ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ມອບຄ່າ​ຊັບ​ພະ​ຍາ​ກອນ​​ແຮ່​ທາດ US$3,4 ລ້ານ ສຳ​ລັບ ໄຕຼ​ມາດ​ທີ 4 ຂອງ​ປີ 2020

ມີນາ 29, 2021

ທ່ານ ພູ​ດົງ ສຸ​ຂະ​ວົງ, ຫົວ​ໜ້າ​ກົ​ມ​ຄຸ້ມ​ຄອງ​ຊັບ​ສິນແຫ່ງລັດ, ກະ​ຊວງ​ການ​ເງິນ ໄດ້ຮັບ ​ຄ່າຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ ຈາກ ການ​ຜະ​ລິດ-ຈຳ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງຂອງ​ໄຕຼ​ມາດ​ທີ 4 ປີ 2020 ຈຳ​ນວນ US$3.438.220,28 ມອບ​ໂດຍ ທ່ານ ພໍ ແຮ​ຣິ​ສ, ຜູ້​ຈັດ​ການ​ໃຫຍ່ ບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌​ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ໂດຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ຮອງ​ຫົວ​ໜ້າ​ພະ​ແນກ​ຂອງ​ກະ​ຊວງ​ການ​ເງິນ ທ່ານ​ນາງ ໄພ​ວອນ ທຸມ​ພາ​ວັນ, ຮອງ​ຫົວ​ໜ້າ​ພະ​ແນກ ທ່ານ ດວງ​ດີ ພັນ​ດາ​ນຸ​ວົງ, ວິ​ຊາ​ການ​ພະ​ແນກ ທ່ານ ອາ​ນຸ​ສອນ ໂຄດ​ປະ​ທິບ, ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ທ່ານ ສະ​ໝານ ອະ​ເນ​ກາ ແລະ ຫົວ​ໜ້າ​ພົວ​ພັນ​ພາຍນອກ ທ່ານ​ນາງ ດາວ​ມະ​ນີ ຈັນ​ພະ​ແກ້ວ.

ຍອດ​ລາຍ​ຈ່າຍ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ໃຫ້​ແກ່​ລັດ​ຖະ​ບານ ​ທັງໝົດຂອງສົກປີ 2020 ແມ່ນເທົ່າກັບ  US$14,5 ລ້ານ ນອກ​ ຈາກ​ ພັນ​ທະ​ອື່ນໆ​ທີ່​ໄດ້​ມອບ​ເຂົ້າ​ເປັນ​ລາຍ​ຮັບ​ຂອງ​ລັດ​ຖະ​ບານ​ເປັນ​ຕົ້ນ ອາ​ກອນ​ກຳ​ໄລ, ອາ​ກອນ​ນ້ຳ​ມັນເຊື້ອ​ໄຟ ແລະ ອາ​ກອນ​ລາ​ຍ​ໄດ້.

ນັບຕັ້ງແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ ມາ​ແຕ່​​ປີ 2003 ເປັນ​ຕົ້ນ​ມາ, ​ທາງບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌​ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ປະ​ກອບ​ສ່ວນພັນ​ທະ​ຂອງ​ຕົນ​ທີ່​ເປັນ​ ລາຍ​ຮັບ​ໂດຍ​ກົງໃຫ້ແກ່​ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ​ເປັນ​ເງິນ​ທັງໝົດ ຫຼາຍກວ່າ US$1,5 ຕື້ ລວມ​ທັງ ຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ທັງ​ໝົດຫຼາຍກ່​ວາ ​US$172 ລ້ານ.