ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ປົກ​ປັກ​ຮັກ​ສ​າ​ມໍ​ລະ​ດົກ​​ທາງວັດ​ທະ​ນະ​ທຳ ທີ່​ມີ​ອາ​ຍຸຫຼາຍ​ພັນ​ປີ

ສິງຫາ 11, 2022

10 ກຸມ​ພາ 2022

 

ມື້ນີ້, ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ມອບ​ວັດ​ຖຸ​ບູ​ຮານ 1320 ລາຍ​ການ​ ທີ່ຄົ້ນ​ພົບ​ໃນ​ເຂດ​ບໍ່​ຄຳ-ທອງ​ເຊ​ໂປນ ໂດຍ​ທີມ​ງານ​ນັກ​ບູ​ຮານ​ວິ​ທະ​ຍາ​ທີ່​ທຸ້ມ​ເທ ໃຫ້​ແກ່​ລັດ​ຖະ​ບານ​ລາວ. ວັດ​ຖຸ​ບູ​ຮານ​ເຫຼົ່າ​ນີ້ປະ​ກອ​ບ​ ດ້ວຍເຄື່ອ​ງ​ທີ່​ເຮັດ​ຈາກ ຫີນ, ທອງ, ເຫຼັກ, ເຄື່ອງ​ປັ້ນ​ດິນ​ເຜົາ, ເບົ້າຫຼອມ ແລະ ແກ້ວ. ​

ນັບ​ຕັ້ງ​ແຕ່​ປີ 2008, ​ລ​ຊມ​ລ ໄດ້​ລົງ​ທຶນກວ່າ US$1,6 ລ້ານ​ ເຂົ້າ​ໃສ່​ໃນ​ການ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ທາງ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ລາວ ທີ່​ມີ​ດົນ​ກວ່າ 3.000 ປີ ໂດຍ​ຜ່ານ​ການ​ຮ່ວມ​ມື​ກັບ ກົມ​ມໍ​ລະ​ດົກ, ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ແລະ ມະ​ຫາ​ວິທະ​ຍາ​ໄລ​ ເຈມ​ສ໌​ຄຸກ ຂອງ​ປະ​ເທດ​ອົດ​ສະ​ຕ​ຣາ​ລີ. ການຮ່ວມມືດັ່ງກ່າວ ໄດ້ສະໜັບສະໜູນວຽກງານພາກສະໜາມ ທີ່ມີລັກສະນະພິເສດໃນລະດັບຊຸມຊົນທ້ອງຖິ່ນ, ລະດັບປະເທດ ແລະ ສາກົນ ເຊິ່ງໄດ້ມີອາສາສະໝັກທີ່ເປັນນັກສຶກສາຈາກນະຄອນຫຼວງວຽງຈັນ, ຊຸມຊົນທ້ອງຖິ່ນ, ປະເທດອົດສະຕຣາລີ, ນັກບູຮານວິ​ທະ​ຍາ, ແລະ ເຈົ້າໜ້າທີ່ຈາກກົມມໍລະດົກປະຈຳຢູ່ບໍ່ຄຳ-ທອງ ເຊໂປນ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນວຽກງານສຶກສາ-ຄົ້ນຄວ້າ​ບູ​ຮານ​ວິ​ທະ​ຍາ ແລະ ເຜີຍ​ແຜ່​ຜົນ​ການ​ຄົ້ນ​ຄວ້າ​ສູ່​ເວ​ທີ​ສາ​ກົນ.

ທ່ານ ວັນ​ສີ ກົ​ວມົວ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແລະ ເຈົ້າ​ໜ້າ​ທີ່ ຈາກ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ເມືອງວິ​ລະ​ບູ​ລີ ກໍ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ຮັບ​ໃນ​ຄັ້ງ​ນີ້ ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍ​ໄດ້​ຮັບ​ຮູ້ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ບໍ​ລິ​ສັດ ໃນການ​ສະ​ໜັບ​ສະ​ໜູນ​ ​ທີ່​ມີ​ມາ​ຢ່າງຍາວ​​ນານ​ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ເຫັນ​ໄດ້​ຄວາມ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ໃນ ສ​ປ​ປ ລາວ.

ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ (ທີ 2 ຂວາ) ແລະ ທ່ານພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ທີ 2 ຊ້າຍ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາທາງບູຮານວິທະຍາ ແລະ ປົກປັກຮັກສາມໍລະດົກວັດທະນາທໍາ ແລະ ມອບຮັບວັດຖຸບູຮານກວ່າ 1320 ລາຍການ ໃຫ້ແກ່ພາກລັດ ໂດຍການເປັນສັກຂີພິຍານຂອງທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ດ້ານຫຼັງຂວາ) ແລະ ທ່ານ ສົມບູນ ຣາຊະສົມບັດ, ທີ່ປຶກສາກິດຕິມະສັກ ບໍລິສັດ ລຊມລ (ດ້ານຫຼັງຊ້າຍ).
ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ (ທີ 2 ຂວາ) ແລະ ທ່ານພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ທີ 2 ຊ້າຍ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາທາງບູຮານວິທະຍາ ແລະ ປົກປັກຮັກສາມໍລະດົກວັດທະນາທໍາ ໂດຍການເປັນສັກຂີພິຍານຂອງທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຕາງໜ້າຈາກສູນກາງ, ແຂວງສະຫວັນນະເຂດ ແລະ ເມືອງວິລະບູລີ.
ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ (ຂວາ) ມອບຕູ້ວາງສະແດງວັດຖຸບູຮານ ໃຫ້ແກ່ ທ່ານນາງ ວັນເພັງ ແກ້ວປັນຍາ, ອຳນວຍການຫໍພິພິດຕະພັນແຫ່ງຊາດ ມູນຄ່າ 144 ລ້ານກີບ.

ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ​ບໍ​ລິ​ສັດ ລ​ຊມ​ລ ໄດ້ມອບວັດຖຸບູຮານດັ່ງກ່າວ ຈຳ​ນວນ 1320 ລາຍ​ການໃຫ້ແກ່ ທ່ານພະ​ຂັນ​ໄຊ ສີ​ຄັນ​ໄຊ ຫົວ​ໜ້າ​ກົມ​ມໍ​ລະ​ດົ​ກ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ.

ວັດ​ຖຸ​ບູ​ຮານ​ເຫຼົ່າ​ນີ້​ຈະ​ໄດ້​ນຳ​ໄປ​ຈັດ​ວາງ​ສະ​ແດງເພື່ອ​ການ​ຮ​ຽນ​ຮູ້​ຢູ່​ທີ່ ຫໍພິພິດທະພັນແຫ່ງຊາດ, ຫໍພິພິດທະພັນແຂວງສະຫວັນນະເຂດ, ຫໍ​ວັດ​ທະ​ນະ​ທຳ​ເມືອງວິ​ລະ​ບູ​ລີ ແລະ ​ກົມ​ມໍ​ລະ​ດົກ​. ບໍ​ລິ​ສັດ ລ​ຊມ​ລ ໄດ້​ມອບ​ວັດ​ຖຸ​ບູ​ຮານຫຼາຍກວ່າ 7881 ລາຍ​ການ​ໃນ​ປີ 2019, ແລະ 208 ລາຍ​ການ​ໃນ​ເດືອນ​ກຸມ​ພາ 2022 ໃຫ້​ແກ່​ລັດ​ຖະ​ບານ​ລາວ ແລະ ສະ​ໜອງ​ຕູ້​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​ມູນ​ຄ່າກວ່າ 144 ລ້ານ​ກີບ ໃຫ້​ແກ່​ຫໍ​ພິ​ພິ​ດຕະ​ພັນ​ແຫ່ງ​ຊາດລາວ.

ທັງ​ສອງ​ຝ່າຍ​ໄດ້​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ເພື່ອເສີມ​ຂະ​ຫຍາຍ​ບັນ​ດາຫຼັກ​ການ​ຮ່ວມ​ມືໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃນ​ອະ​ນາ​ຄົດ.

ທ່ານ ສະ​ໝານ​ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ ລ​ຊມ​ລ ໄດ້​ກ່າວ​ວ່າ: “ມື້ນີ້ ເປັນ​ນິ​ມິດ​ໝາຍ​ອັນ​ດີ​ຂອງ​ການ​ຮ່ວມ​ຫຼາຍກວ່າ​ໜຶ່ງ​ທົດ​ສະ​ວັດ ກັບ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ຖະ​ນະ​ທຳ ແລະ ທ່ອງ​ທ່ຽວ. ນີ້​ເປັນ​ຂີດ​ໝາຍ​ທີ່​ສຳ​ຄັນ​ໃນ​ການ​ເປັນ​ຄູ່​ຮ່ວມ​ງານ​ຂອງ ລ​ຊມ​ລ. ບໍ​ລິ​ສດ ລ​ຊມ​ລ ມຸ່ງ​ໝັ້ນ​ໃນ​ການ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ ກັບ​ຄູ່​ຮ່ວມ​ງານຂອງ​ກະ​ຊວງ ອີກ​ຢ່າງ​ໜ້ອຍ​ສິບ​ປີ ຈົນ​ກວ່າ​ຈະ​ສິ້ນ​ສຸດ​ອາ​ຍຸ​ການບໍ່​ແຮ່ ເພື່ອ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ລາວ.

​ກາ​ນ​ຄົ້ນ​ພົບ​ວັດ​ຖຸ​ບູ​ຮານ ແລະ ແຫຼ່ງ​ບູ​ຮານ​ວິ​ທະ​ຍາ​ທີ່​ສຳ​ຄັນ​ເຫຼົ່າ​ນີ້ ໃນ​ຂົງເຂດອ້ອມ​ຂ້າງບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ເປີດ​ປະ​ຕູ​ສູ່ຄວາມ​ສີ​ວິ​ໄລ​ຂອງອາ​ລິ​ຍະ​ທຳ​ບູ​ຮານ​ທີ່​ໜ້າ​ຕື່ນ​ເຕັ້ນ ທີ່​ສະ​ແດງ​ໃຫ້​ພວກ​ເຮົາ​ເຫັນ​ວ່າ ບັນ​ພະ​ບູ​ລຸດ​ຂອງ​ພວກ​ເຮົາ​ໄດ້​​ມີ​ຊີ​ວິດ​ຢູ່ແນວ​ໃດ​ໃນຫຼາຍ​ພັນ​ປີ​ກ່ອນ​ໜ້າ​ນີ້. ໃນ​ເດືອນ ມີ​ນາ 2018, ຄະ​ນະ​ບູ​ຮານ​ວິ​ທະ​ຍາ ໄດ້​ຄົ້ນ​ພົບ​ໄມ້​ຄຳ-ກັນ​ພັງ​ຢູ່​ໃນ​ຂຸມ​ສ້າງ​ບໍ່​ແຮ່​ທອງ​ໃນ​ສະ​​ໄໝ​ບູ​ຮານຫຼາຍກວ່າ 200 ຂຸມ​ບໍ່ ທີ່​ມີ​ອາ​ຍຸຫຼາຍກວ່າ 3000 ປີ​ກ່ອນໜ້​າ​ນີ້ ແລະ ບາງ​ລາຍ​ການກໍ່​ມີ​ອາ​ຍຸຫຼາຍກວ່າ​ສິບ​ພັນ​ປີ.

ທ່ານ ປອ ທອງລິດ ຫຼວງໂຄດ, ຮອງຫົວໜ້າກົມມໍລະດົກ (ທີ 2 ຂວາ) ໄດ້ອະທິບາຍເບື້ອງເລິກກ່ຽວກັບວັດທຸບູຮານແຕ່ລະລາຍການໃຫ້ແກ່ຜູ້ເຂົ້າຮ່ວມພິທີມອບຮັບ.

ການ​ຂຸດ​ຄົ້ນ​ບໍ່​ແຮ່ມີ​ຄວາມ​ສຳ​ຄັນ​ຕະຫຼອດໄລ​ຍະປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງ​ມະ​ນຸດ. ເມືອງວິ​ລະ​ບູ​ລີ ຖືກ​ຮັບ​ຮູ້​ໃນ​ລະ​ດັບ​ສາ​ກົນວ່າ ​ເປັນໜຶ່ງ​ໃນ​ເຂດທຳ​ອິດທີ່​ມີ​ການ​ຂຸດ​ຄົ້ນ​ບໍ່​ແ​ຮ່ ແລະ ສະ​ຖານ​ທີ່​ໂລ​ຫະ​ກິດ ​ຢູ່ ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການ​ຂຸດ​ຄົ້ນ-ປຸງ​ແຕ່ງ​ແຮ່​ທາດ​ໃນ​ສະ​ໄໝ​ບູ​ຮານ​ຢູ່​ໃນ​ຂົງ​ເຂດ​ນີ້ ແມ່ນ​ໄດ້​ສືບ​ຕໍ່​ປະ​ຕິ​ບັດ​ກັນ​ມາ​ຈົນ​ເຖິງ​ປະ​ມານ 1300 ປີ​ກ່ອນ (ຄ​ສ 700) ເຊິ່ງ ເປັນ​ໄລ​ຍະ​ທີ່ ຜູ້​ຄົນ​ໄດ້​ຂຸດ​ຄົ້ນ-ຫຼໍ່ຫຼອມ​ແຮ່​ທອງ​ທີ່​ອຸ​ດົມ​ສົມ​ບູນ​ຢູ່​ໃນ​ຈຸດ ‘ເປີ້ນເບົ້າຫຼໍ່’ ແລະ ຢູ່ທີ່ ‘ທົ່ງນາເງືອກ’.

ວັດຖຸບູຮານອື່ນໆທີ່ຄົ້ນຄົບໃນ​ບໍ​ລິເວນນີ້ ແມ່ນລວມມີອຸປະກອນນຳໃຊ້ໃນການຂຸດຄົ້ນແຮ່ ເຊັ່ນ: ຂັ້ນໄດໄມ້ກົມ ແລະ ລູກໝາກລໍ້-ລ໋ອກ, ໄມ້ຄ້ຳ, ກະຕ່າໄມ້ໄຜ່ ແລະ ເຊືອກຫວາຍ; ຄ້ອງບ້າງທອງສຳລິດ (ທອງເຫຼືອງ) ຈາກຍຸກທອງເຫຼືອງ ເຊິ່ງວາງສະແດງໄວ້ຢູ່ທີ່ຫໍພິພິດທະພັນແຫ່ງຊາດໃນປັດຈຸບັນ; ກ້ອນທອງ, ເຄື່ອງປັ້ນດິນເຜົາ, ກະດິງທອງສຳລິດ, ເຄື່ອງປະດັບ, ເຄື່ອງໃຊ້ໃນພິທີກຳເສັ່ນໄຫວ້ ແລະ ວັດຖຸບູຮານອື່ນໆ ເຊິ່ງຊີ້ໃຫ້ເຫັນວ່າ ປະເທດລາວໃນອະດີດ ເປັນສະຖານ​ທີ່ປະຫວັດສາດທີ່ສຳຄັນຍິ່ງໃນ ພາກພື້ນແຫ່ງນີ້.