ບໍ​ລິ​ສັດ ລ​ຊມ​ລ ໄດ້​ຮັບ​ລາງວັນ ນັກ​ທຸ​ລະ​ກິດ​ຊັ້ນ​ນຳ​ດີ​ເດັ່ນ ໃນ​ໄລ​ຍະ COVID-19

ມັງກອນ 06, 2022

ໃນ​ວັນ​ທີ 29 ທັນ​ວ​າ 2021, ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ໄດ້​ຮັບ​ລາງວັນ ‘ນັກ​ທຸ​ລະ​ກິດ​ຊັ້ນ​ນຳ​ດີ​ເດັ່ນ’ ໃນ​ໄລ​ຍະ COVID-19 ປະ​ຈຳ​ປີ 2021 ຈັດ​ໂດຍ ສະ​ພາການ​ຄ້າ ແລ​ະ ​ອຸດ​ສະ​ຫະ​ກຳ​ແຫ່ງ​ຊາ​ດ​ລາວ (​ສຄອ​ຊ) ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ, ນະ​ຄອນຫຼວງວຽງ​ຈັນ.

ບໍ​ລິ​ສັດ ລ​ຊມ​ລ ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ກັບ​ການ​ປະ​ກອບ​ສ່ວນ​ຂອງ​ຕົນ ໃນ​ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19 ໃນ​ສ​ປ​ປ ລາວ.

ພະ​ນະ​ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ​ສ​ປປ ລາວ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ ເພື່ອ​ເປັນ​ນິ​ມິດ​ໝາຍ ແລະ ໃຫ້​ຄວາມສຳ​ຄັນ ຊຶ່ງໃຫ້​ກຽດ​ມອບໂລ້​ລາງວັນ​ໂດຍ ທ່ານ ປອ ຄຳ​ແພງ ໄຊ​ສົມ​ແພງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສະ​ຫະ​ກຳ ແລະ ການ​ຄ້າ.

ທ່ານ​ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ພາກ​ພູມ​ໃຈ ທີ່​ໄດ້​ຮັບ​ລາງວັນ​ໃນ​ນາມ​ຕາງ​ໜ້າ ລ​ຊມ​ລ”. ທ່ານ​ກ່າວ​ຕື່ມ​ອີກວ່າ: “ພວກ​ເຮົາ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ເປັ​ນ​ທີມ​ງານ ໃນ​ໄລ​ຍະຫຼາຍ​ເດືອນ​ຜ່ານ​ມາ​ເພື່ອ ກຳ​ຈັດ​ພະ​ຍາດ COVID-129 ອອກ​ຈາກ​ພາກ​ສະ​ໜາມ​ຂອງ​ພວກ​ເຮົາ. ພາຍ​ໃຕ້​ການ​ຮ່ວມ​ມື​ກັບກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ​ຄະ​ນະ​ສະ​ເພາະ​ກິດ​ COVID-19 ຂັ້​ນສູນ​ກາງ, ແຂວງ​ສະ​ຫວັນ​ນະ​ເຂດ ແລະ ເມືອງວິ​ລະ​ບູ​ລີ, ພວກ​ເຮົາ​ປະ​ຕິ​ບັດ​ມາດ​ຕະ​ການ​ເຄັ່ງ​ຄັດ​ໃນ​ການກວດ​ເຊື້ອ, ຕິດ​ຕາມ​ຜູ້​ສຳ​ຜັດ​ໃກ້​ຊິດ, ຈຳ​ກັດ​ບໍ​ລິ​ເວນ, ແລະ ແຍກ​ປ່ຽວ ເພື່ອ​ປົກ​ປ້ອງ​ພະ​ນັກ​ງານ, ຜູ້​ຮັບ​ເໝົາ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ.”

ນັບ​ຕັ້ງ​ແຕ່​ມີ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ COVID-19, ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ​ປະ​ມານ $500,000 ໃຫ້​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ໃນ​ການ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ. ລ​ຊມ​ລ ສະ​ໜັບ​ສະ​ໜູນ ການກວດ​ເຊື້ອ​ໃນ​ເມືອງວິ​ລະ​ບູ​ລີ ແລະ ສະ​ໜອງ​ອຸ​ປະ​ກອນ​ດ້ານ​ສຸ​ຂະ​ອ​ະ​ນາ​ໄມ​ໃຫ້​ແກ່​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ​ສະ​ຫວັນ​ນະ​ເຂດ.

ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ​ສະ​ຫວັນ​ນະ​ເຂດ, 99% ຂອງ​ພະ​ນັງານ ລ​ຊມ​ລ ແລະ ຜູ້​ຮັບ​ເໝົາ ຈຳ​ນວນ 5000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ COVID-19 ຢ່າງ​ຄົບ​ຖ້ວນ ແລະ ຈຳ​ນວນຫຼ​າຍກໍ່​ໄດ້​ຮັບ​ວັກ​ຊີນ​ເຂັມ​ກະ​ຕຸ້ນເພີ່​ມ​ຕື່ມ. ລ​ຊມ​ລ ສືບ​ຕໍ່ ຮັກ​ສາ​ມາດ​ຕະ​ການ​ປ້ອງ​ກັນ COVID-19 ຢ່າງ​ເຄັ່ງ​ຄັດ.

ນັບ​ຕັ້ງ​ແຕ່ເລີ່ມ​ການ​ດຳ​ເນີນ​ງານ​ໃນ​ປີ 2003, ລ​ຊມ​ລ ປະ​ກອບ​ສ່ວນເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ຫຼາຍ​ກວ່າ $1.6 ຕື້ ໂດຍ​ຜ່ານ​ການ​ຈ່າຍ​​ອາກອ​ນ, ພາສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ, $50 ລ້ານ ໃນ​ການ​ພັດ​ທະ​ນາໂຄງ​ລ່າງ​ພື້ນ​ຖານ ແລະ ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, $52 ລ້ານ ໃນ​ການ​ເກັບ​ກູ້​ລະ​ເບີດ​ທີ່ບໍ່​ທັນ​ແຕກ, ແລະ ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອຍ​ລ້ານ​ໂດ​ລາ ໂດຍ​ຜ່ານ ການ​ຈ້າງ​ງານ, ຝຶກ​ອົບ​ຮົມ, ພັດ​ທະ​ນາ​ທ້ອງ​ຖິ່ນ ແລະ ສະ​ໜັບ​ສະ​ໜູນ​ແຜນ​ງານ​ຕ່າງໆ.

ສະ​ມາ​ຊິກ​ຊຸມ​ຊົນໃນ​ເມືອງວິ​ລະ​ບູ​ລີ ຫຼາຍກວ່າ 40,000 ຄົນ ໃນ​ເຂດ​ອ້ອມ​ຂ້າງບໍ່​ຄຳ-ທອງ​ເຊ​ໂປນ​ໄດ້​ຮັບ​ຜົນ​ປະ​ໂຫຍດ ກວ່າ $20 ລ້ານ ຈາກກອງ​ທຶນ​ພັດ​ທະ​ນາ​ທ້ອງ​ຖິ່ນ. ລາຍ​ຮັບ​ຂອງ​ຊຸມ​ຊົນ ໂດຍ​ຜ່ານ​ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ ສະ​ສົມ​ກວ່າ $46 ລ້ານ.