ຫົວໜ້າຄຸມງານ - ປ້ອງກັນຄວາມສະຫງົບ
ຂໍ້ມູນເລກລຸ້ນ: 17 ກ.ພ. 2026
ປະເພດວຽກ: Other
ປະເພດວຽກ: Full Time
ສະຖານທີ່ເຮັດວຽກ: Sepon Site
ວັນທີປິດ: 02 ມ.ນ. 2026

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າສາຍງານ - ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕຳ​ແໜ່ງ ຫົວ​ໜ້າ​ຄຸມ​ງານ - ​ປ້ອງ​ກັນ​ຄວາມ​ສະ​ຫງົບ ມີໜ້າທີ່ປ້ອງກັນການສູນເສຍໂດຍຮັບປະກັນວ່າມີແຜນຍຸດທະສາດທີ່ມີປະສິດທິພາບ ດ້ານການກະກຽມພ້ອມ, ການຝຶກອົບຮົມ, ແລະ ການບຳລຸງຮັກສາໃນທຸກຂົງເຂດຄວາມຮັບຜິດຊອບຂອງພະແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ໃຫ້ຄຳແນະນຳ, ຊ່ວຍເຫຼືອ ແລະ ຝຶກອົບຮົມໃຫ້ກັບພະນັກງານ​ປ້ອງ​ກັນ​ຄວາມ​ສະ​ຫງົບລ້ານຊ້າງ ແລະ ພະນັກງານຂອງຜູ້ຮັບເໝົາ.

ຄວາມ​ຮັບ​ຜິດ​ຊອບຫຼັກ​ປະ​ກອບ​ມີ:

  • ຮ່ວມມືກັບຜູ້ປະສານງານດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບເພື່ອກວດກາການລາດຕະເວນແບບເຄື່ອນທີ່ ແລະ ຜູ້ຮັບເໝົາ, ຮັບປະກັນວ່າວຽກງານທັງໝົດຖືກປະຕິບັດຢ່າງຖືກຕ້ອງ.
  • ເຮັດວຽກຢ່າງໃກ້ຊິດກັບຫົວໜ້າສາຍງານດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບເພື່ອພົວພັນກັບພະແນກຕ່າງໆ, ອຳນາດການປົກຄອງທ້ອງຖິ່ນ ແລະ ແຂວງ.
  • ຕິດຕາມ ແລະ ປະເມີນຜົນການດຳເນີນງານດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ສະ​ໜາມຢ່າງຕໍ່ເນື່ອງເພື່ອປັບປຸງການປ້ອງກັນການສູນເສຍ.
  • ຕິດຕາມກິດຈະກຳການເຮັດວຽກກ່ຽວກັບ​ຈຳ​ນວນ​ພົນ, ເອກະສານ ແລະ ບົດລາຍງານ.
  • ປະຕິບັດຕາມຄຳແນະນຳທີ່ກ່ຽວຂ້ອງກັບ​ວຽກ​​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ.
  • ຊ່ວຍໃນການທົບທວນ ແລະ ຈັດຝຶກອົບຮົມດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ.
  • ສົ່ງເສີມວັດທະນະທຳການເຮັດວຽກທີ່ມີການປ້ອງກັນ​ຄວາມ​ສະ​ຫງົບ, ຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.
  • ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ສຸພາບໃນລະຫວ່າງການພົວພັນກັບທຸກຂະແໜງການ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ມີໃບຢັ້ງຢືນການຝຶກອົບຮົມ ຫຼື ຄຸນວຸດທິທີ່ກ່ຽວຂ້ອງໃນວຽກງານການຕຳຫຼວດ ຫຼື ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ.
  • ມີປະສົບການສາມປີໃນວຽກງານຮັກສາຄວາມປອດໄພໃນອຸດສາຫະກຳຂຸດຄົ້ນບໍ່ແຮ່.
  • ມີປະສົບການດ້ານການເປັນຜູ້ນໍາ.
  • ມີຄວາມຮູ້ກ່ຽວກັບຂັ້ນຕອນການສືບສວນເຫດການ.
  • ສາມາດໃຊ້ຊຸດໂປຣແກຣມ Microsoft Office ໄດ້ເປັນຢ່າງດີ, ໂດຍສະເພາະ Excel, PowerPoint ແລະ
  • ສາມາດເວົ້າ ແລະ ຂຽນ ພາສາອັງກິດໄດ້.
  • ມີໃບຂັບຂີ່ປະເພດ B.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.   ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 02 ມີນາ 2026.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200

ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgກັບຄືນໄປບ່ອນ