ບໍ່​ຄຳ-ທອ​ງ​ເຊ​ໂປນ ປອດ​​ເຊື້ອ​ພະ​ຍາດ COVID-19

ກັນຍາ 23, 2021

​ໃນ​ວັນ​ທີ 21 ກັນ​ຍາ ທີ່​ຜ່ານ​ມາ, ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ ໄດ້​ລົງ​ມາ​ຢ້ຽມ​ຢາມ​ເມືອງວິ​ລະ​ບູ​ລີ ເພື່ອກວດ​ກາ​ມາດ​ຕະ​ການ​ຮັບ​ມື​ກັບ ການ​ລະ​ບາດ​ຂອງ​ພະ​ຍາດ COVID-19. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ເຈົ້າ​ເມືອງວິ​ລະ​ບູ​ລີ ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ ໄດ້​ສະ​ເໜີ​ເຈດ​ຈຳ​ນົງໃນ​ການ​ລົດ​ລະ​ດັບ​ຄວາມ​ສ່ຽງ​ຕໍ່​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID – 19 ໃຫ້​ແກ່ໂຄງ​ການ​ຄຳ-ທອງ​ເຊ​ໂປນ ຂອງ​ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ​ໃຫ້​ພົ້ນອອກ​ຈາກ​ເຂດ​ແດງ ມາ​ເປັນ​ເຂດ​ເຫຼືອງ ພາຍຫຼັງ​ທີ່ທາງພາກ​ສະ​ໜາມ​ບໍ່​ຄຳ-ທອງ ເຊ​ໂປນ ​ບໍ່​ມີ​ການ​ກວດ​ພົບການ​ຕິດ​ເຊື້ອ​ໃໝ່ ​ຜ່ານ​ມາ​​ໄດ້ 17 ວັນ​ຕິດ​ຕໍ່​ກັນ. ມາ​ຮອດ​ປັດ​ຈຸ​ບັນ ທຸກໆ​ບ້ານ​ໃນ​ເມືອງວິ​ລະ​ບູ​ລີ ໄດ້​ຖືກ​ປະ​ກາດ​ໃຫ້​ເປັນ​ເຂດ​ປອດ​ເຊື້ອ​ພະ​ຍາດ ເປັນ​ບ້ານ​ຂຽວ COVID-19 ​ໂດຍໄດ້​ມີ​ການ​ຜ່ອນ​ຜັນ​ມາດ​ຕະ​ການ​ຈຳ​ກັດ​ ຈຳ​ນວນ​ໜຶ່ງ.

ພາຍຫຼັງ​ທີີ່​ມີ​ການ​ຄົ້ນ​ພົບ​ກໍລະ​ນີຕິດ​ເຊື້ອ COVID-19 ​ໃນ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ​ຮັບ​ເໝົາ​ຂົນ​ສົ່ງ​ຈຳ​ນວນ​ໜຶ່ງ, ໂຄງ​ການ​ບໍໍ່​ຄຳ-ທອງ​ເຊ​ໂປນ​ກໍ​ໄດ້ ຍົກ​ລະ​ດັ​ບມາດ​ຕະ​ການ​ດ້ານ​ສຸ​ຂະ​ອະ​ນາ​ໄມ, ການ​ຈຳ​ກັດ​ບໍ​ລິ​ເວນ, ການ​ຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ແລະ ການກວດ​ຫາ​ເຊື້ອ ຢ່າງ​ຕັ້ງ​ໜ້າ ແລະ ທັນ​ການ ກໍ​ຄື​ສອດ​ຄ່ອງ​ກັບ ຄຳ​ສັ່ງ​ການ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ການ​ລະ​ບາດ​ທີ່​ລັດ​ຖະ​ບານ​ລາວ​ໄດ້​ວາງ​ອອກ ເພື່ອ​ໃຫ້​ສາ​ມາດລະ​ບຸ​ແຫຼ່ງ​ທີ່​ມາ​ຂອງ​ການ​ຕິດ​ເຊື້ອ ​ລວມ​ທັງ​​ການແຍກ​ປ່ຽວ​ຕໍ່​ກັບ​​ກໍ​ລະ​ນີ​ສ່ຽງ ເພື່ອຕັດ​ວົງ​ຈອນ​ການ​ຕິດ​ເຊື້ອ. ໃນ​ທັນ​ທີ ທີ່​ໄດ້​ກວດ​ພົບ​ການ​ຕິດ​ເຊື້ອ, ບໍ​ລິ​ສັດ​ກໍ່​ໄດ້​ລ໋ອກ​ດາວພາກ​ສະ​ໜາມ​ເຊ​ໂປນ​ໂດຍ​ຫ້າມ​ຄົນ​ເຂົ້າ-ອອກ ແລະ ໄດ້​ເຮັດ​ວຽກ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ ອຳ​ນາດ​ການ​ປົກ​ຄອງ​ເມືອງ, ແຂວງ, ແລະ ຂັ້ນ​ສູນ​ກາງ ກໍ​ຄື ບໍ​ລິ​ສັດ​ຮັບ​ເໝົາ​ທ້ອງ​ຖິ່ນ ​ເພື່ອ​ປ້​ອງ​ກັນ​ບໍ່​ໃຫ້​ມີ​ການ​ລະ​ບາດ​ເພີ່ມ​ຕື່ມ.

ໂດຍ​ລວມ​ແມ່ນ​ໄດ້​ມີ​ການ​ລາຍ​ງານກໍ​ລະ​ນີ​ຕິດ​ເຊື້ອຢູ່​ສະ​ໜ​າມ​ເຊ​ໂປນ 33 ຄົນ ໃນ​ນັ້ນ​ເປັນ​ຜູ້​ຮັບ​ເໝົາ 25 ຄົນ ແລະ ພະ​ນັກ​ງານບໍ​ລິ​ສັດ ລ​ຊມ​ລ 8 ຄົນ. ທຸກໆ​ກໍ​ລະ​ນີ​ແມ່ນ​ຕິດ​ພັນ​ກັບ​ຜູ້​ຮັບ​ເໝົາ​ຂົນ​ສົ່ງ​ 25 ຄົນ ດັ່ງທີ່​ໄດ້​ລາຍ​ງານ​ໃນ​ເບື້ອງ​ຕົ້ນ. ບຸກ​ຄົນ​ທີ່​ຕິດ​ເຊື້ອ​ແມ່ນ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​​ປົວຢູ່​ສູນ​ປິ່ນ​ປົວ ທີ່​ແຂວງ​ສະ​ຫວັນ​ນິະເຂດ ​​ຕາມທີ່​ພາກ​ລັດ​​ໄດ້​ກຳ​ນົດໃຫ້ ແລະ ​ໄດ້ປິ່ນ​ປົວ​ຫາຍ​ດີ​ ຢ່າງ​ປອດ​ໄພ. ພາຍຫຼັງ​ສຳ​ເລັດ​ການ​ປິ່ນ​ປົວ, ທຸກໆ​ກໍ​ລະ​ນີ​ແມ່ນ​ໄດ້​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ຢູ່​ສູນ ຄົບ​ຕາມ​ກຳ​ນົດ​ເວ​ລາ ​ທີ່​ລັດ​ຖະ​ບານ​ກຳ​ນົດໃຫ້​ ແລະ ຍັງ​ໄດ້​ກັກ​ຕົວ​​ຢູ່​ເຮືອນ​ຂອງ​ຕົນ ຕື່ມ​ອີກ 7 ວັນ.

ນັບ​ຕັ້ງ​ແຕ່ ວັນ​ທີ 22 ສິງ​ຫາ ທີ່​ໄດ້ເລີ່ມ​ມີ​ການ​​ຕິດ​ເຊື້ອ​​​, ບໍ​ລິ​ສັດ ລ​ຊມ​ລ ກໍ່ໄດ້​ດຳ​ເນີນ​ການກວດ​ເຊື້ອ COVID-19 11.000 ຕົວ​ຢ່າງ ໃຫ້​ແກ່​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ ລ​ຊມ​ລ ​ທຸກໆ​ຄົນ ຊຶ່ງ​ໃນ​ນັ້ນ, ນັບ​ແຕ່​ວັນ​ທີ 05 ກັນ​ຍາ ເປັນ​ຕົ້ນ​ມາ ກໍ່​ບໍ່​ໄດ້​ກວດ​ພົບ​ຜູ້​ຕິດ​ເຊື້ອ​ຕື່ມ ອີກ​ເລີຍ.

ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸ​ກ​ແຂວງ​ສະ​ຫວັນ​ນະ​ເຂດ, ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ   ລ​ຊມ​ລ 5,000 ຄົນ (99% ຂອງ​ແຮງ​ງານ​ທັງ​ໝົດ) ແມ່ນ​ໄດ້​ຮັບ​ວັກ​ຊີນ​ຕ້ານ COVID-19. ທຸ​ກ​ຄົນ​ທີ່​ຈະ​ເຂົ້າ​ພາກ​ສະ​ໜາມ​ເຊ​ໂປນ, ຫ້ອງ​ການ​ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດ ແມ່ນ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ. ບໍ​ລິ​ສັດ ລ​ຊມ​ລ.​ ແມ່ນ​ໄດ້​ຕັ້ງ​ໜ້າປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ຈຳ​ກັດ​ບໍ​ລິ​ເວນ ແລະ ກວດ​ຫາ​ເຊື້ອ​ຂອງ​ລັ​ດ​ຖະ​ບານ ກໍ​ຄື​ຄະ​ນະ​ສະ​ເພາະ​ກິດ ​ວາງ​ອອກ ສະ​ເໝີ​ມາ.

ບໍ​ລິ​ສັດ ລ​ຊມ​ລ ມີ​ຄວາມ​ມຸ່ງ​ໝັ້ນ​ເຮັດ​ວຽກ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ ລັດ​ຖະ​ບານ ເພື່ອ​ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ COVID-19 ໂດຍໄດ້​ສະ​ໜອງ​ເຄື່ອງ​ມື​ກວດ​ເຊື້ອ​ COVID-19 ແບບ​ໄວ ພ້ອມ​ທັງສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ, ທຶນ​ຮອນຈຳ​ນວນ​ນຶ່ງ ​ໃຫ້​ແກ່​ເມືອງ​ວິ​ລະ​ບູ​ລີ ​ໃນ​ການ​ກະ​ກຽມ​ໂຮງ​ໝໍ​ພາກ​ສະ​ໜາມ ພ້ອມ​ທັງ​ໄດ້​ໃຫ້ການ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ​ ໃນ​ການ​ຍົກ​ລະ​ດັບ​ສູນ​ຈຳ​ກັດ​ບໍ​ລິ​ເວນ ແລະ ເຄື່ອງກວດ​ເຊື້ອ​ແບບ PCR ເຂົ້າ​ໃນວຽກ​ງານ​ຂອງ​ແຂວງ ​ເພື່ອ​ປົກ​ປ້ອງ​ປະ​ຊາ​ກອນ ໃຫ້​ສາ​ມາດຫຼີກ​ເວັ້ນ​​ຈາກ​ການ​ລະ​ບາດ​ຂອງພະ​ຍາດ COVID-19. ມາ​ຮອດ​ປັດ​ຈຸ​ບັນ, ​ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນ ໃຫ້​ແກ່ລັດ​ຖະ​ບາ​ນາວ​ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ລະ​ບາດ​ພະ​ຍາດ COVID-19 ຄິດ​ເປັນ​ຈຳ​ນວນ​ທັງ​ໝົດ 450.000 ໂດ​ລາ ສະ​ຫະ​ລັດ.

ໃນ​ດ້ານ​ເສດ​ຖະ​ກິດສັງ​ຄົມ, ນັບຕັ້ງ​ແຕ່​ໄດ້​ເລີ່ມ​ດຳ​ເນີນ​ງານ​ ໃນ​ປີ 2003, ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ US$1.5 ຕື້​ ເພື່ອເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ ບວກ​ກັບ ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ທີ່​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ​ໂດຍຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ, ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ​ ແລະ ​ການພັດ​ທະ​ນາ​ສີ​ມື​ແຮງ​ງານ ກໍ​ຄື ສະ​ໜັບ​ສະ​ໜູນ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທ້ອງ​ຖິ່ນ ​ຢູ່ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສ​ປ​ປ ລາວ.



Savannakhet Governor, Mr Santhiphap Phomvihane (front right) and Vilabouly District Chief (front left) reviewed quarantine centre in Vilabouly district. ທ່ານ ສັນຕິພາບ ພົມວິຫານ – ເຈົ້າແຂວງສະຫວັນນະເຂດ (ຂວາ) ແລະ ທ່ານເຈົ້າເມືອງວິລະບູລີ (ຊ້າຍ) ລົງກວດກາສູນຈຳກັດບໍລິເວນ ຢູ່ເມືອງວິລະບູລີ.