ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣ​ນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ ເຊ​ໂປນ ສະ​ໜັບ​ສະ​ໜູນ​ທຸ​ລະ​ກິດ​ລາວ

ກຸມພາ 28, 2022

ໃນ​ອາ​ທິດ​ຜ່ານ​ມາ, ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ ເຊ​ໂປນ, ທ່ານ ສະ​ໝານ ອະ​ເນ​ກາ ໄດ້​ມອບ 80 ລ້ານ​ກີບ ໃຫ້​ແກ່ ທ່ານ ດາວວອນ ພະ​ຈັນ​ທະ​ວົງ, ຮອງ​ປະ​ທານ​ກິ​ຕິ​ມະ​ສັກ ຂອງ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ ລາວ (ສ​ຄອ​ຊ).

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ LXML ໄດ້​ກ່າວ​ວ່າ: “ການ​ປະ​ກອບ​ສ່ວນ​ນີ້​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ສ້າງ​ຄວາມ​ອາດ​ສາ​ມາດ ແລະ ສົ່ງ​ເສີມ​ພາກ​ທຸ​ລະ​ກິດ ຢູ່​ໃນ ສ​ປ​ປ ລາວ ໂດຍ​ສະ​ເພາະ ໃນ​ໄລ​ຍະ​ການ​ຟື້​ຟູ​ຈາກ ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ພະ​ຍາດ COVID-19.”

ປີ​ນີ້​ເປັນ​ປີ​ທີ 9 ທີ່ LXML ໄດ້​ປະ​ກອບ​ສ່ວນ​ຕໍ່ LNCCI ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ອາດ​ສາ​ມາດ​ຂອງ​ພາກ​ທຸ​ລະ​ກິດ​ໃນ ສ​ປ​ປ ລາວ.

LXML ບໍ່​ຄຳ-ທອງ​ເຊ​ໂປນ ເປັນ​ທຸ​ລະ​ກິດ​ຂະ​ໜາດ​ໃຫຍ່​ໃນ ສ​ປ​ປ ລາວ ທີ່ ດຳ​ເນີນ​ການ​ຂຸດ​ຄົ້ນ-ປຸງ​ແຕ່ງ-ຜະ​ລິດ​ແຮ່​ທອງ-ຄຳ ແບບ​ບໍ່​ເປີດໜ້າ​ດິນ ຢູ່​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ ຕັ້ງ​ແຕ່​ປີ 2003. ໃນສອງທົດສະວັດຜ່ານມາ, LXML ໄດ້ປະກອບສ່ວນຫຼາຍກວ່າ US$1,6 ຕື້ ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ ແລະ ຄ່າຊັບພະຍາກອນແຮ່ທາດ, ຫຼາຍຮ້ອຍລ້ານໂດລາເປັນຜົນປະໂຫຍດທາງອ້ອມ ຜ່ານການພັດທະນາຊຸມຊົນ, ການສ້າງວຽກເຮັດງານທຳ ແລະ ການຝຶກອົບຮົມສ້າງສີມືແຮງງານ.

ໃນຊຸມຊົນເມືອງວິລະບູລີ ໄດ້ມີປະຊາຊົນກວ່າ 40.000 ຄົນ ທີ່ໄດ້ຮັບຜົນປະໂຫຍດຈາກ ໂຄງ​ການ​ພັດ​ທະ​ນາ​ຊຸມ​ຊົນ ຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ US$13 ລ້ານ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ US$47 ລ້ານ.

ໃນ​ຕົ້ນ​ເດືອນ​ນີ້, LXML ໄດ້​ສະ​ເຫຼີມ​ສະຫຼອງ​ການ​ເປີດ​ອຸ​ມົງ​ທາງ​ເຂົ້າ​ເພື່ອ​ເຈາະ​ສຳຫຼວດ​ບໍ່​ແຮ່​ໃຕ້​ດິນ​ຢູ່​ພາກ​ສະ​ໜາມ​ບໍ່​ຄຳ-ທອງ ເຊ​ໂປນ. ໂຄງ​ການ​ດັ່ງ​ກ່າວ​ແນ​ໃສ່​ສ້າງ​ບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ຢູ່​ໃນ ສ​ປ​ປ ລາວ. ການ​ພັ​ດ​ທະ​ນາ​ໃໝ່​ນີ້ ຈະ​ຍືດ​ອາ​ຍຸ​ຂອງ​ບໍ່​ຄຳ-ທອງ ເຊ​ໂປນ ດ້ວຍ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ ແລະ ເຕັກ​ນິກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ນຳ​ໜ້າ​ໃນ​ໂລກ.

LXML ໄດ້​ຮັບ​ໃບ​ຍ້ອງ​ຍໍ​ປະ​ເພດ A+ ຈາກ​ລັດ​ຖະ​ບານ​ລາວ ຢ່າງ​ສະ​ເໝີ​ມາ​ເປັນ​ໄລ​ຍະ 10 ປີ ແລະ ທັງ​ໄດ້​ຮັບ​ລາງວັນຫຼາຍ​ປະ​ເພດ​ ທີ່​ຮັບ​ຮູ້ ການ​ປະ​ກອບ​ສ່ວນ​ຂອງ​ບໍ​ລິ​ສັດ​ເຂົ້າ​ໃນ​ການ​ພັດ​ທະ​ນາ ເສດ​ຖະ​ກິດ ແລະ ສັງ​ຄົມ ຂອງ ສ​ປ​ປ ລາວ ລວມ​ທັງ: ລາງວັນ​ຜູ້​ນຳ​ທຸ​ລະ​ກິດ​ດີ​ເດັ່ນ​ໃນ​ການ​ປ້ອງ​ກັນ COVID-19 ໃນ ສ​ປ​ປ ລາວ, ​ລາງວັນທຸ​ລະ​ກິດ​ອາ​ຊຽນ 2020 ສຳ​ລັບ​ການ​ສະ​ກັດ​ກັ້ນ COVID-19, ແລະ ​ລາງວັນ ອາ​ຊຽນ” ດີ​ເດັ່ນ​ດ້ານ​ແຮ່​ທາດ ໃນ​ປີ 2019 ແລະ 2017.

LXML ໝາຍ​ໝັ້ນສ້າງເປັນ​ບໍ​ລິ​ສັດ​ບໍ່​ແຮ່​ຕົວ​ແບບ​ທີ່​ດີ​ເລີດ​ ແລະ ເປັນ​ຄູ່​ຮ່ວມ​ພັດ​ທະ​ນາ ຢູ່​ໃນ ສ​ປ​ປ ລາວ.

 


ທ່ານ ດາວວອນ ພະຈັນທະວົງ, ຮອງປະທານກິຕິມະສັກຂອງ ສຄອຊ ຮັບ ການປະກອບສ່ວນສະມາຊິກ ມອບໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ທີ່ຫ້ອງການ ສຄອຊ ໃນວັນທີ 25 ກຸມພາ 2022./Mr Daovone Phachanthavong, LNCCI Executive Vice President receives the Executive Honorary Membership contribution handed by Mr Saman Aneka, LXML Managing Director at the LNCCI office on 25 February 2022.