ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າສາຍງານ - ແຜນທີ່ ແລະ ຖານຂໍ້ມູນ, ຕຳແໜ່ງ ຊ່ຽວຊານ - ແຜນທີ່ ແລະ ຖານຂໍ້ມູນ ມີໜ້າທີ່ຊີ້ນໍາ ແລະ ປະສານງານກິດຈະກຳຕ່າງໆ ຂອງທີມງານແຜນທີໃຫ້ເປັນເລີດທາງດ້ານເຕັກນິກ. ນຳພາວິຊາການ ແລະ ສະໜອງຕາມຄວາມຕ້ອງການດ້ານແຜນທີ່ ແລະ ຂໍ້ມູນຂອງການສຳຫຼວດ. ອຳນວຍຄວາມສະດວກ, ໃຫ້ການຝຶກອົບຮົມ ແລະ ໃຫ້ຄໍາແນະນໍາແກ່ນັກທໍລະນີສາດລະດັບຕົ້ນ, ນັກທໍລະນີສາດ ແລະ ນັກທໍລະນີສາດອາວຸໂສ ທີ່ກ່ຽວຂ້ອງກັບການພັດທະນາທັກສະແຜນທີ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ຈັດການລະບົບ GIS - ສ້າງ, ປັບປຸງ ແລະ ບຳລຸງແຜນທີ່.
- ເກັບກໍາ, ວິເຄາະ Spatial Data, ຜະລິດລາຍງານ ແລະ ແຜນທີ່ໃຫ້ໜ່ວຍງານຕ່າງໆ.
- ເຮັດການຄໍານວນ ແລະ ວິເຄາະ GIS (buffer, overlay, network analysis ແລະ ອື່ນໆ).
- ອອກແບບ, ບໍລິຫານຖານຂໍ້ມູນ, ສ້າງ Database Schema ແລະ ຄວບຄຸມການນໍາເຂົ້າ/ອອກຂໍ້ມູນ.
- ປັບປຸງຄວາມປອດໄພ ແລະ ການສໍາຮອງຂໍ້ມູນ (backup).
- ສ້າງ Query ເພື່ອດຶງຂໍ້ມູນ (SQL), ເຊື່ອມລະບົບ GIS ກັບ Database ແລະ ປະສານ Spatial Data ກັບຂໍ້ມູນອື່ນໆ.
- ພັດທະນາ Web Map ຫຼື GIS Applications ແລະ ແກ້ໄຂບັນຫາຊອບແວ GIS / Database.
- ຈັດການ Server ແລະ Geo-database (PostGIS, ArcGIS Server).
- ກະກຽມແຜນທີ່ໃຫ້ມີຄຸນນະພາບສູງ, ບົດນຳສະເໜີ, ບົດລາຍງານການສໍາຫຼວດປະຈຳເດືອນ ແລະ ອື່ນໆ ຕາມຄໍາແນະນໍາ.
- ກວດ ແລະ ປັບປຸງ ລະບຽບການຮັກສາຄຸນນະພາບໃຫ້ໂຄງການເກັບຕົວຢ່າງການສຳຫຼວດຕ່າງໆ.
- ຝຶກອົບຮົມໃຫ້ນັກພະນັກງານອື່ນໃຊ້
ຄຸນວຸດທິ, ທັກສະ ແລະ ປະສົບການ:
- ຈົບການສຶກສາລະດັບປະລິນຍາຕີຂື້ນໄປໃນສາຍທໍລະນີສາດ ຫຼື ສາຂາອື່ນໆ ທີ່ກ່ຽວຂ້ອງ.
- ມີປະສົບການຢ່າງໜ້ອຍ 2 ປີ ກັບການຂຸດຄົ້ນບໍ່ແຮ່ແບບເປີດ ແລະ/ຫຼື ໃຕ້ດິນ.
- ມີຄວາມຊຳນານໃນການໃຊ້ຊອບແວສ້າງແບບຈຳລອງ ໂດຍສະເພາະ Vulcan, Leapfrog, Ore Pro3D program.
- ມີຄວາມຊຳນານໃນການໃຊ້ຊອບແວທໍລະນີວິທະຍາ ແລະ ເຄື່ອງມື ອື່ນໆເຊັ່ນ Geobank SQL, ຫຼື Microsoft Access.
- ມີທັກສະການສື່ສານພາສາອັງກິດໄດ້ດີ ທັງການຂຽນ ແລະ ການເວົ້າ.
- ມີໃບຂັບຂີ່ປະເພດ B ທີ່ຖືກຕ້ອງພ້ອມດ້ວຍປະຫວັດການຂັບຂີ່ທີ່ດີ.
- ມີຄວາມສາມາດເຮັດວຽກຫຼາຍຢ່າງ ແລະ ຈັດລຳດັບຄວາມສຳຄັນຢ່າງມີປະສິດທິພາບ.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 02 ມີນາ 2026.
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200
ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686


ກັບຄືນໄປບ່ອນ