Savannakhet Governor visits Sepon mine to review COVID-19 measures
27 August 2021
Yesterday, Savannakhet Governor, Mr Santhiphab Phomevihane and a delegation from Savannakhet Health Department visited Sepon mine and Vilabouly District to review COVID-19 preventive measures. Governor Santhiphap inspected LXML Clinic to view testing of employees, quarantine and isolation centers, contact tracing, and other preventive measures.
This week, LXML reported 7 confirmed cases including 5 contractors and 2 employees. All of the positive cases are in a stable condition in treatment facilities in Savannakhet.
With the rising number of cases in Savannakhet where our mine is located, and across Lao PDR, LXML has implemented strict measures to prevent COVID-19 at Sepon, including Antigen testing for all employees and contractors before returning to site. We have vaccinated more than 99% of our entire workforce of 5,000 people. Our team is moving quickly and working with district and provincial authorities to contact trace, test, and isolate potential cases.
We have tested 3,300 employees and contractors over the last two days, with almost 2,000 tests today all returning negative results. We aim to complete testing of our entire workforce by Sunday. To date we have had 13 positive Antigen test results that are waiting for a confirmation PCR test. We will continue testing and trace any cases to ensure the safety of our workforce and local communities.
Today LXML provided Vilabouly Hospital with antigen test kits and will continue to support the community to prevent spread of the virus.
We have strict COVID-19 prevention measures in place and will continue to work closely with all stakeholders to ensure the safety of employees, contractors, and communities close to Sepon mine.
Governor Santiphab Phomevihane hears update about COVID-19 preventive measures and situation from LXML team at Sepon mine site on 26 August 2021. ທ່ານເຈົ້າແຂວງ ສັນຕິພາບ ພົມວິຫານ ຮັບຟັງການລາຍງານກ່ຽວກັບ ມາດຕະການປ້ອງກັນ COVID-19 ແລະ ສະພາບການຢູ່ພາກສະໜາມ ຈາກ ທີມງານ ລຊມລ, ຢູ່ ພາກສະໜາເຊໂປນ ໃນວັນທີ 26 ສິງຫາ 2021.
ເຈົ້າແຂວງສະຫວັນນະເຂດ ລົງຢ້ຽມຢາມບໍ່ຄຳ–ທອງເຊໂປນ ເພື່ອຊຸກຍູ້ວຽກງານປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19
27 ສິງຫາ 2021
ມື້ວານນີ້, ເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ພ້ອມດ້ວຍຄະນະ ຈາກພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໄດ້ລົງຢ້ຽມຢາມບໍ່ຄຳ-ທອງເຊໂປນ ແລະ ເມືອງວິລະບູລີ ເພື່ອຊຸກຍູ້ວຽກງານປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19. ທ່ານ ສັນຕິພາບ ພົມວິຫານ ໄດ້ລົງກວດກາ ຄລີນິກພາກສະໜາມເຊໂປນ ເພື່ອຕິດຕາມການກວດຫາເຊື້ອພະຍາດ COVID-19, ສູນຈຳກັດບໍລິເວນ ແລະ ສູນແຍກປ່ຽວ, ການຄົ້ນຫາຜູ້ສຳຜັດໃກ້ຊິດ ແລະ ມາດຕະການປ້ອງກັນອື່ນໆ.
ໃນອາທິດນີ້, ລຊມລ ໄດ້ລາຍງານກໍລະນີຕິດເຊື້ອ 7 ຄົນ ເຊິ່ງໃນນັ້ນມີພະນັກງານບໍລິສັດຜູ້ຮັບເໝົາ 5 ກໍລະນີ ແລະ ພະນັກງານຂອງ ລຊມລ 2 ກໍລະນີ. ທັງໝົດແມ່ນ ໄດ້ເຂົ້າຮັບການປິ່ນປົວຢູ່ສູນປິ່ນປົວຂອງແຂວງສະຫວັນນະເຂດ ແລະ ພວກກ່ຽວແມ່ນມີອາການປົກກະຕິ.
ໃນຂະນະທີ່ຈຳນວນຜູ້ຕິດເຊື້ອ COVID-19 ເພີ່ມຂຶ້ນຢູ່ ແຂວງສະຫວັນນະເຂດ (ທັງເປັນທີ່ຕັ້ງຂອງ ບໍ່ຄຳ-ທອງເຊໂປນ) ແລະ ທົ່ວປະເທດ, ລຊມລ ໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນການລະບາດຂອງເຊື້ອພະຍາດ COVID-19 ຢູ່ ພາກສະໜາມເຊໂປນ ຢ່າງເຄັ່ງຄັດ ລວມທັງ ການກວດຫາເຊື້ອແບບໄວ ແອນຕີເຈັນ ສຳລັບພະນັກງານ ແລະ ຜູ້ຮັບເໝົາທຸກຄົນກ່ອນທີ່ຈະເດີນທາງເຂົ້າສະໜາມເຊໂປນ. ນອກຈາກນັ້ນ ທາງບໍລິສັດສາມາດສັກວັກຊີນ ໃຫ້ແກ່ ພະນັກງານ ແລະ ຜູ້ຮັບເໝົາ ຫຼາຍກວ່າ 99% ໃນຈຳນວນ 5,000 ຄົນ. ທີມງານຂອງບໍລິສັດໄດ້ເລັ່ງຂະບວນການປ້ອງກັນ ແລະ ຄວບຄຸມການລະບາດຄັ້ງນີ້ຢ່າງວ່ອງໄວ ແລະ ໄດ້ຕັ້ງໜ້າເຮັດວຽກຮ່ວມກັບອຳນາດການປົກຄອງເມືອງ ແລະ ແຂວງເພື່ອ ກວດຄົ້ນຫາຜູ້ສຳຜັດໃກ້ຊິດ, ກວດຫາເຊື້ອ ແລະ ແຍກປ່ຽວກໍລະນີສ່ຽງ ກໍຄື ຄວບຄຸມບໍ່ໃຫ້ມີການແຜ່ເຊື້ອໄປໃນວົງກວ້າງ.
ໃນໄລຍະສອງມື້ຜ່ານມາ, ພວກເຮົາໄດ້ມີການກວດຫາເຊື້ອ COVID-19 ແບບໄວແອນຕີເຈັນໃຫ້ພະນັກງານ ແລະ ຜູ້ຮັບເໝົາ ກວ່າ 3,300 ຄົນ ເຊິ່ງໃນນັ້ນເກືອບ 2,000 ຄົນທີ່ກວດໃນມື້ນີ້ແມ່ນໄດ້ຮັບຜົນກວດເປັນລົບ (ບໍ່ຕິດເຊື້ອ). ພວກເຮົາແນໃສ່ ກວດເຊື້ອແບບໄວແອັນຕີເຈນ ໃຫ້ແກ່ແຮງງານຂອງພວກເຮົາໃຫ້ໄດ້ຄົບທຸກຄົນພາຍໃນ ວັນອາທິດ (29 ສິງຫາ) ທີ່ຈະມາເຖິງນີ້. ມາຮອດປັດຈຸບັນ ພວກເຮົາມີ 13 ກໍລະນີ ທີ່ໄດ້ຮັບຜົນກວດເຊື້ອແບບໄວແອັນຕີເຈນເປັນບວກ ແລະ ຍັງຖ້າການຢັ້ງຢືນຈາກຜົນກວດເຊື້ອແບບ PCR. ພວກເຮົາຈະສືບຕໍ່ກວດຫາເຊື້ອ ແລະ ຄົ້ນຫາຜູ້ສຳຜັດໃກ້ຊິດ ເພື່ອຮັບປະກັນຄວາມປອດໄພຂອງແຮງງານ ແລະ ຊຸມຊົນຂອງພວກເຮົາ.
ໃນມື້ນີ້, ລຊມລ ໄດ້ມອບ ຊຸດກວດຫາເຊື້ອແບບໄວແອນຕີເຈັນ ໃຫ້ແກ່ ໂຮງໝໍເມືອງວິລະບູລີ ແລະ ຈະສືບຕໍ່ສະໜັບສະໜູນຊຸມຊົນ ໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19.
ບໍລິສັດມີມາດຕະການປ້ອງກັນ COVID-19 ຢ່າງເຄັ່ງຄັດ ແລະ ຈະສືບຕໍ່ ເຮັດວຽກຢ່າງໃກ້ຊິດກັບ ຜູ້ມີສ່ວນຮ່ວມທຸກຂັ້ນ ເພື່ອຮັບປະກັນຄວາມປອດໄພ ຂອງພະນັກງານ, ຜູ້ຮັບເໝົາ ແລະ ຊຸມຊົນ ອ້ອມຂ້າງບໍ່ຄຳ-ທອງເຊໂປນ.
Vilabouly District Governor Mr Khamphouy Sibouheuang (left) receives 500 COVID-19 Antigen test kits handed by LXML Managing Director Mr Saman Aneka (right) at Vilabouly District Hospital, Savannakhet Province. ທ່ານ ຄຳຜຸຍ ສີບຸນເຮືອງ, ເຈົ້າເມືອງວິລະບູລີ (ຊ້າຍ) ຮັບ ຊຸດກວດຫາເຊື້ອ COVID-19 ແບບໄວແອນຕີເຈັນ ຈຳນວນ 500 ຊຸດ ມອບໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ (ຂວາ) ທີ່ໂຮງໝໍເມືອງວິລະບູລີ, ແຂວງສະຫວັນນະເຂດ.