ໜ່​ວຍ​ຮັບ​ມື​ເຫດ​ສຸກ​ເສີນ​ຈາກ ລ​ຊມ​ລ ​ໄດ້​ສຳ​ເລັດ​ການກອບ​ກູ້ເອົາ​ຊີ​ວິດຜູ້​ທີ່​ເຂົ້າ​ມາຂຸດ​ຄົ້ນ​ແຮ່​ທອງ​ຕາມ​ລຳ​ພັງ​ໃຈ ແລະ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ​ຢູ່ ບໍ​ລິ​ເວນ​ເໝືອງ​ແຮ່​ເກົ່າ​ຂອງ ບໍ່​ຄຳ-ທອງ​ເຊ​ໂປນ, ເມືອງວິ​ລະ​ບູ​ລີ ແຂວງ​ສະ​ຫວັນ​ນະ​ເຂດ

ກຸມພາ 04, 2022

ທີມ​ງານ​ກູ້​ໄພ​ສຸກ​ເສີນ​ຈາກ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລມ​ຊມ) ໄດ້​ຮັບ​ມື​ກັບ​ອຸ​ປະ​ຕິ​ເຫດ​ຮ້າຍ​ແຮງ ທີ່​ມີ ປະ​ຊາ​ຊົນ​ລັກ​ລອບ​ຂຸດ​ແຮ່​ທອງ​ແບບ​ພື້ນ​ບ້ານ​ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຢູ່ ໃນ​ເມືອງວິ​ລະ​ບູ​ລີ ໃກ້​ບໍ່​ຄຳ-ທອງ​ເຊ​ໂປນ​ ແຂວງ​ສະ​ຫວັນ​ນະ​ເຂດ ໃນ​ເວ​ລາ​ປະ​ມານ 8:00 ໂມງ​ແລງ ຂອງວັນ​ທີ 31 ມັງ​ກອນ 2022.

​ມີຜູ້​ຊາຍ​ສອງ​ຄົນ (ອາ​ຍຸ 23 ແລະ 27 ປີ) ທີ່​ຊອກ​ຫາ​ມາ​ລາ​ໄຄ​ດ໌ (ທອງ ຫຼື “ຫີນ​ຂຽວ”) ທີ່​ຕິດ​ຢູ່​ໃຕ້​ດິນຫຼາຍ​ແມັດ​ໂດຍ​ມີ​ຫີນ​ທັບ ໃນ​ປ່ອງ​ອຸ​ມົງ​ທີ່​ພວກ​ກ່ຽວ​ຂຸດ​ດ້ວຍ​ຕົນ​ເອງ ຢູ່ ທາງ​ຂ້າງ​ຂອງ​ພູ​ໜ່ວຍ​ໜຶ່ງ. ຜູ້​ຊາຍ​ອີກ​ຈຳ​ນວນ​ໜຶ່ງ​ແມ່ນ​ໄດ້​ປົບ​ໜີ​ເພື່ອ​ໄປ​ຮ້ອງ​ຫາ​ຄວາມ​ຊ່ວຍ​ເຫຼືອ.

ກຸ່ມ​​ຄົນ​ທີ່​ເຫີ່​ກັນ​ເຂົ້າ​ມາ​ຂຸດ​ຄົ້ນ​ເອົາ​ແຮ່​ໂດຍ​ລຳ​ພັງ ແລະ ບັນ​ດາຜູ້​ຄ້າຂາຍ​ແຮ່​ທີ່​​ເຫັນ​ແກ່​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ແລະ ເປັນ​ໜ້າ​ລະ​ອາຍ​ຕໍ່​ສັງ​ຄົ​ມ ສ່ວນ​ໃຫຍ່​ເປັນ​ຜູ້​ທີ່ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ຊຸມ​ຊົນ​ທີ່​ບອບ​ບາງ-ດ້ອຍ​ໂອ​ກາດ ລວມ​ທັງ​ເດັກ​ນ້ອຍຊາວ​ໜຸ່ມ ເພື່ອ​ໃຫ້​ພວກ​ເຂົ​າ​ເຈົ້າ ແບກ​ຫາບ​ຄວາມ​ສ່ຽງ​ຮ້າຍ​ແຮງ​ທີ່​ສຸດ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສິ່ງ​ທີ່​ເປັນ​ອັນ​ຕະ​ລາຍ. ອຸ​ປະ​ຕິ​ເຫດ​ຄັ້ງ​ນີ້​ຊີ້​ໃຫ້​ພວກ​ເຮົາ​ເຫັນ​ເຖິງ ຄວາມ​ອັນ​ຕະລາຍ ທີ່ຫຼາກຫຼາຍ​ທີ່​ຕິດ​ພັນ​ກັບ​ການ​ຂຸດ​ຄົ້ນ​ແຮ່​​ແບບ​ຜິດ​ກົດ​ໝາຍ. ມີຫຼາຍ​ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ຈາກ​ອຸ​ປະ​ຕິ​ເຫດ​ຄ້າຍ​ຄື​ກັນ​ນີ້ ຢູ່​ໃນ ສ​ປ​ປ ລາວ ແລະ ປະ​ເທດ​ອື່ນໆ​ອ້ອມ​ຂ້າງ.

ຫຼັງ​ຈາກ​ພະ​ຍາ​ຍາມ​ຂຸດ​ເອົາພວກ​ເຂົາ​​ອອກ​ມາແຕ່​ບໍ່​ໄດ້​ເປັນ​ຜົນ, ຄອບ​ຄົວ​ຂອງ​ຜູ້​ຊາຍ​ທັງ​ສອງ​ຄົນ ແລະ ນາຍ​ບ້ານ​ກໍ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ ລ​ຊມ​ລ ເພື່ອກອບ​ກູ້​ເອົາ​ຜູ້​ຊາຍ​ທັງ​ສອງ​ດັ່ງ​ກ່າວ. ລ​ຊມ​ລ ໄດ້​ແຈ້ງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທັນ​ທີ. ສະ​ຖານ​ທີ່​ເກີດ​ເຫດ​ກໍ​ຖື​ວ່າ ຫ່າງ​ໄກ​ສອກຫຼີກ ແລະ ທຸລະກັນການ ຕໍ່​ການ​ເຂົ້າ​ເຖິງ, ພື້ນ​ດິນ​ກໍ​ປຽກ, ບວກ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ຫີນ​ເຈື່ອນ ແລະ ຝົນ​ກໍ​ໃກ້​ເຂົ້າ​ມາທ່າມ​ກາງ​ຄວາມ​ມືດ​ມົນ​ນັ້ນ ​ແຕ່​ພະ​ນັກ​ງານ ລ​ຊມ​ລ ຫຼາຍ​ຮ້ອຍ​ຄົນດ້ວຍ​ອຸ​ປະ​ກອນ​ພິ​ເສດ ກໍ​ຍັງຕັ້ງ​ໜ້າ​ຕັ້ງ​ຕາບຸກ​ບືນ​ຢ່າງ​ບໍ່​ຢຸດ​ຢ່ອນຕະຫຼອດ​ທັງ​ຄືນ ​​ເພື່ອພະ​ຍາ​ຍາມ​ຊ່ວຍ​ເຫຼືອ​ຊີ​ວິດ​ຜູ້​ຊາຍ​ທັງ​ສອງ​ທີ່​ຄ້າງ​ຢູ່​ປ່ອງ​ອຸ​ມົງ. ປະ​ມານ 14 ຊົ່ວ​ໂມງ​ຜ່ານ​ໄປ, ທີມ​ງານ​ຂຸດ​ຄົ້ນ​ຂອງ ລ​ຊມ​ລ ກໍ​ສາ​ມາດ​ສ້າງຖ້ານ ​ເພື່ອ​ໃຫ້ລົດ​ຈົກ​ສາ​ມາດ​ເຂົ້າ​ເຖິງ​ພື້ນ​ທີ່​ໄດ້ ແລະ ສາ​ມາດກອບ​ກູ້​ເອົາ​ຜູ້​ຊາຍ​ທັງ​ສອງ​ຄົນ​ດັ່ງ​ກ່າວ​ອອກ​ມາ​ໄດ້​ຢ່າງ​ປອດ​ໄພ. ມາ​ຮອດ​ປັດ​ຈຸ​ບັນ, ພວກ​ກ່ຽວ​ພວມ​ຟື້ນ​ຟູ​ຕົວ​ຢູ່​ໂຮງ​ໝໍ ທ່າມ​ກາງ​ສະ​ມາ​ຊິກ​ຄອບ​ຄົວ​ທີ່​ໂລ່ງອົກ​ໂລ່ງ​ໃຈ, ​ທັງ​ສອງ​ຄົນມີ​ບາດ​ແຜ ແລະ ຈຸດ​ຊ້ຳ​ເລັກ​ໜ້ອຍ, ໂຊກ​ດີ​ທີ່​ຍັງ​ມີ​ຊີ​ວິດ​ຢູ່.

ທ່ານ ພໍ ແຮ​ຣິ​ສ໌, ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາ​ມ​ກັງ​ວົນ​ເປັນ​ຢ່າງຍິ່ງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຊາວ​ບ້ານ​ຈຳ​ນວນ​ໜຶ່ງ ລວມ​ທັງ​ຄອບ​ຄົວ​ຂອງ​ຜູ້​ຊາຍ​ທັງ​ສອງ ເຊິ່​ງ​​ອັນ​ຕະ​ລາຍອາດ​ເຖິງ​ແກ່​ຊີ​ວິດ​ໄດ້ ຖ້າ​ຫາກ​ເກີດ​ດິນ​ເຈື່ອນ​ໄປ​ປິດ​ປ່ອງ​ອຸ​ມົງ. ການ​ກະ​ທຳ​ຂອງ​ຜູ້​ຄ້າ​ຂາຍ​ແຮ່​ຜິດ​ກົດ​ໝາຍ​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ຊຸມ​ຊົນຫຼາຍ​ສິບ​ຄົນ​ຕົກ​ຢູ່​ໃນ​ຄວາມ​ອັນ​ຕະ​ລາຍ. ພວກ​ເຮົາ​ພາ​ວະ​ນາ​ໃຫ້​ຜູ້​ອື່ນ​ໆຖື​ອຸ​ປະ​ຕິ​ເຫດ​ຄັ້ງ​ນີ້​ເປັນ​ບົດ​ຮຽນ, ຄິດ​ເຖິງ ຄອບ​ຄົວ, ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ, ສາ​ມີ-ພັນ​ລະ​ຍາ ແລະ ລູກ​ຂອງ​ຕົນ ກ່ອນ​ທີ່​​ຈະຕັດ​ສິນ​ໃຈ​ເຮັດ​ໃນ​ສິ່ງ​ທີ່​ສ່ຽງ​​ເຊັ່ນ​ນີ້​ໃນ​ອະ​ນາ​ຄົດ.”

ລ​ຊມ​ລ ໄດ້​ລາຍ​ງານ​ອຸ​ປະ​ຕິ​ເຫດ​ດັ່ງ​ກ່າວ​ນີ້ ຕໍ່ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່, ເມືອງວິ​ລະ​ບູ​ລີ ແລະ ແຂວ​ງ​ສະ​ຫວັນ​ນະ​ເຂດ. ນອກ​ຈາກ​ນັ້ນ ກໍ​ຈະ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ຊຸມ​ຊົນທ້ອງ​ຖິ່ນ ແລະ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ ປູກ​ຈິດ​ສຳ​ນຶກ ແລະ ຢຸດ​ຕິຜູ້​ຄ້າ​ຂາຍ​ແຮ່​ແບບ​ຜິດ​ກົດ​ໝາຍ ທີ່​ເຮັດ​ໃຫ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ມີ​ຄວາມ​ສ່ຽງ ກໍ​ຄື ເພື່ອ​​ການປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸ​ປະ​ຕິ​ເຫດ​ເຊັ່ນ​ນີ້​ຂຶ້ນ​ອີກ​ໃນ​ອະ​ນາ​ຄົດ.


ການ​ສ້າງ​ທາງ​ເຂົ້າຫາ​ຜູ້​ຕິດ​ໃນ​ປ່ອງ​ອຸ​ມົງ/Creating the entrance