ໃບຕິດ​ຕາມ​ຜົນ​ງານ: ບໍ​ລິ​ສັດ ລ​ຊມ​ລ ໄດ້​ໃບ​ຍ້ອງ​ຍໍ​ປະ​ເພດ​ A+

ກຸມພາ 26, 2021

​ໃນ​ມື້​ນີ້ ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້ຮັບ​ໃບ​ຍ້ອງ​ຍໍ​ປະ​ເພດ Aຈາກ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່. ບໍ​ລິ​ສັດ ລ​ຊມ​ລ ສາ​ມາດ​ຮັກ​ສາ​​ຜົນ​ງານ​ປະ​ເພດ​ສູງ​ທີ່​ສຸດ​ນີ້​ມາ​ແຕ່​ປີ 2016 ເມື່ອ​ລັດ​ຖະ​ບານ​ລາວ ໄດ້ ເລີ່ມ​ປະ​ຕິ​ບັດ​ກົນ​ໄກ​ນີ້​ເພື່ອ​ຮັບ​ຮູ້​ຜົນ​ງານ ແລະ ມາດ​ຕະ​ຖານ​ຂອງ​ບັນ​ດາ​ບໍ​ລິ​ສັດ. ລ​ຊມ​ລ ເປັນບໍ​ລິ​ສັດ​ໜຶ່ງ​ດຽວ​ເທົ່າ​ນັ້ນ ໃນ ສ​ປ​ປ ລາວ ທີ່​ໄດ້​ຮັບ ລຳ​ດັບ​ຊັ້ນ​ອັນ​ຊົງ​ກຽດ​ນີ້.

ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຈັດປະ​ເພດ​ບັນ​ດາ​ບໍ​ລິ​ສັດ ອີງ​ຕາມ ເປົ້າ​ໝາຍ ແລະ ຫຼັກ​ການ​ການ​ພັດ​ທະ​ນາ. ບໍ​ລິ​ສັດ ລ​ຊມ​ລ ຍາດ​ແຍ່ງ​ຊັ້ນ​ນີ້​ມາ​ໄດ້​ຍ້ອນ ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ ໂດຍ​ການ​ເປັນ​ຄູ່​ຮ່ວມ​ພັດ​ທະ​ນາ​ທ້ອງ​ຖິ່ນ ແລະ ຊຸມ​ຊົນ ແລະ ໄດ້​ຮັກ​ສາ​ມາດ​ຕະ​ຖານ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢ່າງ​ເຂັ້ມ​ແຂງ.

ບໍ​ລິ​ສັດ ລ​ຊມ​ລ ຖືກ​ຮັບ​ຮູ້ ສຳ​ລັບ​ການ​ປັບ​ປຸງ​ຊີ​ວິດການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ຂອງ​ຊຸມ​ຊົນ; ການ​ນຳ​ໃຊ້​ເຕັກ​ນິກ-ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ; ການ​ສະ​ໜັບ​ສະ​ໜູນ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ທ້ອງ​ຖິ່ນ; ເປັນ​ທຸ​ລະ​ກິດ​ທີ່​ມີ​ການ​ຂະ​ຫຍາຍ ແລະ ເຕີບ​ຕົວ​ຢ່າງ​ຕໍ່​ເນື່ອງ; ແລະ ໄດ້​ສະ​ໜັບ​ສະ​ໜູນ​ການ​ຂະ​ຫຍາຍ​ຕົວ​ຂອງ​ຂະ​ແໜງ​ການ​ອື່ນໆ.

ບໍ​ລິ​ສັດ ລ​ຊມ​ລ ປະ​ຕິ​ບັດ​ຄົບ​ຖ້ວນ​ຕາມ 7 ຫຼັກ​ການ​ທີ່​ກຳ​ນົດ​ຄື: (i) ປະ​ຕິ​ບັດ​ລະ​ບຽບ​ກົດ​ໝາຍ; (ii) ​ປະ​ຕິ​ບັດພັນ​ທະ​ຄົບ​ຖ້ວນ, ທັນ​ເວ​ລາ ແລະ ກວດ​ກາ​ໄດ້; (iii) ນັບ​ຖື​ປະ​ເທດ ແລະ ຊຸມ​ຊົນ​ເຈົ້າ​ພາບ; (iv) ສົ່ງ​ເສີມ​ແຮງ​ງານ​ພາຍ​ໃນ ແລະ ພັດ​ທະ​ນາ​ທັກ​ສະ​ຢ່າງ​ຕັ້ງ​ໜ້າ; (v) ຮັກ​ສາ​ຄວາມ​ປອດ​ໄພ-ສຸ​ຂະ​ພາບ​ຕາມ​ຫຼັກ​ການ​ທີ່​ດີ​ຂອງ​ສາ​ກົນ; (vi) ດຳ​ເນີນ​ທຸ​ລະ​ກິດ​ມີ​ປະ​ສິດ​ທິ​ຜົນ, ໂປ່ງ​ໃສ, ບໍ່​ມີ​ຜົນ​ກະ​ທົບຮ້າຍ​ແຮງ​ຕໍ່​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ; (vii) ມີ​ແຜນ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ແຜນ​ປິດ​ບໍ່.

ທ່ານ ສະໝານ ອະເນກາອຳນວຍການໃຫຍ່ ຊມ ກ່າວ​ວ່າ: “ທີ່ ລ​ຊມ​ລ ພວກ​ເຮົາ​ໝາຍ​ໝັ້ນ​ໃນ​ການ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານປະ​ເທດ ແລະ ສາ​ກົນ. ການ​ຍ້ອງ​ຍໍທີ່​ໄດ້​ຮັບ​ມາ​ຢ່າງ​ຕໍ່​ເນື່ອງ​ນີ້ ຈະ​ເປັນ​ສິ່ງ​ຕັກ​ເຕືອນ​ພວກ​ເຮົາ​ໃຫ້​ເປັນ ນັກ​ລົງ​ທຶນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ເປັນ​ອົງ​ກອນ​ທີ່​ດີ​ເພື່ອ ​ເປັນແບບ​ຢ່າງບໍ​ລິ​ສັດ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ດີ​ເລີດ ແລະ ສ້າງຄວາມ​ຮັ່ງ​ມີ​ໃຫ້​ແກ່​ສັງ​ຄົມ.”

ຕັ້ງ​ແຕ່​ເລີ່ມ​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ໃນ​ປີ 2002, ໂຄງ​ການ​ຄຳ-ທອງ​ເຊ​ໂປນ ໄດ້​ຜະ​ລິດ​ແທ່ງ​ຄຳຫຼາຍກວ່າ 1,2 ລ້ານ ອອນ​ສ໌ ແລະ ຜະ​ລິດ​​ແຜ່ນທອງຫຼາຍກວ່າ 1 ລ້ານ​ໂຕນ; ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໂດຍ​ກົງຫຼາຍກວ່າ US$1,5 ຕື້ ໃຫ້​ແກ່ ສ​ປ​ປ ລາວ ໂດຍ​ຜ່ານ​ການ​ຈ່າຍ​ພາ​ສີອາ​ກອນພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ.

ນອກ​ຈາກນັ້ນ ໂຄງ​ການ​ຄຳ-ທອງ​ເຊ​ໂປນ​ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ດ້ວຍ​ກາ​ນ​ສ້າງວຽກ​ເຮັດ​ງານ​ທຳ, ຜ່ານການ​ຝຶກ​ອົບ​ຮົມ​ຕ່າງໆ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ລາຍ​ໄດ້​ໃຫ້​ແກ່​ຜູ້​ຮັບ​ເໝົາ​ທ້ອງ​ຖິ່ນ ອັນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງບວກ​ຢ່າງ​ມະ​ຫາ​ສານ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​. ໃນປີ 2003 ກໍຄື ໄລຍະທີ່ໄດ້ມີການນຳໃຊ້ກຳລັງແຮງງານສູງສຸດໂຄງການຄຳ-ທອງເຊໂປນ ໄດ້ສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 5.000 ຄົນ ແລະ ໄດ້ລົງທຶນຫຼາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃສ່ການພັດທະນາ ແລະ ການຝຶກອົບຮົມພະນັກງານ. ໃນຊຸມຊົນເມືອງວິລະບູລີ ໄດ້ມີປະຊາຊົນກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກ ໂຄງ​ການ​ພັດ​ທະ​ນາ​ຊຸມ​ຊົນ ຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ US$13 ລ້ານ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ US$33 ລ້ານ.

ບໍ​ລິ​ສັດ ລ​ຊມ​ລ ໄດ້​ໂຈະ ການ​ຜະ​ລິດ​ຄຳ​ໃນ​ເດືອນ ທັນ​ວາ 2013 ຍ້ອນ ສິນ​ແຮ່​ຄຳ​ທີ່​ຫລຸດ​ລົງ ແລະ ລາ​ຄາ​ຕົກ​ຕ່ຳ​ລົງ. ການ​ກັບ​ຄືນ​ມາ​ຜະ​ລິດ​ຄຳ ຈະຮັບປະກັນ ໃຫ້ຜົນປະໂຫຍດເຫຼົ່ານີ້ ສືບຕໍ່ເສີມຂະຫຍາຍຂຶ້ນໄປເລື້ອຍໆໂຄງ​​ການຄຳທອງເຊໂປນ ໄດ້ຜະລິດຄຳຫຼາຍກວ່າ 2 ໂຕນ ໃນປີ 2020.


ທ່ານ ຈັນສອນ ແສນບຸດຕະລາດ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ຊ້າຍ) ມອບໃບຍ້ອງຍໍປະເພດ A+ ໃຫ້ແກ່ ທ່ານ ຈັນທອນ ເນົາວະລາດ, ຮອງອຳນວຍການໃຫຍ່, ລຊມລ ໃນວັນທີ 26 ກຸມພາ 2021 ທີ່ ກອງປະຊຸມຂະແໜງການທໍລະນີສາດ ແລະ ບໍ່ແຮ່ປະຈຳປີ 2020 ຈັດໂດຍ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ ວັງວຽງ, ແຂວງວຽງຈັນ, ສປປ ລາວ