ລ​ຊມ​ລ ໄດ້​ຮັບ​ລາງວັນດີ​ເດັ່ນ ປະ​ຕິ​ບັດ​ພັນ​ທະ​ດ້ານ​ອາ​ກອນ ແລະ ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ຂອງ ສ​ປ​ປ ລາວ

ເມສາ 19, 2021

ລ​ຊມ​ລ ໄດ້​ຮັບ​ລາງວັນດີ​ເດັ່ນ ‘ປະ​ເພດ 1’ ປະ​ຕິ​ບັດ​ພັນ​ທະ​ດ້ານອາ​ກອນ ແລະ ປະ​ກອບ​ສ່ວນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ.

ໃນ​ປີ 2020, ລ​ຊມ​ລ​ ໄດ້​ມອບຫຼາຍກວ່າ US$32 ລ້ານ​ໃຫ້​ແກ່ ລັດ​ຖະ​ບານ​ລາວ ເປັນ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ອາ​ກອນ. ລ​ຊມ​ລ ຜະ​ລິດ​ຄຳ​ໄດ້ 2 ໂຕນກວ່າ ໃນ​ປີ 2020.

ຕັ້ງ​ແຕ່​ເລີ່ມ​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງໃນ​ປີ 2003ດ ລ​ຊມ​ລ ໄດ້​ມອບ​ລາຍ​ຮັບ​ໂດຍ​ກົງຫຼາຍກວ່າ US$1,5 ຕື້ ໃຫ້​ແກ່ ລັດ​ຖະ​ບານ​ລາວ ເປັນ​ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ອາ​ກອນ ແລະ ເງິນ​ປັນ​ຜົນ. ການ​ປະ​ກອບ​ສ່ວນ​ເຫຼົ່າ​ນີ້ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ​ຂອງ​ລັດ​ຖະ​ບານ.

ທ່ານ ສະໝານ ອະເນກາຜູ້ອຳນວຍການໃຫຍ່ ລຊມລ ໄດ້ກ່າວວ່າ “ລຊມລ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ. ນອກຈາກ ການປະກອບສ່ວນເປັນລາຍຮັບໂດຍກົງຕໍ່ລັດຖະບານແລ້ວ, ລຊມລ ຍັງໄດ້ປະກອບສ່ວນຫຼາຍຮ້ອຍລ້ານໂດລາສະຫະລັດ ໂດຍຜ່ານການສ້າງວຽກເຮັດງານທຳ ແລະ ການຝຶກອົບຮົມ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາທຸລະກິດທ້ອງຖິ່ນກໍຄືການພັດທະນາຊຸມຊົນ.

ພິ​ທີ​ມອບ​ລາງວັນນີ້ ເປັນ​ຄັ້ງ​ທຳ​ອິດ​ທີ່ ກະ​ຊວງ​ການ​ເງິນ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຂົມ​ເຊີຍ ຫົວ​ໜ່ວຍ​ທຸ​ລະ​ກິດ​ລາວ ແລະ ຕ່າງ​ປະ​ເທດ ທີ່​ໄດ້​ປະ​ຕິ​ບັດ​ພັນ​ທະ​ອາ​ກອນ​ຕາມ​ລະ​ບຽບ​ກົດ​ໝາຍ. ມີ​ບໍ​ລິ​ສັດຫຼາຍກວ່າ 100 ຫົວ​ໜ່ວຍ​ທີ່​ໄດ້​ຖືກ​ຄັດ​ເລືອກ​ຮັບ​ລັງ​ວັນ ແບ່ງ​ອອກ​ເປັນ​ສອງ​ປະ​ເພດ ອີງ​ຕາມເງື່ອນ​ໄຂ​ໃນ​ການ​ປະ​ຕິ​ບັດ​ພັນ​ທະ​ອາ​ກອນ ຕາມ​ທີ່​ກຳ​ນົດ​ໄວ້.

ມີ 52 ບໍ​ລິ​ສັດ ລວມ​ທັງ ລ​ຊມ​ລ ທີ່​ໄດ້​ຮັບ​ລາງວັນ​ຍ້ອງ​ຍໍ​ປະ​ເພດ​ສູງ​ສຸດ ແລະ ອີກ 88 ບໍ​ລິ​ສັດ ໄດ້​ຮັບ​ລາງວັນ​ປະ​ເພດ II.

ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ ສ​ປ​ປ ລາວ ແລະ ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ສືບ​ຕໍ່​ປະ​ຕິ​ບັດ​ຜົນ​ງານ​ນີ້​ໃນ​ປີ​ຕໍ່​ໄປ.”

ມີ ທຸ​ລະ​ກິດ​ຂຶ້ນ​ທະ​ບຽນ 130,000 ຫົວ​ໜ່ວຍ​ໃນ​ທົ່ວ​ປະ​ເທດ.