ແມ່​ຍິງ​ໃນ​ຂະ​ແໜງ​ຂຸດ​ຄົ້ນ​ບໍ່​ແຮ່

ມີນາ 08, 2022

ການ​ຖື​ອາ​ຊີບ​ເປັນ​ວິ​ສາ​ວະ​ກອນ ບໍ່​ແມ່ນ​ວ່າ​ທຸກ​ຄົນ​ຈະ​ເປັນ​ໄດ້. ວິ​ສະ​ວະ​ກຳ​ ຮຽກ​ຮ້ອງ​ໃຫ້​ມີ​ການ​ອຸ​ທິດ​ເຫື່ອ​ແຮງ​ໃນ​ການ​ວິ​ເຄາະ​ທີ່​ນຳ​ໄປ​ສູ່​ການ​ແກ້​ໄຂ​ບັນ​ຫາ, ເຊິ່ງ ເວົ້າ​ລວມ​ເປັນ​ຂະ​ແໜງ​ໜ້າ​ວຽກ​ທີ່​ມີ​ຄວາມ​ທ້າ​ທາຍ​ຢູ່​ແລ້ວ. ແຕ່​ວ່າ, ແມ່​ຍິງ​ທີ່​ເຮັດ​ວຽກ​ໃນ​ຂະ​ແໜງວິ​ສະ​ວະ​ກຳ ແລະ ເວົ້າ​ສະ​ເພາະ​ອຸ​ດ​ສາ​ຫະ​ກຳ​ບໍ່​ແຮ່​ນີ້ ຍິ່ງ ພົບ​ກັບ​ຄວາມ​ທ້າ​ທາຍ​ໄປ​ຕື່ມ​ອີກ​ຄື: ການ​ຈຳ​ແນກ-ແນວ​ຄິດ​ຕາຍ​ຕົວ ທີ່​ຖ່ວງ​ດຶງ ພວກ​ເຮົາ​ທຸກ​ຄົນ.

ຄວາມຫຼາກຫຼາຍ ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ທຸກໆ​ສັງ​ຄົມ ແລະ ການໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ ທີມ​ງານ “ທີມ​ງານ​​ການ​ດຳ​ເນີນ​ງານທີ່​ດີ​ເລີດ​ດ້ານການ​ຂຸດ​ຄົ້ນ​ບໍ່​ແຮ່” ກໍ​ເປັນ​ແຮງ​ບັນ​ດານ​ໃຈ​ໜຶ່ງໃນ​ການ​ເຮັດ​ວຽກ ຍ້ອນ​ວ່າ ທີມ​ງານ​ນີ້ ບໍ່​ມີການ​ຈຳ​ແນກ​ລະ​ຫວ່າງ ແມ່​ຍິງ ແລະ ຜູ້​ຊາຍ.  ພວກ​ເຮົາ​ມີ​ໂອ​ກາດ​ໄດ້​ພິ​ສູດ ທ່າ​ແຮງ​ບົ່ມ​ຊ້ອນ ແລະ ຄວາມ​ສາ​ມາດ ໃນ​ບົດ​ບາດ​ໜ້າ​ທີ່ ທີ່​ໂດຍ​ປົກ​ກະ​ຕິ​ທົ່ວ​ໄປ ຈະ​ແມ່ນ​ຜູ້​ຊາຍ​ເປັນ​ຜູ້​ຖື. ບົດ​ບາດ​ໜ້າ​ທີ່​ຂອງ​ພວກ​ເຮົາ ໃນ​ໜ່ວຍ​ງານ ​ການ​ດຳ​ເນີນ​ງານຄວາມ​ດີ​ເລີດດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ໄດ້​ໃຫ້​ໂອ​ກາດ​ພວກ​ເຮົາ​ນຳ​ໃຊ້​ຄວາມ​ຮູ້​ດ້ານ​ເຕັກ​ນິກເຂົ້າ​ໃນໜ້າ​ວຽກຈາກ​ຜຽນ​ໜຶ່ງ​ສູ່​ອີກ​ຜຽນ​ໜຶ່ງ​ສືບ​ເນື່ອງ​ໄປ​ທັງ​ເວັນ ແລະ ຄືນ ຄຽງ​ຄູ່​ກັບ ໂອ​ກາດ​ໃຫ້​ພວກ​ເຮົາ​ໄດ້​ພັດ​ທະ​ນະ​ຕົນ​ເອງ ແລະ ທີມ​ງານ.

ຂະ​ແໜງການ​ບໍ່​ແຮ່ ເປັນ​ວຽກ​ທີ່​ຍາກ​ທ້າ​ທາຍ ແຕ່​ເຮັດ​ແລ້ວ ກໍ​ມ່ວນ ແລະ ມີ​ຄວາມ​ພາກ​ພູມ​ໃຈ. ມັນ​ເປັນ​ໜ້າ​ວຽກ​ທີ່​ມີ​ຄວາມຫຼາກຫຼາຍ ແລະ ມີ​ຄວາມທ້າ​ທາຍ​ຢູ່​ສະ​ເໝີ. ພວກ​ເຮົາ​ເປັນ​ສ່ວນ​ໜຶ່ງ​ຂອງ​ທີມ​ງານ​ທີ່​ເຮັດ​ວຽກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ມີ​ໂອ​ກາດ​ຂັບ​ເຄື່ອນຫຼາຍກວ່າ​ການ​ຜະ​ລິດ​ຄຳ-ທອງຄື: ພວກ​ເຮົາ​ສາ​ມາດ​ປະ​ກອບ​ສ່ວນ​ຕໍ່​ຜົນ​ຮັບ​ທີ່​ສຳ​ຄັນ​ ຜ່ານ​ການ​ເຮັດ​ວຽດ​ດ້ວຍ​ຄວາມ​ຂະ​ຫຍັນ​ພາກ​ພຽນ, ການ​ອຸ​ທິດ​ເຫື່ອ​ແຮງ ແລະ ຄວາມ​ມັກ​ຮັກ​ໃນ​ໜ້າ​ວຽກ. ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ເປັນ​ແຮງ​ຈູງ​ໃຈ ແລະ ພ​ະ​ລະກຳ​ລັງ​ໃຫ້​ພວກ​ເຮົາ​ມີ​ຄວາມ​ອົດ​ທົນ​ໃນ​ແຕ່​ລະ​ວັນ.

ພວກ​ເຮົາ​ຊຸກ​ຍູ້​ໃຫ້​ແມ່​ຍິງ​ລາວ​ທຸກ​ຄົນ ຈົ່ງ​ເຂັ້ມ​ແຂງ ແລະ ສາ​ນ​ຕໍ່​ຕາມ​ຄວາມ​ຝັນ​ຂອງ​ຕົນ ບໍ່​ວ່າ​ຈະ​ມີ​ສິ່ງ​ທ້າ​ທາຍ ຫຼື ການ​ຈຳ​ແນກ-ແນວ​ຄິດ​ຕາຍ​ຕົວໃດໆ. ພວກ​ເຮົາ, ແມ່​ຍິງ, ຈະ​ຜ່ານ​ຜ່າ​​ທຸກໆ​ບັນ​ຫາ ແລະ ຄວາມ​ຫຍຸ້ງ​ຍາກ​ທີ່​ຜ່ານ​ມາ​ໃນ​ຊີ​ວິດ​ພວກ​ເຮົາ.

ໃນ​ວັນ​ແມ່​ຍິງ​ສາ​ກົນ​ປີ​ນີ້, ພວກ​ເຮົາ​ຮ້ອງ​ຂໍ​ໃຫ້​ເພື່ອນ​ຮ່ວມ​ງານ​ແມ່​ຍິງ​ທຸກ​ຄົນ ປ່ອຍ​ປະ ການ​ຈຳ​ແນກ-ແນວ​ຄິດ​ຕາຍ​ຕົວ​ໄວ້​ເບື້ອງຫຼັງ ແລະ ຊ່ວຍ​ອູ້​ມ​ຊູ​ສັນ​ລະ​ເສີນ​ກັນ​ ແລະ ​ກັນ ບໍ່​ວ່າ​ທ່ານ​ຈະ​ແມ່ນ​ເພດ​ໃດ. ພວກ​ເຮົາ​ຕ້ອງ​ປ່ຽນ​ແນວ​ຄິດ: ອັນ​ໃດ​ທີ່​ຜູ້​ຊາຍ​ເຮັດ​ໄດ້ ແມ່​ຍິງ​ກໍ​ເຮັດ​ໄດ້ ໂດຍ​ສະ​ເພາະ ໃນ​ຂະ​ແໜງວິ​ສະ​ວະ​ກຳ ແລະ ບໍ່​ແຮ່ ເພາະ  ພວກ​ເຮົາ​ບໍ່​ແມ່ນ​ວິ​ສະ​ວະ​ກອນ​ຍິງ, ແຕ່​ພວກ​ເຮົາ​ແມ່ນ “ວິ​ສະ​ວະ​ກອນ”.