ໂຄງການເຊໂປນນຳໃຊ້ເຄື່ອງຕິດຕາມການເໜັງຕີງຫຼັງຈາກການລະເບີດຫີນ

ມີນາ 11, 2022

ບົດຄວາມໂດຍ: ທ່ານ ຈອສ ກາບາໂຊນັກທໍລະນີສາດອາວຸໂສ –  ທີປຶກສາເຕັກນິກດ້ານການຜະລິດ

ທີ່ໂຄງການເຊໂປນ, ສ່ວນໜຶ່ງໃນຂະບວນການຄວບຄຸມຄຸນນະພາບແຮ່ ລວມມີການຕິດຕາມ ແລະ ເໜັງຕີງຂອງບ໋ອກແຮ່ ພາຍຫຼັງການລະເບີດຫີນ ເພື່ອຫຼຸດຜ່ອນການສູນເສຍແຮ່ (ເສຍແຮ່ໄປກັບຫີນເສດ), ການລະບຸແຮ່ທີ່ຜິດພາດ (ສົ່ງປະເພດແຮ່ໄປຜິດລານກອງແຮ່) ແລະ ການເຈືອຈາງ (ສົ່ງຫີນເສດໄປທີ່ໂຮງໂມ້).

ນັບຕັ້ງແຕ່ເດືອນພະຈິກ 2020, ໂຄງການເຊໂປນໄດ້ນຳໃຊ້ເຄື່ອງວັດແທກຕິດຕາມການເໜັງຕີງຫຼັງຈາກການລະເບີດຫີນ (BMMs) ເພື່ອຕິດຕາມການເໜັງຕີງຂອງການລະເບີດຫີນ – ຂະບວນການເພື່ອວັດແທກການເຄື່ອນທີ່ຂອງແຮ່ພາຍຫຼັງຈາກການລະເບີດ.

ມາຮອດປະຈຸບັນນີ້, ຂະບວນການດັ່ງກ່າວສາມາດປະຢັດງົບປະມານໄດ້ຢ່າງໜ້ອຍ $165,077 ຈາກການໃຊ້ຈ່າຍທີ່ກ່ຽວຂ້ອງກັບການສູນເສຍແຮ່ ນອກຈາກນັ້ນຍັງສາມາດປະຢັດໄດ້ $188,168 ທີ່ກ່ຽວຂ້ອງກັບການເຈືອຈາງຂອງແຮ່ ດ້ວຍການນຳໃຊ້ລະບົບຕິດຕາມການເໜັງຕີງຫຼັງຈາກລະເບີດຫີນ.

ວິທີການເຮັດວຽກມີຄືແນວໃດ?: BMMs ແມ່ນໄດ້ຕິດຕັ້ງໃນຮູເຈາະທີ່ໄດ້ຮັບການອອກແບບມາເປັນພິເສດ ເພື່ອໃຫ້ຜູ້ຄວບຄຸມສາມາດເຂົ້າໃຈລັກສະນະການເໜັງຕີງຫຼັງຈາກການລະເບີດຫີນໃນຮູບແບບສາມມິຕິ. ໄດ້ມີການນຳໃຊ້ຊອບແວເຕັກໂນໂລຊີການເໜັງຕີງຫຼັງຈາກການລະເບີດ (BMT) ເພື່ອຕິດຕາມການເໜັງຕີງຫຼັງຈາກການລະເບີດ ແລະ ປະເມີນຜົນຂອງການລະເບີດກ່ອນຈະຕັ້ງຄ່າຂອບເຂດຂອງບ໋ອກແຮ່ໃນບໍ່ສຳລັບການຂຸດຄົ້ນ.

ນີ້ກໍ່ເພື່ອເປັນການຮັບປະກັນຄຸນນະພາບຂອງແຮ່ເຄົ້າ ທີ່ຂົນໄປລານກອງແຮ່ ແລະ ປ້ອນເຂົ້າສູ່ໂຮງງານຜະລິດ ເພື່ອເຮັດໃຫ້ໄດ້ຮັບແຮ່ທີ່ມີຄຸນນະພາບຕາມແຜນທີ່ວາງໄວ້ ແລະ ເຮັດໃຫ້ພວກເຮົາສາມາດບັນລຸເປົ້າໝາຍການຜະລິດທີ່ວາງໄວ້.

ສິ່ງທີ່ທ້າທາຍມີຄືແນວໃດ?: ເນື່ອງຈາກການແຜ່ລະບາດຂອງພະຍາດ COVID-19 ໄດ້ເຮັດໃຫ້ວິຊາການຂອງບໍລິສັດເຮຊາກອນ (Hexagon) ພົບຂໍ້ຫຍຸ້ງຍາກໃນການເດີນທາງ ໃນເວລາທີ່ກຳລັງຈະດຳເນີນການຈັດຕັ້ງປະຕິບັດໜ້າວຽກດັ່ງກ່າວທີ່ພາກສະໜາມເຊໂປນ ຊຶ່ງເປັນບໍ່ແຮ່ທຳອິດໃນອາຊີຕາເວັນອອກສ່ຽງໄຕ້ທີ່ນຳໃຊ້ເຕັກໂນໂລຊີດັງກ່າວ ແລະ ເປັນໜຶ່ງໃນຜູ້ທຳອິດໃນໂລກທີ່ຈັດຕັ້ງປະຕິບັດລະບົບດັ່ງກ່າວ ຜ່ານລະບົບທາງໄກຈາກນອກສະຖານທີ່. ທີມງານຄວບຄຸມຄຸນນະພາບແຮ່, ພະແນກບໍລິການເຕັກນິກບໍ່ແຮ່ (MTS) ສາມາດຈັດຕັ້ງປະຕິບັດລະບົບດັ່ງກ່າວທີ່ພາກສະໜາມເຊໂປນໄດ້ຢ່າງເຕັມປະສິດທິພາບ ໂດຍຜ່ານການສະໜັບສະໜູນທາງອອນລາຍ ຈາກທີມງານເຮຊາກອນ ປະເທດອົດສະຕຣາລີ, ແລະ ການສະໜັບສະໜູນຈາກ ຄະນະຜູ້ບໍລິຫານໂຄງການເຊໂປນ, ພະແນກບໍລິການເຕັກນິກບໍ່ແຮ່, ແລະ ພະແນກຂຸດຄົ້ນແຮ່. ຂໍຊົມເຊີຍ!

ຂັ້ນຕອນຕໍ່ໄປ: ຄາດຄະເນວ່າ ຈະເພີ່ມກຳລັງການຜະລິດແຮ່ເຄົ້າໃນປີ 2022, ພວກເຮົາຈະເຫັນການເພີ່ມຂື້ນຂອງການຕິດຕາມການເໜັງຕີງຫຼັງຈາກການລະເບີດຫີນໃນຫຼາຍໆບໍ່. ພະນັກງານໂຄງການເຊໂປນກໍ່ໄດ້ສໍາເລັດຫຼັກສູດການຝຶກອົບຮົມໄລຍະ 2 ຂອງ BMT ແລະ ໄລຍະສຸດທ້າຍແມ່ນວາງແຜນໄວ້ໃນເດືອນເມສານີ້ ຊຶ່ງເປັນໄລຍະເວລາ 2 ສອງອາທິດຝຶກອົບຮົມໃນການປະຕິບັດຕົວຈິງ ແລະ ການນຳໃຊ້ຊອບແວ. ພາຍຫຼັງສຳເລັດການຝຶກອົບຮົມ, ພະນັກງານ 13 ຄົນທີ່ໂຄງການເຊໂປນ ຍິງ 1 ຄົນທີ່ຫາກໍ່ຮຽນຈົບດ້ານທໍລະນີສາດ ຈະເປັນບຸກຄົນທີ່ມີຄຸນສົມບັດຄົບຖ້ວນໃນການນຳໃຊ້ຊອບແວ BMT ນີ້.

ເຮຊາກອນ ເປັນບໍລິສັດນຳໜ້າລະດັບໂລກໃນການແກ້ໄຂບັນຫາດ້ານດິຈິຕອນ ແລະ ເຮັດວຽກຮ່ວມກັບ LXML ໄດ້ເກືອບສອງປີແລ້ວ. ບໍລິສັດຊ່ຽວຊານດ້ານການປະສົມປະສານເຄື່ອງເຊັນເຊີ້ກວດຈັບ, ຊອບແວ, ເຕັກໂນໂລຊີອິດສະລະ ດ້ວຍການປະສົມປະສານຂະບວນການເຮັດວຽກທີ່ສຳຄັນ.