ແຂວ​ສະ​ຫວັນ​ນະ​ເຂດ ຮັບ​ຮອງ ບໍ່​ຄຳ–ທອ​ງ​ເຊ​ໂປນ ເປັນເຂດ​ສີ​ຂຽວ

ຕຸລາ 06, 2021

ແຂວງ​ສະ​ຫວັນ​ນະ​ເຂດ​ ໄດ້ອອກ​ໜັງ​ສື​ຮັບ​ຮອງ ບໍ່​ຄຳ​-ທອງ​ເຊ​ໂປນ ຂອງ​ບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ​ເປັນ​​ເຂດ ‘ສີ​ຂຽວ’ ພາຍຫຼັງ​ 30 ວັນ ທີ່ບໍ່​ພົບ​ກໍ​ລະ​ນີ​​ຕິດ​ເຊື້ອ​ COVID-19 ໃໝ່ ໃນຂົງ​ເຂດ​ໂຄງ​ການ.

ນັບ​ຕັ້ງ​ແຕ່​ພົບ​ກໍ​ລະ​ນີຢັ້ງ​ຢືນ​ຕິດ​ເຊື້ອ​ທຳ​ອິດ ໃນ​ວັນ​ທີ 22 ສິງ​ຫາ, ບໍ່​ຄຳ-ທອງ​ ເຊ​ໂປນ ​ມີ​ການ​ລາຍ​ງານກໍ​ລະ​ນີ​ຕິດ​ເຊື້ອສະ​ສົມ​ທັງ​ໝົດ 33 ຄົນ ໃນ​ນັ້ນ​ເປັນ​ຜູ້​ຮັບ​ເໝົາ 25 ຄົນ ແລະ ພະ​ນັກ​ງານບໍ​ລິ​ສັດ ລ​ຊມ​ລ 8 ຄົນ. ທຸກໆ​ກໍ​ລະ​ນີ​ແມ່ນ​ຕິດ​ພັນ​ກັບກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ເບື້ອງ​ຕົ້ນ​ ໃນ​ຜູ້​ຮັບ​ເໝົາ​ຂົນ​ສົ່ງ​ ແລະ ຫຼາຍ​ກໍ​ລະ​ນີກໍ່​ໄດ້​ກວດ​ພົບ​ຢູ່ນອກ​ສະ​ໜາມ ດ້ວຍ​ການ​ດຳ​ເນີນ​ມາດ​ຕະ​ການກວດ​ເຊື້ອ COVID-19 ແລະ ຈຳ​ກັດ​ບໍ​ລິ​ເວນ.

ບຸກ​ຄົນ​ທີ່​ຕິດ​ເຊື້ອ​ແມ່ນ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​​ປົວຢູ່​ສູນ​ປິ່ນ​ປົວ ທີ່​ພາກ​ລັດ​ກຳ​ນົດ ແລະ ທຸກ​ຄົນ​ແມ່ນ​ໄດ້​ປິ່ນ​ປົວ​ຫາຍ​ດີຢ່າງ​ປອດ​ໄພ ໂດຍ​ໄດ້​ສືບ​ຕໍ່ ຈຳ​ກັດ​ບໍ​ລິ​ເວນ 14 ວັນ​ຢູ່​ສູນ​ຈຳ​ກັດ​ບໍ​ລິ​ເວນ​ ​ທີ່​ລັດ​ຖະ​ບານ​ກຳ​ນົດໃຫ້​ ແລະ ຍັງ​ໄດ້​ກັກ​ຕົວ​​ຢູ່​ເຮືອນ​ຂອງ​ຕົນເອງ ຕື່ມ​ອີກ 14 ວັນ. ນັບ​ຕັ້ງ​ແຕ່ ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ທຳ​ອິດ​​​, ບໍ​ລິ​ສັດ ລ​ຊມ​ລ ກໍ່ໄດ້​ດຳ​ເນີນ​ການກວດ​ເຊື້ອ COVID-19 ຫຼາຍກວ່າ 12.500 ຕົວ​ຢ່າງ ໃຫ້​ແກ່​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ ລ​ຊມ​ລ ​ທຸກໆ​ຄົນ ແລະ ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ເພີ່ມ​ຕື່ມ. ລ​ຊມ​ລ ຍັງ​ສະ​ໜອງ​ການກວດ​ເຊື້ອ​ໃຫ້​ແກ່​ຊຸມ​ຊົນ​ທ້ອງ​ຖິ່ນ​ເຊັ່ນ​ກັນ.

ໃນ​ຂະ​ນະ​ທີ່ ​​​ການລ໋ອກ​ດາວທີ່​ຍືດ​ຍາວ ແລະ ຂໍ້​ຈຳ​ກັດ​ຕ່າງໆທີ່​ໄດ້ສົ່ງຜົນ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ, ເຮັດ​ໃຫ້ພວກ​ເຮົາ​ຫ່າງ​ໄກ​ຈາກ​ຄອບ​ຄົ​ວ ແລະ ຈາກກິດ​ຈະ​ກຳ​ທີ່​ມັກ​ຮັກ​ຕ່າງໆ, ​ກໍ​ລະ​ນີ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ​ ຢູ່ ສ​ປ​ປ ລາວ ກໍຍັງ​ຄົງ​ສືບ​ຕໍ່​ແຜ່​ລະບາດໃນ​ວົງ​ກວ້າງ ແລະ  ບໍ​ລິ​ສັດ ລ​ຊມ​ລ ກໍ​ສືບ​ຕໍ່ ປະ​ຕິ​ບັດ​ຕາ​ມາດ​ຕະ​ການປ້ອງ​ກັນ COVID-19 ຢ່າງ​ສະ​ໝ່ຳ​ສ​ະເໝີ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ຂອງ​ພະ​ນັກ​ງານ, ຜູ້​ຮັບ​ເໝົາ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ.

ບໍ​ລິ​ສັດ ລ​ຊມ​ລ ​ໄດ້ຍົກ​ລະ​ດັ​ບມາດ​ຕະ​ການ​ດ້ານ​ສຸ​ຂະ​ອະ​ນາ​ໄມ​, ​ການຈຳ​ກັດ​ບໍ​ລິ​ເວນ, ​ການຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ແລະ ​ການກວດ​ຫາເຊື້ອຢ່າງ​ຕັ້ງໜ້າ​ ແລະ ທັນ​ການ ທີ່​ສອດ​ຄ່ອງ​ກັບ​ການ​ປ້ອງ​ກັນ ແລະ ຮັບ​ມື​ການ​ລະ​ບາດທີ່​ລັດ​ຖະ​ບານວາງ​ອອກ ເພື່ອ​ໃຫ້​ສາ​ມາດລະ​ບຸ​ແຫຼ່ງ​ທີ່​ມາ​ຂອງການ​ຕິດ​ເຊື້ອ ແລະ ແຍກ​ປ່ຽວ​ກໍ​ລະ​ນີ​ສ່ຽງ ໃນ​ທັນ​ທີ ເພື່ອຕັດ​ວົງ​ຈອນ​ການ​ຕິດ​ເຊື້ອ. ​ຕອນ​ທີ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ຢູ່​ພາກ​ສະ​ໜາມ, ບໍ​ລິ​ສັດ ໄດ້ ລ໋ອກ​ດາ​ວ​ພາກ​ສະ​ໜາມທັນ​ທີ ແລະ ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ອຳ​ນາດ​ການ​ປົກ​ຄອງ​ເມືອງ, ແຂວງ ແລະ ຂັ້ນ​ສູນ​ກາງ ເຊັ່ນ​ດຽວ​ກັບ​ຜູ້​ຮັບ​ເໝົາ​ທ້ອງ​ຖິ່ນ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດໃນ​ວົງ​ກວ້າງ.

ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸ​ກ​ແຂວງ​ສະ​ຫວັນ​ນະ​ເຂດ, ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ   ລ​ຊມ​ລ 5,000 ຄົນ (99% ຂອງ​ແຮງ​ງານ​ທັງ​ໝົດ) ແມ່ນ​ໄດ້​ຮັບ​ວັກ​ຊີນ​ຕ້ານ COVID-19. ທຸ​ກ​ຄົນ​ທີ່​ຈະ​ເຂົ້າ​ພາກ​ສະ​ໜາມ​ເຊ​ໂປນ, ຫ້ອງ​ການ​ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດ ແມ່ນ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ.

ບໍ​ລິ​ສັດ ລ​ຊມ​ລ ມີ​ຄວາມ​ມຸ່ງ​ໝັ້ນ​ເຮັດ​ວຽກ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ ລັດ​ຖະ​ບານ ເພື່ອ​ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ COVID-19 ໂດຍໄດ້​ສະ​ໜອງ​ເຄື່ອງ​ມື​ກວດ​ເຊື້ອ​ COVID-19 ແບບ​ໄວ​ອັງ​ຕີ​ເຈນ ພ້ອມ​ທັງສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ ແລະ ສະ​ໜອງ​ທຶນ​ໂດຍ​ກົງ ​ໃຫ້​ແກ່​ເມືອງ​ວິ​ລະ​ບູ​ລີ ​ໃນ​ການ​ກະ​ກຽມ​ໂຮງ​ໝໍ​ພາກ​ສະ​ໜາມ ພ້ອມ​ທັງ​ໄດ້​ໃຫ້ການ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ​ ໃນ​ການ​ຍົກ​ລະ​ດັບ​ສູນ​ຈຳ​ກັດ​ບໍ​ລິ​ເວນ ແລະ ເຄື່ອງກວດ​ເຊື້ອ​ແບບ PCR ເຂົ້າ​ໃນວຽກ​ງານ​ຂອງ​ແຂວງ ​ເພື່ອ​ປົກ​ປ້ອງ​ປະ​ຊາ​ກອນ ໃຫ້​ສາ​ມາດຫຼີກ​ເວັ້ນ​​ຈາກ​ການ​ລະ​ບາດ​ຂອງພະ​ຍາດ COVID-19. ມາ​ຮອດ​ປັດ​ຈຸ​ບັນ, ​ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນ ໃຫ້​ແກ່ລັດ​ຖະ​ບາ​ນາໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ລະ​ບາດ​ພະ​ຍາດ COVID-19 ຄິດ​ເປັນ​ຈຳ​ນວນ​ທັງ​ໝົດ US$450.000.

ນັບຕັ້ງ​ແຕ່​ໄດ້​ເລີ່ມ​ດຳ​ເນີນ​ງານ​ ໃນ​ປີ 2003, ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ US$1.5 ຕື້​ ເພື່ອເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ ບວກ​ກັບ ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ທີ່​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ​ໂດຍຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ, ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ​ ແລະ ​ການພັດ​ທະ​ນາ​ສີ​ມື​ແຮງ​ງານ ກໍ​ຄື ສະ​ໜັບ​ສະ​ໜູນ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທ້ອງ​ຖິ່ນ ​ຢູ່ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສ​ປ​ປ ລາວ.