ບິນ​ສູງ: ມາ​ພົບ​ກັບ ນັກບິນ​ໂດ​ຣນ​ຂອງ LXML

ມິຖຸນາ 11, 2021

ໂດ​ຣນ​ທັນ​ສະ​ໄໝ​ທຳ​ອິດ​ຂອງ​ໂລກ – ຫຼື ພາ​ຫະ​ນະ​ທາງ​ອາ​ກາດ​ທີ່​ບໍ່​ມີ​ຄົນ​ນັ່ງ​ຂັບ – ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປີ 1935 ເພື່ອ​ຝຶກ​ອົບ​ຮົມ​ນັກ​ບິນ. ຕັ້ງ​ແຕ່ນັ້ນ​ມາ, ໂດ​ຣນ​ ໄດ້​ຖືກ​ນຳ​ໃຊ້​ໃນຫຼາກຫຼາຍ​ອຸດ​ສາ​ຫະ​ກຳ​ນັບ​ແຕ່ ການ​ທະ​ຫານ, ກະ​ສິ​ກຳ, ການ​ບັນ​ເທີງ ຕະຫຼອດ​ຮອດ ບໍ່​ແຮ່.

ທີ່ LXML, ພວກ​ເຮົາ​ນຳ​ໃຊ້ ໂດ​ຣນ ເພື່ອ​ຊ່ວຍ​ໃຫ້​ພວກ​ເຮົາ​ບັນ​ລຸ​ເປົ້າ​ໝາຍ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ ທັງຮັກ​ສາຄວາມ​ປອດ​ໄພ​ຂອງ​ພະ​ນັກ​ງານ ກໍ​ຄື ຊຸມ​ຊົນ​. ໂດ​ຣນ ເປັນ​ເຄື່ອງ​ມື​ດີ​ເລີດ​ເພື່ອ​ບັນ​ລຸ​ວຽກ​ງານ ການ​ວາງ​ແຜນ​ການ​ຂຸດ​ຄົ້ນ, ​ດ້ານການ​ດຳ​ເນີນ​ງານ, ດ້ານ​ສິ່ງ​ແວດ​ລ້ອມ ແລະ ວຽກ​ງານ​ຊຸມ​ຊົນ.   ໂດ​ຣນ ຈະ​ໃຫ້​ພາບ​ທີ່ກວ້າງ​ໃກ້​ຈາກ​​ລະ​ດັບ​ສູງ​ທາງ​ອາ​ກາດ ໃຫ້​ພວກ​ເຮົາ​ເຫັນ ຮ່ອງ​ຮອຍ​ທີ່ຖືກ​ລົບ​ກວນ ແລະ ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ເຖິງ​ເຂດ​ຫ່າງ​ໃກ​ສອກຫຼີກ.

LXML ມີ​ພະ​ນັກ​ງານ 24 ຄົນ​ຈາກ​ທີມ​ງານ ຂຸດ​ຄົ້ນ​ບໍ່​ແຮ່, ສິ່ງ​ແວດ​ລ້ອມ, ແລະ ພົວ​ພັນ​ກັບ​ຊຸມ​ຊົນ ເຊິ່ງ​ໃນ​ນັ້ນ​ມີ​ແມ່​ຍິງ 3 ຄົນ ທີ່​ສາ​ມາດ​ບິນ​ໂດ​ຣນ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ພວກ​ເຮົາ.

ການ​ຊີ​ເຈາະ ແລະ ລະ​ເບີດ​ຫີນ ເປັນ​ວຽກ​ງານ​ທີ່​ປະ​ຕິ​ບັດ​ເປັນ​ປະ​ຈຳ​ທີ່​ບໍ່​ຄຳ-ທອງ​ເຊ​ໂປນ ກ່ອນ​ທີ່​ພວກ​ເຮົາ​ຈະ​ສາ​ມາດ​ຂຸດ​ຄົ້ນ​ແຮ່​ໄດ້. ນັກ​ບິນ​ຂອງ​ພວກ​ເຮົາ ບິນ​ໂດ​ຣນ​ທຸກໆ​ມື້​ເພື່ອ​ຮັບ​ປະ​ກັນ​ວ່າ ບຸກ​ຄົນ ແລະ ສັດ​ສາ​ວາ​ສິ່ງຈະ​ບໍ່​ຢູ່ພາຍ​ໃນ​ຂອບ​ເຂດ​ຫວງ​ຫ້າມ (ລັດ​ສະ​ໝີ 500ມ) ກ່ອນ​ທີ່​ຈະ​ລະ​ເບີດ​ຫີນ. ນອກ​ຈາກນັ້ນ, ພວກ​ເຮົາ​ຍັງ​ນຳ​ໃຊ້ ພາບຫຼັງ​ການ​ລະ​ເບີດ​ຫີນ​ເພື່ອ ວິ​ເຄາະ ແລະ ຕິດ​ຕາມ​ຄວາມ​ປອດ​ໄພ ໂດຍ​ສະ​ເພາະ ເວ​ລາ​ລະ​ເບີດ​ຫີນຢູ່​ໃກ້ເຂດ​ຊຸມ​ຊົນ.

ໃນ​ກິດ​ຈະ​ກຳ​ການ​ຂຸດ​ຄົ້ນ​ບໍ່​ແຮ່, ພວກ​ເຮົາ​ນຳ​ໃຊ້ ໂດ​ຣນ​ເພື່ອສຳຫຼວດ​ເນື້ອ​​ທີ່, ວາງ​ແຜນ​ບໍ່​ທີ່​ຈະ​ລະ​ເບີດ, ເກັບ​ກຳ​ຮູບ​ພາບ ຄວາມ​ຄືບ​ໜ້າ​ການ​ຂຸດ​ຄົ້ນ, ປະ​ເມີນ​ການ​ສັນ​ຈອນ​ພາຍ​ໃນ​ເຂດ​ບໍ່​ແຮ່ ແລະ ກວດ​ກາ​ສະ​ພາບ​ການ​ດຳ​ເນີນ​ງານ. ໃນ​ວຽກ​ງານ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ໂດ​ຣນ ຊ່ວຍ​ພວກ​ເຮົາ​ໃນ​ການ ກວດ​ກາ​ວຽກ​ງານ​ຟື້ນ​ຟູ​ຕ່າງໆ ແລະ ກິດ​ຈະ​ກຳ​ການ​ຄຸ້ມ​ຄອງ​ນ້ຳ. ໃນ​ວຽກ​ງານ​ຊຸມ​ຊົນ, ໂດ​ຣນ ສະ​ໜັບ​ສະ​ໜູນວຽກ​ງານ​ການ​ໄກ່​ເກ່ຍ​ຄຳ​ຮອງ​ທຸກ​ຂອງ​ຊຸມ​ຊົນ ແລະ ວຽກ​ງານ​ເຂົ້າ​ຫາ​ທີ່​ດິນ​ຕ່າງໆ.

ເຮົາ​ມາ​ພົບກັບ ກັບ​ຕັນ​ບິນ​ໂດ​ຣນ ຂອງ LXML ​ທັງ 3 ທ່ານ ພ້ອມ​ທັກ​ສະ​ຂອງ​ພວກ​ເຂົາ.

 


ຈັນທະວີ ອິນທະສຸກວິສະວະກອນ ດ້ານການຊີເຈາະ ແລະ ລະເບີດຫີນຈາກ ນະຄອນຫຼວງວຽງຈັນ

​ຈັນ​ທະ​ວີ ເປັນ​ແມ່​ຍິງ​ຜູ້​ດຽວ​ໃນສະ​ມາ​ຊິກ 5 ຄົນ​ຂອງ​ທີມ​ງານຊີ​ເຈາະ ແລະ ລະ​ເບີດ​ຫີນ. ລາວ​ໄດ້​ເລີ່ມ​ເຮັດ​ວຽກ​ກັບ ລ​ຊມ​ລ ໃນ​ເດືອນ ເມ​ສາ 2020.

ຂ້າເຈົ້າໄດ້ຝຶກບິນໂດຣນ ເປັນເວລາ 1 ອາທິດ ແລະ ບິນມາໄດ້ 1 ປີພໍດີການບິນໂດຣນ ທີ່ທ້າທາຍເປັນພິເສດແມ່ນຕອນບິນໃນລະດູຝົນການບິນຢູ່ເຂດພູສູງ ແລະ ເວລາສັນຍານຕັດ ລະຫວ່າງໂດຣ ແລະ ເຄື່ອງຄວບຄຸມ​!”

 


ບຸນຕ້ອນ ສິດທິເດດນັກງານໄກ່ເກ່ຍ ແລະ ມໍລະດົກວັດທະນະທຳຈາກ ເມືອງວິລະບູລີ

ບຸນ​ຕ້ອນ​ ເປັນ​ແມ່​ຍິງ​ຜູ້​ດຽວ​ໃນ​ສະ​ມາ​ຊິກ 4 ຄົນ​ຂອງ ທີມ​ງານພົວ​ພັນ​ກັບ​ຊຸມ​ຊົນ​ທີ່​ສາ​ມາດ​ບິນ​ໂດ​ຣນ.

ຂ້າພະເຈົ້າໄດ້ຝຶກບິນໂດຣນ ເປັນເວລາ 1 ເດືອນ ແລະ ບິນມາໄດ້  6 ເດືອນພໍດີຂ້າພະເຈົ້າບິນໂດຣນເພື່ອໃຫ້ໄດ້ພາບຊັດເຈນ ຂອງພື້ນທີ່ໆອາດໄດ້ຮັບຜົນກະທົບຈາກໂຄງການຂອງພວກເຮົາ ເຊັ່ນ ໜອງປາ ແລະ ດິນນາຂອງຊຸມຊົນຂ້າພະເຈົ້າຄິດວ່າ ສິ່ງທີ່ສຳຄັນຫຼາຍສຳລັບຜູ້ທີ່ບິນໂດຣນ ແມ່ນຕ້ອງມີສະມາທິສູງ ແລະ ມີໄຫວພິບວ່ອງໄວເວລາ ບິນໃນພື້ນທີ່ຫຍຸ້ງຍາກກັນດານເປັນຕົ້ນຢູ່ເຂດພູຄ້ອຍຊັນ.”

 


ບົວຜັນ ພຽນອາສາວິສະວະກອນ – ປັບປຸງການຂຸດຄົ້ນແຮ່ຈາກນະຄອນຫຼວງວຽງຈັນ

ບົວ​ຜັນ​ ເປັນ​ແມ່​ຍິງ​ຜູ້​ດຽວ​ໃນ​ສະ​ມາ​ຊິກ​ 5 ຄົນ ຂອງ​ທີມ​ງາ​ນ​ຂຸດ​ຄົ້ນ​ບໍ່​ແຮ່ ທີ່​ສາ​ມາດ​ບິນ​ໂດ​ຣນ.

ຂ້າພະເຈົ້າໄດ້ຝຶກບິນໂດຣນ ເປັນເວລາ 2 ອາທິດ ແລະ ໄດ້ເລີ່ມບິນໃນຕົ້ນເດືອນ​ ພຶດສະພາທີ່ຜ່ານມານີ້ຂ້າພະເຈົ້າເຫັນວ່າ ເວລາທີ່ບິນໂດຣນທີ່ເໝາະສົມທີ່ສຸດແມ່ນຫລັງຈາກ 10 ໂມງເຊົ້າ ເມື່ອແສງພໍດີງາມ ແລະ ໃນເວລາທີ່ບໍ່ມີລົມພະແນກຂອງພວກເຮົານຳໃຊ້ ໂດຣນສຳລັບຫຼາຍໜ້າວຽກ ເປັນຕົ້ນເພື່ອ ກວດກາກິດຈະກຳຊີເຈາະ ແລະ ລະເບີດຫີນເກັບ​ພາບ​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ຂຸດ​ຄົ້ນ​ແຮ່​ໃນ​ແຕ່​ລະ​ບໍ່ ແລະ ໃນ​ແຕ່​ລະໄລ​ຍະ​ເວ​ລາ​ຂອງ​ກິດ​ຈະ​ກຳ​ການ​ພັດ​ທະ​ນາ. ການ​ບິນ​ໂດ​ຣນ ເຮັດ​ໃຫ້​ເຮົາເຫັນ​ມຸ​ມມອງ​ທີ່​ດີ​ໃນ​ການ​ດຳ​ເນີນ​ງານ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ໄດ້ມີ​ຂໍ້​ມູນເລິກ​ເຊິ່ງ​​ຂື້ນຕື່ມ. ໂດ​ຣນ ຈະ​ໃຫ້​ພາບ​ທີ່ກວ້າງ​ໃກ​ຈາກຫຼາກຫຼາຍ​ມູນ ທີ່​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຮົາ​ສາ​ມາດ​​ວາງ​ແຜນ ແລະ ຕັດ​ສິນ​ໃຈ​ໄດ້​ເລິກ​ເຊິ່ງ​ຮອບດ້ານ​ຂຶ້ນ.”