ຄາດ​ຕະ​ກອນ​ໃນ​ເງົາ​ມືດ

ເມສາ 04, 2021

ບົດ​ບັນ​ນາ​ທິ​ການ​ປະ​ກອບ​ສ່ວນ​ໂດຍ ທ່ານ ປາ​ລີ​ວັດ ອິນ​ທະ​ວົງ, ຫົວ​ໜ້າ​ສາຍ​ງານ – ປະ​ຕິ​ບັດ ແລະ ບໍ​ລິ​ການ​ໂຄງ​ການ, LXML ເນື່ອງ​ໃນ​ໂອ​ກາດ ວັນ​ສາ​ກົນ​ແຫ່ງ​ການ​ປູກ​ຈິດ​ສຳ​ນຶກ​ກ່ຽວ​ກັບ​ລະ​ເບີດ​ຝັງ​ດິນ ແລະ ການ​ຊ່ວຍ​ເຫຼືອ​ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ເບີດ​ຝັງ​ດິນ

 

ໃນຂະນະທີ່ເຫດການເສຍຊີວິດຈາກ ອຸປະຕິເຫດທາງທ້ອງຖະໜົນ, ການສູບຢາ, ມະເຮັງ ແລະ ພະຍາດ COVID-19 ສືບຕໍ່ເປັນຂ່າວໃນສື່ຕ່າງໆ, ການເສຍຊີວິດ ແລະ ການບາດເຈັບຈາກ ອຸປະຕິເຫດລະເບີດບໍ່ທັນແຕກ (UXO) ກໍຍັງສືບຕໍ່ກະທົບຕໍ່ຊຸມຊົນຢ່າງ​ຮ້າຍ​ແຮງ ​ຢູ່ໃນ ສປປ ລາວ.

ໃນປີ 2021, ສປປ ລາວ ລາຍງານອຸປະຕິເຫດ UXO 31 ຄັ້ງ ໂດຍມີ ການບາດເຈັບ 44 ຄົນ ແລະ ເສຍຊີວິດ 11 ຄົນ.

ວຽກງານເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ ໄດ້ມີຄວາມຫຼ້າຊ້າ ຍ້ອນການລະບາດຂອງພະຍາດ COVID-19 ອັນໄດ້ສົ່ງ​ຜົນໃຫ້ມີຕົວເລກການບາດເຈັບສູງຂຶ້ນ ເມື່ອສົມທຽບໃສ່ປີກ່ອນ.

ໂດຍລວມ, ສປປ ລາວ ເປັນປະເທດທີ່​ໄດ້​ຮັບການຖິ້ມລະເບີດຕໍ່ຫົວຄົນ ທີ່ໜັກໜ່ວງທີ່ສຸດໃນໂລກ. ໃນລະຫວ່າງປີ 1964 ຫາ 1973 ແມ່ນມີການຖິ້ມລະເບີດຫຼາຍກວ່າ 2 ລ້ານໂຕນ​ ເຊິ່​ງ​ເທົ່າກັບຈຳ​ນວນ​ລູກບົມບີ້ຫຼາຍກວ່າ 270 ລ້ານໜ່ວຍ ທີ່ໄດ້ຖືກຖິ້ມລົງໃສ່​ເທິງແຜ່ນ​ດິນ​ຂອງ ສປປ ລາວ. ໃນນັ້ນ ​ແມ່ນ​ຍັງມີ​ລູກ​ລະ​ເບີດ​ບໍ່​ທັນ​ແຕກປະມານ 30%  ແລະ ມີພຽງ 1% ທີ່ໄດ້ຖືກເກັບກູ້ ຫຼື ​ຖືກທຳລາຍແຕ່ປີ 1996 ເປັນຕົ້ນມາ. ຍ້ອນ​ແນວ​ນັ້ນ ສ​ປ​ປ ລາວ ຈຶ່ງ​ໄດ້​ມີເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່ 18 (SDG 18) ສະ​ເພາະ​ຂອງ​ປະ​ເທດ ​ເຊິ່ງແນ​ໃສ່​ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ ມີ “ຊີ​ວິດ​ທີ່​ປອດ​ໄພ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ”.

ບໍ່ຄຳ-ທອງເຊໂປນ ຕັ້ງຢູ່ເມືອງວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ ເຊິ່ງ​ເປັນ​ເມືອງໜຶ່ງ ທີ່ໄດ້ຖືກຖິ້ມລະເບີດ ລົງໃສ່ຫຼາຍທີ່ສຸດໃນປະເທດ. ຍ້ອນແນວນັ້ນ, ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ຈຶ່ງໄດ້ນຳເອົາ ວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ເຂົ້າມາເປັນວຽກໜຶ່ງທີ່ສຳຄັນໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດບໍ່ແຮ່ ເພື່ອຮັບປະກັນໃຫ້ພະນັກງານ, ຊຸມຊົນ ແລະ ການດຳເນີນງານຂອງພວກເຮົາປອດໄພຈາກ ອຸປະຕິເຫດຈາກ ​ UXO ທີ່ຍັງຫຼົງ​ເຫຼືອຢູ່. LXML ມີ​ທີມ​ງານ UXO ທີ່​ມີ​ຄຸນ​ວຸດ​ທິໃນ​ລະ​ດັບ​ສາ​ກົນ ເປັນ​ຜູ້​ດຳ​ເນີນ​ງານກວດ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ເຫຼົ່າ​ນີ້  ເຊິ່ງນັບ​ແຕ່ຂະ​ບວນ​ການ​ສຳຫຼວດ, ກ່ອນ​ການ​ກໍ່​ສ້າງ ແລະ ຂຸດ​ຄົ້ນ​ບໍ່​ແຮ່ ຕະຫຼອດ​ເຖິງ ການ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ພັດ​ທະ​ນາ​ຊຸ​ມ​ຊົນ​ຂອງ​ບໍ​ລິ​ສັດ. ນອກ​ຈາກ​ນັ້ນ​ແລ້ວ ​ທາງ​ບໍ​ລິ​ສັດ ກໍ​ຍັງ​ໄດ້​ມີການ​ປູກ​ຈິດ​ສຳ​ນຶກ ໂດຍ​​ໄດ້ມີ​ການ​ເຜີຍ​ແຜ່​ຂໍ້ມູນ​ຄວາມ​ຄວາມ​ຮູ້​ກ່ຽວ​ກັບ ຄວາມ​ອັນ​ຕະ​ລາຍ​ຂອງ UXO ຕໍ່​ຊຸມ​ຊົນ​ເຈົ້າ​ພາບ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ​ຂອງ​ພວກ​ເຮົາ ນຳ​ອີກ​ດ້ວຍ.

ຕະຫຼອດທົດສະວັດຜ່ານມາ, ກົດເຫຼັກຂອງທີມງານເກັບກູ້ລະເບີດແມ່ນ ຫ້າມມ້າງລູກລະເບີດ ຫຼື ເຄື່ອນຍ້າຍລູກລະເບີດໂດຍບໍ່​ມີ​ຄວາມຈຳເປັນ. ທຸກຄັ້ງທີ່ກວດພົບ​ວັດ​ຖຸ​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກແມ່ນຈະຕ້ອງມີການທຳລາຍລູກລະເບີດກັບທີ່. ທຸກຄົນພາຍໃນທີມ​ງານ​ແມ່ນເຂົ້າໃຈດີ ເຖິງຄວາມສ່ຽງສູງທີ່ຕິດພັນກັບວຽກງານຂອງພວກເຮົາ. ອຸປະຕິເຫດກໍເກີດຂຶ້ນໃດ້ທຸກເວລາ ຖ້າພວກເຮົາບໍ່ປະຕິບັດຕາມມາດຕະຖານເຕັກນິກສະເພາະທີ່ຖືກວາງອອກ. ຄວາມຜິດພາດໃດໆ ອາດໝາຍເຖິງການສູນເສຍຊີວິດ ແລະ ບໍ່ມີໂອກາດເປັນຄັ້ງທີສອງເພື່ອ​ໃຫ້ກັບຄືນ​ມາແກ້ໄຂ​ໄດ້​ອີກ. ສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ຝຶກຝົນຢ່າງດີ ແລະ ມີປະສົບການໃນການດຳເນີນງານທີ່ອັນຕະລາຍນີ້. ທີມງານ​ UXO ຂອງ LXML ໄດ້ບັນລຸການເຮັດວຽກເກັບກູ້ລະເບີດ ທີ່ປັດສະຈາກການບາດເຈັບມາໄດ້ 5 ປີ ຕິດຕໍ່ກັນ.

ນັບຕັ້ງແຕ່ປີ 1996, LXML ໄດ້ລົງທຶນ​ສູງເຖິງ US$52 ລ້ານ ເຂົ້າໃນການເກັບກູລະເບີດທີ່ບໍ່ທັນແຕກ ແລະ ທໍາລາຍລະເບີດກວ່າ 60.000 ຫນ່ວຍ ເຊິ່ງ 90% ຂອງລະເບີດຈໍານວນນີ້ ແມ່ນພ້ອມທີ່ຈະລະເບີດ ຖ້າຫາກໄດ້ຮັບການກະທົບ. ໃນ​ປີ 2021 ທີມ​ງານ​ພວກ​ເຮົາ​ໄດ້​ທຳ​ລາຍ​ລູກ​ລະ​ເບີດຝັງ​ດິນ 1.368 ໜ່ວຍ ແລະ ໄດ້​ກວດ​ກູ້ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ເນື້ອ​ທີ່​ຫຼາຍກວ່າ 7 ລ້ານ ຕາ​ແມັດ. ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, LXML ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ ກະ​ຊວງ​ປ້ອງ​ກັນ​ຊາດ. ການ​ຮ່ວມ​ມື​ ທີ່​ມີ​ມາ​ຍາວ​ນານ​ນີ້ ໄດ້ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ວຽກ​ງານ​ເກັກ​ກູ້ UXO​ ຢູ່​ອ້ອມ​ຂ້າງ​ບໍ່​ຄຳ-ທອງ​ເຊ​ໂປນ ແລະ ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ດ້ານ​ວິ​ຊາ​ການ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ຮຸ່ນຫຼັງ. ບໍ​ລິ​ສັດ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ກະ​ຊວງ​ປ້ອງ​ກັນ​ຊາດ ໃນ​ການທົດ​ສອບ​ວິ​ທີ​ການ ແລະ ເຕັກ​ໂນ​ໂລ​ຊີ​ໃໝ່ໆ​ໃນ​ການ​ເກັບ​ກູ້​ UXO.

​ບໍ​ລິ​ສັດ LXML ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ພາກລັດເພື່ອ ກວດຄົ້ນ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ຢູ່ ອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອໃຫ້ທຸກຄົນປອດໄພຂຶ້ນ.



ນາງ ເພັດ ໄຊສົມບຸດ ແມ່ນໜຶ່ງໃນກຸ່ມພະນັກງານເກັບກູ້ລະເບີດແມ່ຍິງກຸ່ມທຳອິດ ຂອງບໍລິສັດ ທີ່ໄດ້ຜ່ານຫຼັກສູດການຝຶກອົບຮົມນັກວິຊາການຂັ້ນ 1 ໃນດ້ານວຽກງານທຳລາຍ UXO ແລະ ໄດ້ຝຶກອົບຮົມ-ຝຶກຊ້ອມເຂັ້ມຂຸ້ນ ໃນການຂັບລົດຕັດໄມ້ແມັນຊີມັກ. /Ms Phet Xaysomboud was amongst the first group of female UXO clearance operators who completed the internationally accredited Explosive Ordnance Disposal Level 1 training and underwent comprehensive training on how to operate Menzi Muck clearance equipment.