ວັນ​ເຮັດ​ວຽກ​ຢູ່​ບ່ອນ​ສູງ​ຢ່າງ​ປອດ​ໄພ

ມິຖຸນາ 01, 2021

ໂດຍ: ເຊີ​ເກ ລີ​ເຊີນ, ຜູ້​ຈັດ​ການ​ວຽກ​ງານວິ​ສະ​ວະ​ກຳ ແລະ ສ້ອມ​ແປງ

ໃນວັນທີ 30 ພຶດສະພາ 2021 ທີມງານສ້ອມແປງໂຮງງານໄດ້ຈັດ ວັນເຮັດວຽກຢູ່ບ່ອນສູງຢ່າງປອດໄພ. ທີມງານໄດ້ເຮັດກິດຈະກຳເພື່ອຝຶກວິທີການ ກູ້ໄພໃນກໍລະນີເກີດອຸປະຕິເຫດ ຊັບສະແປນເຊີນທຣໍມາ ຫຼື ກໍລະນີຄົນຫ້ອຍຢູ່ບ່ອນສູງດົນ ຫຼື ຕົກຈາກບ່ອນສູງ ໂດຍເກີດອາການເສັ້ນເລືອດໃຫຍ່ຢູ່ຂາຕາຍ (ເປັນຜິດ). ຊັບສະແປນເຊີນທຣໍມາ ສາມາດເຮັດໃຫ້ເກີດການເສຍຊີວິດໄດ້ ລະຫວ່າງ 10 ຫາ 20 ນາທີ ທີ່ເກີດອຸປະຕິເຫດ. ເປົ້າໝາຍຂອງກິດຈະກຳຄັ້ງນີ້ແມ່ນເພື່ອຮັບປະກັນໃຫ້ພະນັກງານຮຽນຮູ້ແຜນການປ້ອງກັນການຕົກຈາກບ່ອນສູງ.

ການ​ເຮັດ​ວຽກ​ຢູ່​ບ່ອນ​ສູງ ແມ່ນ​ສ່ວນ​ໜຶ່ງ​ໃນ ກົດ​ລະ​ບຽບ​ຮັກ​ສາ​ຊີ​ວິດ​ຂອງ​ບໍ່​ຄຳ-ທອງ​ເຊ​ໂປນ.

“ພວກ​ເຮົາ​ຈະ​ນຳ​ໃຊ້​ອຸ​ປະ​ກອນ​ປ້ອງ​ກັນ​ການ​ຕົກ​ຕະຫຼອດເວ​ລາ ​ທີ່​ເຮັດ​ວຽກຢູ່​ໃນ​ບ່ອນ​ທີ່​ມີ​ຄວາມ​ສ່ຽງ​ຕົກ​ຈາກ​ບ່ອນ​ທີ່​ສູງ 2 ແມັດຂຶ້ນ​ໄປ.”

ທີມ​ງານ​ບໍ​ລິ​ຫານ​ຂອງ​ພວກ​ເຮົາ ລວມ​ມີ ຜູ້​ຈັດ​ການ​ໃຫຍ່, ຮອງ​ຜູ້​ຈັດ​ການ​ໃຫຍ່, ຜູ້​ຈັດ​ການ​ຝ່າຍ​ບຸກ​ຄະ​ລາ​ກອນ ແລະ ໂຮງ​ສ້ອມ​ແປງ​ເຄື່ອນ​ທີ່ ໄດ້​ເຂົ້າ​ຮ່ວມ ແລະ ສະ​ໜັບ​ສະ​ໜູນ​ກິດ​ຈະ​ກຳ​ຄັ້ງ​ນີ້​ຢ່າງ​ຕັ້ງ​ໜ້າ. ຕ້ອງຂໍ​ຂອບ​ໃຈ​ເປັນ​ພິ​ເສດ​ແກ່ ໄມ​ໂກ ຣ໋ອດ​ແວວ ແລະ ທີມ​ງານຫ້າງ​ຮ້ານ ທີ່​ໄດ້​ແບ່ງ​ປັນ​ຄວາມ​ຮູ້ ແລະ ປະ​ສົບ​ການ. ພວກ​ເຮົາ​ຈະ​ສືບ​ຕໍ່​ຮຽນ​ຮູ້ ແລະ ປັບ​ປຸງ​ທັກ​ສະ​ຂອງ​ພວກ​ເຮົາ​ນຳ​ກັນ​ໄປ​ເລື້ອຍໆ.