LXML ​ເນັ້ນ​ໜັກ​ການສະ​ໜັບ​ສະ​ໜູນ ການ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ໃນ​ຂະ​ແໜງ​ບໍ່​ແຮ່ ຕໍ່ ກອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ພາກ​ທຸ​ລະ​ກິດ

ທັນວາ 21, 2021

ໃນ​ອາ​ທິດ​ຜ່ານ​ມາ, ທ່ານ​ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ LXML ແລະ ທັງ​ເປັນ ຮອງ​ປະ​ທານ​ກິ​ຕິ​ມະ​ສັກ​ສະ​ພາ​ທີ່​ປຶກ​ສາ​ຂອງ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ພາກ​ທຸ​ລະ​ກິດ ໂດຍ​ການ​ໃຫ້​ກຽດ​ເປັນ​ປະ​ທານ​ຂອງ ພະ​ນະ​ທ່ານ ພັນ​ຄຳ ວິ​ພາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ ສ​ປ​ປ ລາວ.

ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ, ພາກ​ທຸ​ລະ​ກິດ ແລະ ຜູ້​ຕາງ​ໜ້າ​ພັກ ແລະ ອົງ​ການ​ຂອງ​ລັດ, ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ​ທີ່​ຈັດ​ຂຶ້ນ​ສອງວັນ​ນັ້ນ ແມ່ນ​ເພື່ອ​ຍົກ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ​ໃນ​ການ​ຜ່ານ​ຜ່າ​ຄວາມ​ທ້າ​ທາຍທີ່ພວມ​ປະ​ເຊີນ​ຈາກ ວິ​ກິດ​ການ COVID-19 ກໍ​ຄື ການ​ຟື້ນ​ຟູ ​ຂອງ​ປະ​ເທດ.

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ພັນ​ຄຳ ວິ​ພາ​ວັນ ໄດ້​ກ່າວ​ວ່າ: “ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ບໍ່​ສາ​ມາດ​ດຳ​ເນີນ​ງານ​ແບບ​ເອ​ກະ​ລາດ​ໃຜ​ລາວ. ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ເປັນ​ຮຸ້ນ​ສ່ວນ​ທີ່​ສຳ​ຄັນ​ຮ່ວມ​ກັນ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໃຫ້​ຫລຸດ​​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.”[1]

ຜູ້​ເຂົ້າ​ຮ່ວມ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ປັບ​ປຸງ​ການ​ບໍ​ລິ​ການ​ລົງ​ທຶນ​ປະ​ຕູ​ດຽວ​, ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ສຳ​ລັບ​ຕະຫຼາດ​ພາຍ​ໃນ ແລະ ສົ່ງ​ອອກ, ການ​ສົ່ງ​ເສີມ​ຂະ​ແໜງ​ບໍ​ລິ​ການ, ການ​ກຳ​ນົດ​ຂອບ​ເຂດ​ທີ່​ດິນ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ເພື່ອ​ກຳ​ນົດ​ເປັນ​ເຂດ​ຜະ​ລິດ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການ, ການ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ແລະ ກາ​ນ​ສ້າງວຽກ​ເຮັດ​ງານ​ທຳ.

ຈາ​ກ​ທັດ​ສະ​ນະ/ໃນ​ນາມສະ​ພາ​ທີ່​ປຶກ​ສາ​ຂອງ LNCCI ແລະ LXML (ບໍ​ລິ​ສັດ​ບໍ່​ແຮ່​ທີ່​ໃຫຍ່​ທີ່​ສຸດ​ໃນ ສ​ປ​ປ ລາວ), ​ແລະ ຈາກ​ປະ​ສົບ​ການ 30 ປີ ໃນ​ຂະ​ແໜງ​ການ​ບໍ່​ແຮ່ ທ່ານ ສະ​ໝານ ອະ​ເນ​ກາ ໄດ້​ສະ​ເໜີ​ຄຳ​ເຫັນແລກ​ປ່ຽນ​ຕໍ່ກອງ​ປະ​ຊຸມ ເພື່ອດຶງດູດນັກ​ລົງ​ທຶນ​ທີ່​ດີ ແລະ ​ສົ່ງ​ເສີມ​ທຸ​ລະ​ກິດ​ບໍ່​ແຮ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ ພ້ອມ​ທັງໄປ​​ຄວບ​ຄູ່​ກັນ​ກັບການ​ປະ​ເມີນ​​ສະ​ພາບ​ແວດ​ລ້ອມ​​ເສດ​ຖະ​ກິດ​ໃນ​ປັດ​ຈຸ​ບັນ. ທ່ານໄດ້ເນັ້ນໜັກ​ວ່າ ​ທຸ​ລະ​ກິດ​ບໍ່​ແຮ່​ຢູ່​ໃນ ສ​ປ​ປ ລາວ ​ຄວນ​ປະ​ຕິ​ບັດການ​ຄຸ້ມ​ຄອງ​ດ້ວຍ​ກົດ​ໝາຍ​ຢ່າງ​ເຄັ່ງ​ຄັດ ໂດຍ​ບໍ່​ໃຫ້​ມີ​ການ​ລັດ​ຂັ້ນ​ຕອນ​ໃນ​ການ​ອະ​ນຸ​ມັດ ເພາະ​​ຈະ​ເປັນ​ຊ່ອງ​ຫວ່າງ​ໃຫ້​ຜູ່​ລົງ​ທຶນ ທີ່​ບໍ່​ຮູ້​ເທົ້າ​ເຖິງ​ການ ຟ້າວ​ກະ​ໂດດ​ໄປ​ລົງ​ທຶນ​ດ້ວຍ​ຕົ້ນ​ທຶນ​ສູງ​ເກີນກວ່າ​ຄວາມ​ເປັນ​ຈິງ ແລ້ວ ອາດຫລຸບ​ທຶນ ແລ້ວ ​ໜີ​ໄປ​ ເຊິ່ງຈະ​ກະ​​ທົບ​ເປັນ​ຕ່ອງ​ໂສ້ ​​ໃຫ້​ທະ​ນາ​​ຄານ​ມີ​ໜີ້​ເສຽ ແລະ ກາຍ​ເປັນ​ການ​ລົ້ມ​ລະ​ລາຍ​ແບບ​ແຝງ​ລອຍຕໍ່​ເນື່ອງ. ສຸດ​ທ້າຍ, ລັດ​ຖະ​ບານ​ກໍ​ຈະ​ບໍ່​ໄດ້​ລາຍ​ຮັບ ແຖມ​ຍັງ​ຕ້ອງ​ໄດ້​ລົງ​ທຶນ​ໃນ​ການ​ຟື້ນ​ຟູ​ສິ່ງ​ແວດ​ລ້ອມ ແລະ ການ​ປິດ​ບໍ່​ແຮ່ ດ້ວຍ​ລັດ​ຖະ​ບານ​ເອງ. ນອກ​ຈາກ​ນັ້ນ, ນັກ​ລົງ​ທຶນ​ກໍ  ​ຄວນ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ສັງ​ຄົມ ກໍ​ຄື​ເພື່ອ ຊຸກ​ຍູ້​ການ​ຟື້ນ​ຟູ​ຂອງ​ເສດ​ຖະ​ກິດ.

ທ່ານ ສະ​ໝານ ອະ​ເນ​ກາ ກ່​າວ​ວ່າ: “ສ​ປ​ປ ລາວ ຕ້ອງ​ການ​ ການ​ລົງ​ທຶນ​ທີ່​ມີ​ຄວາມ​ໂປ່ງ​ໄສ​ ແລະ ຂອບ​ລະ​ບົບ​ນິ​ຕິ​ກຳ​ທີ່​ເຂັ້ມ​ແຂງ ເພື່ອ​ດຶງ​ດູດ ແລະ ຮັກ​ສາ ນັກ​ລົງ​ທຶນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ​ ຄຸນ​ນະ​ພາບ ໃນ​ຂະ​ແໜງ​ບໍ່​ແຮ່ ກໍ​ຄື​ຂະ​ແໜງ​ການ​ອື່ນໆ. ອັນ​ນີ້ ຈະ​ຊ່ວຍ​ສ້າງວຽກ​ເຮັດ​ງານ​ທຳ, ລາຍ​ຮັບ ແລະ ຜົນ​ປະ​ໂຫຍດ​ອື່ນໆ​ເພື່ອ​ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ​ລາວ ແລະ ຊຸມ​ຊົນ​ໃນ​ການຟື້ນ​ຟູ​ຈາກ ຜົນ​ກະ​ທົບ​ຂອງ​ການ​ລະ​ບາດພະ​ຍາດ COVID-19  ແລະ ການ ຫລຸ​ດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ສັງ​ຄົມ ຜ່ານ​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ.”

ຕັ້ງ​ແຕ່​ເລີ່ມ​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19, LXML ໄດ້​ສະ​ໜອງ​ປະ​ມານ US$500.000 ໃຫ້​ແກ່​ລັດ​ຖະ​ບານ​ລາວ​ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ການ​ຮັບ​ມື​ກັບ​ເຫດ​ສຸກ​ເສີນ​ ຢູ່​ໃນ ສ​ປ​ປ ລາວ. 99% ຂອງ​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ 5000 ຄົນ​ຂອງ​ບໍ​ລິ​ສັດ​ແມ່ນ​ໄດ້​ຮັບ​ວັກ​ຊີນ​ປ້ອງ​ກັນ​ COVID-19 ແລະ ຍັງ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ມາກ​ຕະ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ.

ຕັ້ງ​ແຕ່​ເລີ່ມດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ໃນ​ປີ 2002, LXML ໄດ້​ປະ​ກອບ​ສ່ວນເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່ ລັດ​ຖະ​ບານ​ລາວ US$1.6 ຕື້ ຜ່ານ​ການ​ຈ່າຍ​ພາ​ສີ-ອາ​ກອນ, ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກ​ນັ້ນ ຍັງ​ໄດ້​ລົງ​ທຶນກວ່າ US$50 ລ້ານ ເຂົ້າ​ໃສ່​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ ແລະ ການ​ອະ​ນຸ​ລັກມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ, US$52 ລ້ານ ​ໃນ​ວຽກ​ງານ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ແລະ ຜົນ​ປະ​ໂຫຍດ​ທາງ​ອ້ອມ ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ ​ຜ່ານ​ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ພັດ​ທະ​ນາ​ສີ​ມື​ແຮງ​ງານ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ແຜນ​ງານ​ສະ​ໜັບ​ສະ​ໜູນ​ອື່ນໆ.

ສະ​ມາ​ຊິກ​ຊຸມ​ຊົນ​ຢູ່ເມືອງ​ວິ​ລະ​ບູ​ລີ 40.000 ຄົນ, ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ບໍ່​ຄຳ-ທອງ​ເຊ​ໂປນ, ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ປະ​ມານ US$20 ລ້ານ ຈາກ​ແຜນ​ງານ​ພັດ​ທະ​ນາ​ຊຸມ​ຊົນ. ລາຍ​ໄດ້​ຂອງ​ຊຸມ​ຊົນ ຜ່ານ ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ ແມ່ນ​ໄດ້​ທະ​ວີ​ຄູນ​ເຖິງ US$46 ລ້ານ.

LXML ໝາຍ​ໝັ້ນ​ຢ່າງ​ໜັກ​ແໜ້ນ ​ເປັນ​ຕົ້ນ​ແບບ​ດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ​ຂອງ ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ເພື່ອ​ຜົນ​ປະ​ໂຫຍດ​ຂອງຜູ້​ມີ​ສ່ວນ​ຮ່ວມ​ທຸກ​ພາກ​ສ່ວນ.

[1] Vientiane Times, 20 ທັນ​ວາ 2021, ພາ​ລັກ ແລະ ເອ​ກະ​ຊົນ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ທ້າ​ທາຍ: ນຍ