ທ່ານ ຫວາງ ຈ້ຽນ​ຫົວ, ປະ​ທານບໍ​ລິ​ສັດ ຊື​ເຟິງ ຈີຫຼົງ​ຂຸດ​ຄົ້ນ​ຄຳ ຢ້ຽມ​ຄຳ​ນັບພະ​ນະ​ທ່ານ ສົມ​ມາດ ພົນ​ເສ​ນາ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ທອງ​ພັດ ອິນ​ທະ​ວົງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່

ສິງຫາ 05, 2021

ໃນ​ວັນ​ທີ 4 ສິງ​ຫາ 2021 ປະ​ທານບໍ​ລິ​ສັດ ຊື​ເຟິງ ຈີຫຼົ​ງ​ຂຸດ​ຄົ້ນ​ຄຳ ໄດ້​ຢ້ຽມ​ຄຳ​ນັບທ່ານ ສົມ​ມາດ ພົນ​ເສ​ນາ – ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ  ແລະ ທ່ານ ທອງ​ພັດ ອິນ​ທະ​ວົງ – ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ເນືຶ່ອງໃນ​ໂອ​ກາດ​ທີ່​ທ່ານ ມາ​ຢ້ຽມ​ຢາມ ສ​ປ​ປ ລາວ ເຊິ່ງ​ເປັນ ຄັ້ງ​ທີ​ສອງ ຕັ້ງ​ແຕ່ ບໍ​ລິ​ສັດ ຊື​ເຟິງ ໄດ້​ກ້າວ​ມາ​ເປັນຜູ່ຖືຮຸ້ນສ່ວນໃຫຍ່ໃນບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳທອງ​ເຊ​ໂປນ ນັບແຕ່​ປີ 2018 ເປັນຕົ້ນມາທ່ານ ຫວາງ ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ຄຳທອງ​ ເຊ​ໂປນ ພ້ອມ​ທັ້ງ​ຢັ້ງ​ຢືນ​ແຜນ​ການ​ຂະ​ຫຍາຍ​ກິດ​ຈະ​ການດັ່ງກ່າວໃນ ສ​ປ​ປ ລາວ.

​ທ່ານ ຫວາງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ຕໍ່ລັດ​ຖະ​ບານ​ລາວ​ ທີ່​ໄດ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່ ​ລ​ຊມ​ລ ແລະ ບໍ່​ຄຳ-ທອງ ເຊ​ໂປນ ສະ​ເໝີ​ມາ.

ບໍ​ລິ​ສັດ ​ຊື​ເຟິງ ລ້ານຊ້າງ ມີເນໂຣນສ ລິມິເຕັດ ໄດ້​ກັບ​ຄືນ​ມາ​ຜະ​ລິດ​ຄຳ​ ໃນປີ 2020 ແລະ ຍືດ​ອາ​ຍຸ​​​ບໍ່​ຄຳ-ທອງ ​ເຊ​ໂປນ​ ອອກໄປອີກ ເຮັດ​ໃຫ້ສາ​ມາດ​ສືບ​ຕໍ່​ສ້າງ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່ ສ​ປ​ປ ລາວ.

ທ່ານ ຫວາງ ຈ້ຽນ​ຫົວປະ​ທານ ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ​ຂຸດ​ຄົ້ນ​ຄຳ ໄດ້​ກ່າວ​ວ່າ “ຄວາມ​ປອດ​ໄພ ແລະ ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ເປັນ​ບຸ​ລິ​ມະ​ສິດ​ສຳ​ຄັນ​ທີ່​ສຸດ​ໃນ​ຂະ​ແໜງ​ການ​ບໍ່​ແຮ່.”

ລ​ຊມ​ລ ເປັນວິສາຫະກິດແບບຢ່າງໃນ ສປປ ລາວ ທີ່ໄດ້ຮັບກຽດຕິສັກໃນລະດັບດີເລີດໃນຂັ້ນ (A+) ຈາກກະຊວງພະລັງງານ ແລະ ບໍ່ແຮ່ ໃນດ້ານການປະຕິບັດໄດ້ ດຳເນີນການຂຸດຄົ້ນບໍ່ແຮ່ ຕາມມາດຕະຖານສາກົນ ລວມທັງການປົກປັກຮັກສາສິ່ງແວດລ້ອມການພັດທະນາຊຸມຊົນແບບມີສ່ວນຮ່ວມ ແລະ ການປະຕິບັດມາດຕະຖານ ທາງດ້ານຄວາມປອດໄພ ໃນການເຮັດວຽກຂອງໂຄງການ.

ທ່ານ ຫວາງ ຍັງໄດ້ກ່າວ​ຕື່ມອີກ​ວ່າ​: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ ທີ່​ໄດ້​ເຫັນ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການຂຸດຄົ້ນບໍ່​ຄຳ-ທອງ ​ເຊ​ໂປນ ທີ່ສາມາດສືບຕໍ່ດຳເນີນໄປໃນ​ຊ່ວງໄລ​ຍະ​ທີ່​ມີ​ຄວາມ​ທ້າ​ທາຍຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19. ບໍ​ລິ​ສັດ ຊື​ເຟິງ ຂໍ​ຢັ້ງ​ຢືນ​ຄວາມ​ໝາຍ​ໝັ້ນ​ໃນ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ ກັບ ລັດ​ຖະ​ບານ​ລາວ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ສ້າງວຽ​ກ​ເຮັດ​ງານ​ທຳ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ ສ​ປ​ປ ລາວ ກໍ​ຄື ການ​ຜ່າ​ນ​ຜ່າການ​ລະ​ບາດ​ໂຄວິດ​ນີ້ໄປ​ນຳ​ກັນ.” 

ທ່ານ ສົມ​ມາດ ພົນ​ເສ​ນາ, ຮອງ​ປະ​ທານ ສະ​ພາ​ແຫ່ງ​ຊາດ ກໍໄດ້ໄດ້ຍ້ອງ​ຍໍບໍ​ລິ​ສັດ ຊື​ເຟິງ ແລະ ລ​ຊມ​ລ ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ໃຫ້ແກ່ພາກລັດ ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19. ຕັ້ງ​ແຕ່​ເລີ່ມ​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ​ໃນ ສ​ປ​ປ ລາວ, ລ​ຊມ​ລ ໄດ້​ປະ​ກອບສ່ວນເປັນທຶນຮອນ​ຫຼາຍກວ່າ​ US$370.000 ໃຫ້​ແກ່ລັດ​ຖະ​ບານ​ລາວ ເພື່ອ​ຈັດ​ຊື້​ວັກ​ຊີນ, ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ວິ​ເຄາະ-ກວດ​ຫາ​ເຊື້ອ, ກັກ​ບໍ​ລິ​ເວນ, ​ແພດ​ໝໍ, ໜ່ວຍ​ກູ້​ໄພ ແລະ ​ ​ວຽກ​ງານຮັບ​ມື​ສຸກ​ເສີນ​ອື່ນໆ.



ທ່ານ ຫວາງ ຈ້ຽນຫົວ – ປະທານ ບໍລິສັດ ຊືເຟິງ ຈີຫຼົງຂຸດຄົ້ນຄຳ (ຂວາ) ໃນໂອກາດເຂົ້າຢ້ຽມຄຳນັບທ່ານ ສົມມາດ ພົນເສນາ – ຮອງປະທານ ສະພາແຫ່ງຊາດ (ຊ້າຍ) ທີ່ສະພາແຫ່ງຊາດລາວ ໃນຄັ້ງວັນທີ 4 ສິງຫາ 2021. National Assembly Vice President Mr Sommad Pholsena (left) and Mr Wang Jinhua, Chifeng Jilong Gold Chairman (right) at the Lao National Assembly on 4 August 2021.