍ່​ໜ້າ ເພື່ອ​ຊ່ວຍ​ໃຫ້ ບໍ​ລິ​ສັດ​ບັນ​ລຸ​ເປົ້າ​ໝາຍ​ການ​ຜະ​ລິດ​ຢ່າງ​ປອດ​ໄພ.

LXML ໝຸ່ງ​ໝັ້ນ​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນ, ພ້ອ​ມ​ທັງ​ຮັກ​ສາ​ກຽດ​ຕິ​ສັກ​ຂັ້ນ A+ ໃນການ​ເປັນ​ຜູ້​ນຳ​ທາງ​ດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ທັນ​ສະໄໝທີ່​ທາງ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ໄດ້​ມອບ​ໃຫ້ ພ້ອ​ມ​ທັງ​ລາງວັນ​ທຸ​ລະ​ກິດ​ດີ​ເດັ່ນ​ດ້ານ​ການ ເພື່ອບັນ​ລຸ​ຜົນ​ການ​ຜະ​ລິດ ທີ່​ດີ​ທີ່​ສຸດ ໃນ​ຖາ​ນະ​ຄູ່​ຮ່ວມ​ພັດ​ທະ​ນາ ໃນ ສ​ປ​ປ ລາວ.