ການປັບປຸງຝາຍນາກະຊິນ ສົ່ງເສີມກະສິກຳ ແລະ ການຮັບປະກັນສະບຽງອາຫານ

ກັນຍາ 09, 2022

15 ສິງຫາ 2022 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ໄດ້ມອບຝາຍນາກະຊິນ ແລະ ລະບົບຊົນລະປະທານທີ່ໄດ້ຮັບການຍົກລະດັບ ແລະ ສ້ອມແປງ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ການຮັບປະກັນສະບຽງອາຫານໃຫ້ແກ່ປະຊາຊົນບ້ານນາກະຊິນ ແລະ ບ້ານເມືອງຫຼວງ ມູນຄ່າກວ່າ USD$73,230.

ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ ໄດ້ມອບໂຄງການດັ່ງກ່າວໃຫ້ແກ່ອຳນາດການປົກຄອງບ້ານນາກະຊິນ ແລະ ບ້ານເມືອງຫຼວງ ໂດຍການເປັນສັກຂີພິຍານຂອງທ່ານ ວາລິຍະ ສີຈັນທອງທິບ, ເຈົ້າເມືອງວິລະບູລີຜູ້ໃໝ່.

ໃນເບື້ອງຕົ້ນ, ຝາຍນາກະຊິນໄດ້ຮັບການກໍ່ສ້າງ ແລະ ມອບໃຫ້ຊຸມຊົນນຳໃຊ້ ໃນວັນທີ 12 ສິງຫາ 2020 ໂດຍໄດ້ຮັບການສະໜອງທຶນຈາກກອງທຶນພັດທະນາທ້ອງຖິ່ນຂອງບໍລິສັດ ລຊມລ ມູນຄ່າ $US95,249. ເນື່ອງຈາກສະພາບຝົນຕົກໜັກ ເຮັດໃຫ້ຄັນຄູເກີດເຊາະເຈື່ອນ ແລະ ເສຍຫາຍ ຈຶ່ງເຫັນໄດ້ເຖິງຄວາມຈຳເປັນໃນການປັບປຸງ ເພື່ອສະໜັບສະໜູນການຜະລິດກະສິກຳໃນເຂດດັ່ງກ່າວ. ສະນັ້ນໃນວັນທີ 7 ມີນາ 2022 ຈຶ່ງໄດ້ເລີ່ມລົງມືສ້ອມແປງ ແລະ ຍົກລະດັບຝາຍດັ່ງກ່າວ.

ກອງທຶນພັດທະນາທ້ອງຖິ່ນມີຈຸດປະສົງໃນການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ໂດຍການເຂົ້າເຖິງ ການບໍລິການພື້ນຖານ ແລະ ໃຫ້ສິດອຳນາດແກ່ປະຊາຊົນ ແລະ ເມືອງໃນການຈັດຕັ້ງ ແລະ ບັນລຸບູລິມະສິດການພັດທະນາຂອງຕົນເອງ ດ້ວຍການມີສ່ວນຮ່ວມ ແລະ ນຳພາຈາກຊຸມຊົນ. ໂຄງການສ້ອມແປງຝາຍນາກະຊິນ ແມ່ນໂຄງການຕົວແບບໃນການມີສ່ວນຮ່ວມຈາກຊຸມຊົນທ້ອງຖິ່ນ, ອຳນາດການປົກຄອງທ້ອງຖິ່ນ ດ້ວຍການປະກອບສ່ວນຢ່າງຫ້າວຫັນດ້ານແຮງງານ ແລະ ການປະກອບສ່ວນຫີນຈຳນວນ 1000 ແມັດກ້ອນ ຈາກບໍລິສັດທ້ອງຖິ່ນກໍ່ຄື ຫອມມະລາ.

ໃນງານຍັງໄດ້ມີການປ່ອຍປາກວ່າ 10,000 ໂຕ ລົງໃນເຂດວັງສະຫງວນ.

ທ່ານ ສະໝານ ອະເນກາ ກ່າວວ່າ: “ຂ້າພະເຈົ້າຫວັງວ່າ ອຳນາດການປົກຄອງເມືອງ, ອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ຜູ້ມີສ່ວນຮ່ວມທັງໝົດຈະຊ່ວຍກັນປົກປັກຮັກສາໂຄງການ, ອ່າງນ້ຳ, ຝາຍ, ແລະ ວັງສະຫງວນ. ການເປັນເຈົ້າຂອງໂຄງການເຫຼົ່ານີ້ຂອງຊຸມຊົນ ຈະຍືດອາຍຸການນຳໃຊ້ ແລະ ໃຫ້ປະໂຫຍດສູງສຸດ ແລະ ຍືນຍົງ ດ້ວຍການເພີ່ມຜົນຜະລິດດ້ານກະສິກຳ ແລະ ການຮັບປະກັນສະບຽງອາຫານ”.

ການສະໜັບສະໜູນຂອງກອງທຶນພັດທະນາທ້ອງຖິ່ນ ແມ່ນບົນພື້ນຖານຂອງ 3 ເສົາຄ້ຳຫຼັກ – ການປັບປຸງການຮັບປະກັນສະບຽງອາຫານ, ສຸຂະພາບ ແລະ ການສຶກສາ ສຳລັບຄົນຮຸ່ນໃໝ່. ມາຮອດປະຈຸບັນ ກອງທຶນໄດ້ປະກອບສ່ວນກວ່າ $US11 ລ້ານ ເຂົ້າໃນການສ້າງໂຮງຮຽນ, ຖະໜົນຫົນທາງ, ຫ້ອງນ້ຳ, ໜອງປາ, ນ້ຳສະອາດ, ຕາໜ່າງໄຟຟ້າ ແລະ ໂຄງລ່າງພື້ນຖານການພັດທະນາອື່ນໆ ຊຶ່ງສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃນເມືອງວິລະບູລີ ຫຼາຍກວ່າ 40,000 ຄົນ