ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ສະໜັບສະໜູນວຽກງານກວດກູ້ລະເບີດບໍ່ທັນແຕກຕົກຄ້າງໃນ ສປປ ລາວ

ມີນາ 01, 2021

ທີ່​ບໍ່​ຄຳ-ທອງ​ເຊ​ໂປນ, ວຽກ​ງານ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ (UXO) ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ວົງ​ຈອນ​ການ​ຂຸດ​ຄົ້ນ-ປຸງ​ແຕ່ງ-ຜະ​ລິດ​ບໍ່​ແຮ່. ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ຖືກ​ຖິ້ມ​ລະ​ເບີດ​ຕໍ່ຕົວຄົນທີ່​ໜັກ​ໜ່ວງ​ທີ່​ສຸດ​ໃນ​ໂລກ ແລະ ບໍ່​ຄຳ-ທອງ​ເຊ​ໂປນ​ກໍ​ຕັ້ງ​ຢູ່​ບ່ອນ​ທີ່​ຖືກ​ຖິ້ມ​ລະ​ເບີດ​ລົງ​ໃສ່ຫຼາຍ​ທີ່​ສຸດ​ໃນ​ປະ​ເທດ.

ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MoU) ກັບ ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ການ​ຮ່ວມ​ມື​ທີ່​ຍາວ​ນານ​ນີ້ ແມ່ນ​ສະ​ໜັບ​ສະ​ໜູນ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່​ເຂດ ບໍ່-ຄຳ​ທອງ​ເຊ​ໂປນ ແລະ ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ດ້ານ​ວິ​ຊາ​ການກວດ​ກູ້​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສຳ​ລັບ ຜົນ​ປະ​ໂຫຍດ​ຂອງ​ລູກຫຼານ​ຄົນ​ຮຸ່ນ​ໃໝ່​ໃນ​ອາ​ນາ​ຄົດ​ຂອງ ສ​ປ​ປ ລາວ.

​ໃຫ້​ກຽດ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ຄັ້ງ​ນີ້​ມີ: ​ທ່ານ ພັ.ອ ວຽງ​ໄຊ ໄຊ​ສະ​ໝອນ, ຫົວ​ໜ້າ​ກົມ​ຊ່າງ​ແສງ ກົມໃຫຍ່​ເສ​ນາ​ທິ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ຊົງ​ລິນ ຊາງ, ຜູ້​ຈັດ​ການ​ພະ​ແນກ​ບໍ​ລິ​ການ​ເຕັກ​ນິກ​ບໍ່​ແຮ່ ຂອງ ບໍ​ລິ​ສັດ ລ​ຊມ​ລ ໂດຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ທ່ານ ພັ.ທ ປາດ​ຖະ​ໜາ ບຸດ​ຕິ​ຈັກ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ກົມ​ໃຫຍ່​ເສ​ນາ​ທິ​ການ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ໃນ​ວັນ​ທີ 26 ກຸມ​ພາ 2021.

ທ່ານ ພັ.ອ ວຽງ​ໄຊ ໄຊ​ສະ​ໝອນ, ຫົວ​ໜ້າ​ກົມ​ຊ່າງ​ແສງ​ກົມ​ໃຫຍ່​ເສ​ນາ​ທິ​ການ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ: ການ​ຮ່ວມ​ມື​ນີ້ ສະ​ໜັບ​ສະ​ໜູນ​ໃຫ້​ວຽກ​ງານ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ດຳ​ເດີນ​ໄປ​ຢ່າງ​ປອດ​ໄພ ຖືກ​ຕ້ອງ​ຕາມ​ມາດ​ຕະ​ຖານ​ແຫ່ງ​ຊາດ​ຂອງ​ຄະ​ນະ​ກຳ​ມາ​ການ​ແຫ່ງ​ຊາດ. ພວກ​ເຮົາ​ຈະ​ສານ​ຕໍ່​ກາ​ນ​ຮ່ວມ​ມືກັບ ລ​ຊມ​ລ ທີ່​ມີ​ມາເປັນທົດ​ສະ​ຫວັດ ເພື່ອ ບັນ​ລຸ​ພາກ​ປະ​ຕິ​ບັດ​ທີ່​ດີ​ທີ່​ສຸດ​ໃນ​ການ​ເກັບ​ກູ ແລະ ການ​ທຳ​ລາຍລະ​ເບີດ​ທີ່​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ.”

​ຕັ້ງ​ແຕ່​ກາ​ນ​ຮ່ວມ​ມື​ໄດ້​ເລີ່ມ​ຕົ້ນ​ຂຶ້ນໄດ້​ທົດ​ສະ​ຫວັດ​ຜ່ານ​ມາ, ລ​ຊມ​ລ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ແລະ UXO Lao ໄດ້​ເຮັດ​ວຽກ​ງານ​ຮ່ວມ​ກັນ​ເພື່ອ​ປັບ​ປຸງ​ມາດ​ຕະ​ຖານ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ.

ໃນ​ປີ 2015, ລ​ຊມ​ລ ແລະ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ໄດ້​ຮ່ວມ​ກັນ​ສ້າງຫຼັກ​ສູດ​ຝຶກ​ອົບ​ຮົມ​ກ່ຽວ​ກັບ ການ​ທຳ​ລາຍ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ເພື່ອ​ສ້າງ​ຄວາມ​ອາດ​ສາ​ມາດ​ໃຫ້​ແກ່​ນັກ​ວິ​ຊາ​ການ​ລາວ ໃຫ້​ໄດ້​ຮັບ​ຄຸນ​ວຸ​ທິ ​ສູງ​ທີ່​ສຸດ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສາ​ກົນ. ນັບ​ຕັ້ງ​ແຕ່​ປີ 1996, ລ​ຊມ​ລ ໄດ້​ລົງ​ທຶນຫຼາຍກວ່າ US$51 ລ້ານ, ໄດ້​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກກວມ​ໃນ​ເນື້ອ​ທີ 5,700 ເຮັກ​ຕາ ແລະ ໄດ້​ທຳ​ລາຍ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ໄດ້ 58,500 ລູກ.

​ລ​ຊມ​ລ ແລະ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ສືບ​ຕໍ່​ລົງ​ທຶນ​ໃສ່ ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໃໝ​ເພື່ອ​ປັບ​ປຸງ​ປະ​ສິດ​ທິ​ຜົນ​ການ​ລະ​ບຸ ແລະ ກວດ​ຄົ້ນ UXO. ຕົວ​ຢ່າງ, ລະ​ບົບ​ການກວດ​ຫາ​ລູກ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ໃນ​ລະ​ດັບ​ເລິກ “Ultra-TEM II” ສາ​ມາດ​ຈັບ​ສັນ​ຍານ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ລະ​ດັບ​ເລິກ​ເຖິງ 3.5 ແມັດ. ລ​ຊມ​ລ ໄດ້​ສືບ​ຕໍ່​ປັບ​ປຸງວິ​ທີ​ການກວດ​ຄົ້ນ​ລະ​ເບີດ​ແບບ Fixed Loop Electromagnetic (FLEM)  ແລະ ໃນ​ບໍ່​ດົນ​ມາ​ນີ້ ໄດ້​ລົງ​ທຶນ​ໃສ່ ອຸ​ປະ​ກອນກວດ​ຄົ້ນ​ແບບ​ໃຊ້​ມື​ຈັບ ດ້ວຍ​ການ​ຊື້​ອຸ​ປະ​ກອນກວດ​ຄົ້ນ​ Vallon VMX-10.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວ​ຍ​ການ​ໃຫຍ່​ຂອງ ລ​ຊມ​ລ ກ່າວ​ວ່າ: ພວກ​ເຮົາ​ສືບ​ຕໍ່​ຫລຸດ​ຜ່ອນ​ອຸ​ປະ​ສັກ​ທີ່​ມີ​ຜົນ​ກະ​ທົບ​ທ່ວງ​ດຶງ ການ​ພັດ​ທະ​ນາ​ຂອງ ສ​ປ​ປ ລາວ. ພວກ​ເຮົາ​ສູ້​ຊົນ​ເຮັດ​ໃຫ້​ຊຸມ​ຊົນ​ປອດ​ໄພ​ດ້ວຍ​ການ​ຍົກ​ລະ​ດັບ​ຄວາມ​​ອາດສາ​ມາດ, ດ້ວຍ​ການ​ລົງ​ທຶນ​ໃນ​ອຸ​ປະ​ກອນ​ ແລະ ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ໃຫ້​ແກ່ ຄູ່​ຮ່ວມ​ງານ ແລະ ຊຸມ​ຊົນ​ຂອງ​ພວກ​ເຮົາ. ລ​ຊມ​ລ ມີ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ຍິ່ງ ສຳ​ລັບ​ການ​ຮ່ວມ​ຢ່າງ​ຕໍ່​ເນື່ອງ​ກັບ ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ແລະ UXO Lao ໃນກິດ​ຈະ​ກຳ​ທີ່ ອັນ​ຕະ​ລາຍ​ນີ້.”


ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈມີ: ພັ.ອ ວຽງໄຊ ໄຊສະໝອນ, ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ (ຊ້າຍ) ແລະ ທ່ານ ຊົງລິນ ຊາງ, ຜູ້ຈັດການພະແນກບໍລິການເຕັກນິກບໍ່ແຮ່ ຂອງ ລຊມລ (ຂວາ) ໃນວັນທີ 26 ກຸມພາ 2021 ທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດລົງນາມເປັນສັກຂີພິຍານ ມີ: ທ່ານ ພັ.ທ ປາດຖະໜາ ບຸດຕິຈັກ, ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ (ທີ 1 ຈາກຊ້າຍ) ແລະ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ຂອງ ລຊມລ (ທີ 1 ຈາກຂວາ).