ລ​ຊມ​ລ ຈັດ​ພິ​ທີເປີດ ອຸ​ມົງ​ທາງ​ເຂົ້າ ເພື່ອ​ເຈາະ​ສຳຫຼວດ​ບໍ່​ແຮ່​ໃຕ້​ດິນ

ກຸມພາ 08, 2021

ໃນ​ວັນ​ທີ 4 ກຸມ​ພາ 2022 ກົງ​ກັບ​ ມື້​ຂຶ້ນ 3 ຄ່ຳ ເດືອນ 3 ລາວ, ຄະ​ນະ​ຜູ້​ບໍ​ລິ​ຫານ​ພ້ອມ​ດ້ວຍພະ​ນັກ​ງານ​ຂອງ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ຈັດ​ພິ​ທີ​ຕາມ​ຮີດ​ຄອງ​ປະ​ເພ​ນີ ເພື່ອ​ສະ​ເຫຼີມ​ສະຫຼອງ​ການ​ເປີດ ອຸ​ມົງ​ທາງ​ເຂົ້າ ເພື່ອ​ເຈາະ​ສຳຫຼວດ​ບໍ່​ແຮ່​ໃຕ້​ດິນ ຢູ່ ພາກ​ສະ​ໜາມ​ບໍ່​ຄຳ-ທອງ ເຊ​ໂປນ. ໂຄ​ງ​ການ​ດັ່ງ​ກ່າວ​ນີ້​ ແນ​ໃສ່​ສ້າງບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ຢູ່​ໃນ ສ​ປ​ປ ລາວ.

ທ່ານ ພໍ ແຮ​ຣິ​ສ໌, ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ໂຄງ​ການ​ຄຳ-ທອງ​ເຊ​ໂປນ ມີ​ປະ​ຫວັດ​ສາດ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ມາ​ຫຼາຍ​ພັນ​ປີ. ການ​ພັດ​ທະ​ນາ​ໃໝ່​ນີ້ ຈະ​ຍືດ​ອາ​ຍຸ​ຂອງ​ບໍ່​ຄຳ-ທອງ ເຊ​ໂປນ ດ້ວຍ ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ ແລະ ເຕັກ​ນິກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ນຳ​ໜ້າ​ໃນ​ໂລກ.”

​ລ​ຊມ​ລ ຈະ​ນຳ​ເອົາຊ່ຽວ​ຊານ ກໍ​ຄື​ ຄວາມ​ຊຳ​ນິ​ຊຳ​ນານ ແລະ ອຸ​ປະ​ກອນ​ທີ່​ມີ​ຄຸນ​ຄ່າ ມາ​ນຳ​ໃຊ້​ເຂົ້າ​ໃນ​ໂຄງ​ການ​ຢູ່ ສ​ປ​ປ ລາວ ແລະ ໝັ້ນ​ໃຈ​ວ່າ ໂຄງ​ການ​ດັ່ງ​ກ່າວ​ຈະ​ປະ​ສົບ​ຜົນ​ສຳ​ເລັດ. ວຽກ​ງານ​ສຳຫຼວດ ຢູ່ ບໍ່​ໃຕ້​ດິນ ແມ່ນ​ຈະ​ເລີ່ມ​ໃນ​ເໝືອງ​ເກົ່າ ຢູ່ ບໍ່​ຄຳ-ທອງ ເຊ​ໂປນ. ລ​ຊມ​ລ ພວມ​ປຶກ​ສາ​ຫາ​ລື​ກັບ ຂະ​ແໜງ​ການ​ພາກ​ລັດ​ທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ ລາຍ​ລະ​ອຽດ ແລະ ຜົນ​ກະ​ທົບ​ຕ່າງໆທີ່​ອາດ​ເກີດ​ຂຶ້ນ​.

ທ່ານ ພໍ ແຮ​ຣິ​ສ໌ ໄດ້​ກ່າວ​ຕື່ມ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​​ເປັນຢ່າງ​ຍິ່ງ ທີ່ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ໃນ​ ສ​ປ​ປ ລາວ. ບໍ​ລິ​ສັດ​ແມ່ ຊື​ເຟິງ ຂຸດ​ຄົ້ນ​ຄຳ ໄດ້​ລົງ​ທຶນ​ມະ​ຫາ​ສານເຂົ້າ​ໃນ​ໂຮງງ​ານ ແລະ ອຸ​ປະ​ກອນ ເພື່ອໃຫ້​ສາ​ມາດ​ກັບ​ຄືນ​ມາ​ຜະ​ລິດ ແລະ ຂະ​ຫຍາຍ​ການ​ຜະ​ລິດ​ຄຳ ຢູ່ ໂຄງ​ການ​ຄຳ-ທອງ​ເຊ​ໂປນ. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ໂຄງ​ການ​ບໍ່​ແຮ່​ໃຕ້​ດິນ​ນີ້ ຈະ​ເປັນ​ຕົວ​ຢ່າງ​ທີ່​ດີ​ສຳ​ລັບ ຜູ້​ປະ​ກອບ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ອື່ນໆ​ໃນ ປະ​ເທດ ແລະ ຈະ​ເປັນ​ໂອ​ກາດ​ໃຫ້ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ຢູ່​ພາກ​ສະ​ໜາມ​ອື່ນໆ​ຢ່າງ​ຍືນ​ຍົງ​ດ້ວຍ​ການ​ນຳ​ໃຊ້​ເຕັກ​ນີກ​ທີ່​ຄ້າຍ​ຄື​ກັນ​ນີ້.”

ລ​ຊມ​ລ ໄດ້ ດຳ​ເນີນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຄຳ-ທອງ​ເຊ​ໂປນ ແບບ​ບໍ່​ເປີດ​ຕັ້ງ​ແຕ່​ປີ 2003 ເປັນ​ຕົ້ນ​ມາ. ໃນ​ສອງ​ທົດ​ສະ​ຫວັດ​ຜ່ານ​ມາ, ລ​ຊມ​ລ ໄດ້​ປະ​ກອບ​ສ່ວນຫຼາຍກວ່າ US$1,6 ຕື້ ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວ ຜ່ານ​ການ​ຈ່າຍ​ພາ​ສີ​ອາ​ກອນ ແລະ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ, ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ ການ​ຝຶກ​ອົບ​ຮົມ​ສ້າງ​ສີ​ມື​ແຮງ​ງານ. ລ​ຊມ​ລ ໝາຍ​ໝັ້ນສ້າງເປັນ​ບໍ​ລິ​ສັດ​ບໍ່​ແຮ່​ຕົວ​ແບບ​ທີ່​ດີ​ເລີດ​ ແລະ ເປັນ​ຄູ່​ຮ່ວມ​ພັດ​ທະ​ນາ ຢູ່​ໃນ ສ​ປ​ປ ລາວ.



ພິທີໃສ່ບາດ ໃນໂອກາດ ເປີດອຸມົງທາງເຂົ້າເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນ / Alms giving ceremony on the occasion of the portal breaking ceremony for the Sepon Underground Exploration Project.