Mr Wang Jianhua, Chairman of Chifeng Jilong Gold, visits H.E. Sommad Pholsena, Vice President, National Assembly, and Vice Minister for Energy and Mines, Thongphat Inthavong, in Vientiane, Laos
05 August 2021
Chifeng Jilong Gold Chairman Mr Wang Jianhua made a courtesy call on National Assembly Vice President Mr Sommad Pholsena, and Vice Minister of Energy and Mines Mr Thongphat Inthavong on 4 August 2021 during his second visit to Laos, following Chifeng’s takeover of Lane Xang Minerals Limited’s (LXML) Sepon Mine in 2018. Mr Wang reported positive progress at Sepon mine and confirmed that Chifeng is planning to expand its presence in Lao PDR.
Mr Wang thanked the Lao Government for its support for LXML and Sepon mine.
Chifeng recommenced gold production in 2020 and extended the life of LXML’s Sepon mine so it can continue to deliver economic benefits to Lao PDR.
“Safety and environmental protection are the most important priorities in mining” said Mr Wang Jianhua, Chifeng Jilong Gold Chairman.
LXML is a model enterprise in Lao PDR and is consistently awarded an A+ rating by the Ministry of Energy and Mines for maintaining international mining, environmental protection, community development, and safety standards.
“I am pleased to witness the progress of the Sepon operation during a challenging time with the global COVID-19 pandemic,” added Mr Wang. “Chifeng reaffirm our commitment to cooperate closely with the Lao Government to support employment and economic development in Lao PDR, and through this global pandemic.”
H.E. Mr Sommad Pholsena, Vice President of the Lao National Assembly praised Chifeng and LXML’s support during the COVID-19 pandemic. LXML has contributed over US$370,000 to the Lao Government for vaccines, testing, health workers, quarantine, rescue foundations, and other emergency support.
ທ່ານ ຫວາງ ຈ້ຽນຫົວ, ປະທານ ບໍລິສັດ ຊືເຟິງ ຈີຫຼົງຂຸດຄົ້ນຄຳ (ຊ້າຍ) ເນື່ອງໃນໂອກາດຢ້ຽມຄຳນັບທ່ານ ທອງພັດ ອິນທະວົງ – ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຂວາ) ພ້ອມຄະນະທັງສອງຝ່າຍ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງວັນທີ 4 ສິງຫາ 2021. Minister of Energy and Mines Mr Thongphat Inthavong (right) and Mr Wang Jinhua, Chifeng Jilong Gold Chairman (left)along with delegates from both sides at the Ministry of Energy and Mines on 4 August 2021.
ທ່ານ ຫວາງ ຈ້ຽນຫົວ, ປະທານບໍລິສັດ ຊືເຟິງ ຈີຫຼົງຂຸດຄົ້ນຄຳ ຢ້ຽມຄຳນັບພະນະທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ແລະ ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
05 ສິງຫາ 2021
ໃນວັນທີ 4 ສິງຫາ 2021 ປະທານບໍລິສັດ ຊືເຟິງ ຈີຫຼົງຂຸດຄົ້ນຄຳ ໄດ້ຢ້ຽມຄຳນັບທ່ານ ສົມມາດ ພົນເສນາ – ຮອງປະທານສະພາແຫ່ງຊາດ ແລະ ທ່ານ ທອງພັດ ອິນທະວົງ – ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເນືຶ່ອງໃນໂອກາດທີ່ທ່ານ ມາຢ້ຽມຢາມ ສປປ ລາວ ເຊິ່ງເປັນ ຄັ້ງທີສອງ ຕັ້ງແຕ່ ບໍລິສັດ ຊືເຟິງ ໄດ້ກ້າວມາເປັນຜູ່ຖືຮຸ້ນສ່ວນໃຫຍ່ໃນບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ–ທອງເຊໂປນ ນັບແຕ່ປີ 2018 ເປັນຕົ້ນມາ. ທ່ານ ຫວາງ ໄດ້ລາຍງານຄວາມຄືບໜ້າຂອງໂຄງການຄຳ–ທອງ ເຊໂປນ ພ້ອມທັ້ງຢັ້ງຢືນແຜນການຂະຫຍາຍກິດຈະການດັ່ງກ່າວໃນ ສປປ ລາວ.
ທ່ານ ຫວາງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ລຊມລ ແລະ ບໍ່ຄຳ-ທອງ ເຊໂປນ ສະເໝີມາ.
ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ ລິມິເຕັດ ໄດ້ກັບຄືນມາຜະລິດຄຳ ໃນປີ 2020 ແລະ ຍືດອາຍຸບໍ່ຄຳ-ທອງ ເຊໂປນ ອອກໄປອີກ ເຮັດໃຫ້ສາມາດສືບຕໍ່ສ້າງຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ ສປປ ລາວ.
ທ່ານ ຫວາງ ຈ້ຽນຫົວ, ປະທານ ບໍລິສັດ ຊືເຟິງ ຈີຫຼົງຂຸດຄົ້ນຄຳ ໄດ້ກ່າວວ່າ “ຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ເປັນບຸລິມະສິດສຳຄັນທີ່ສຸດໃນຂະແໜງການບໍ່ແຮ່.”
ລຊມລ ເປັນວິສາຫະກິດແບບຢ່າງໃນ ສປປ ລາວ ທີ່ໄດ້ຮັບກຽດຕິສັກໃນລະດັບດີເລີດໃນຂັ້ນ (A+) ຈາກກະຊວງພະລັງງານ ແລະ ບໍ່ແຮ່ ໃນດ້ານການປະຕິບັດໄດ້ ດຳເນີນການຂຸດຄົ້ນບໍ່ແຮ່ ຕາມມາດຕະຖານສາກົນ ລວມທັງການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາຊຸມຊົນແບບມີສ່ວນຮ່ວມ ແລະ ການປະຕິບັດມາດຕະຖານ ທາງດ້ານຄວາມປອດໄພ ໃນການເຮັດວຽກຂອງໂຄງການ.
ທ່ານ ຫວາງ ຍັງໄດ້ກ່າວຕື່ມອີກວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ໄດ້ເຫັນຄວາມຄືບໜ້າຂອງໂຄງການຂຸດຄົ້ນບໍ່ຄຳ-ທອງ ເຊໂປນ ທີ່ສາມາດສືບຕໍ່ດຳເນີນໄປໃນຊ່ວງໄລຍະທີ່ມີຄວາມທ້າທາຍຈາກການລະບາດຂອງພະຍາດ COVID-19. ບໍລິສັດ ຊືເຟິງ ຂໍຢັ້ງຢືນຄວາມໝາຍໝັ້ນໃນການຮ່ວມມືຢ່າງໃກ້ຊິດ ກັບ ລັດຖະບານລາວ ເພື່ອສະໜັບສະໜູນການສ້າງວຽກເຮັດງານທຳ ແລະ ການພັດທະນາເສດຖະກິດໃນ ສປປ ລາວ ກໍຄື ການຜ່ານຜ່າການລະບາດໂຄວິດນີ້ໄປນຳກັນ.”
ທ່ານ ສົມມາດ ພົນເສນາ, ຮອງປະທານ ສະພາແຫ່ງຊາດ ກໍໄດ້ໄດ້ຍ້ອງຍໍບໍລິສັດ ຊືເຟິງ ແລະ ລຊມລ ສຳລັບການສະໜັບສະໜູນໃຫ້ແກ່ພາກລັດ ໃນໄລຍະການລະບາດຂອງພະຍາດ COVID-19. ຕັ້ງແຕ່ເລີ່ມມີການລະບາດຂອງພະຍາດໂຄວິດໃນ ສປປ ລາວ, ລຊມລ ໄດ້ປະກອບສ່ວນເປັນທຶນຮອນຫຼາຍກວ່າ US$370.000 ໃຫ້ແກ່ລັດຖະບານລາວ ເພື່ອຈັດຊື້ວັກຊີນ, ສະໜັບສະໜູນວຽກງານວິເຄາະ-ກວດຫາເຊື້ອ, ກັກບໍລິເວນ, ແພດໝໍ, ໜ່ວຍກູ້ໄພ ແລະ ວຽກງານຮັບມືສຸກເສີນອື່ນໆ.
ທ່ານ ຫວາງ ຈ້ຽນຫົວ – ປະທານ ບໍລິສັດ ຊືເຟິງ ຈີຫຼົງຂຸດຄົ້ນຄຳ (ຂວາ) ໃນໂອກາດເຂົ້າຢ້ຽມຄຳນັບທ່ານ ສົມມາດ ພົນເສນາ – ຮອງປະທານ ສະພາແຫ່ງຊາດ (ຊ້າຍ) ທີ່ສະພາແຫ່ງຊາດລາວ ໃນຄັ້ງວັນທີ 4 ສິງຫາ 2021. National Assembly Vice President Mr Sommad Pholsena (left) and Mr Wang Jinhua, Chifeng Jilong Gold Chairman (right) at the Lao National Assembly on 4 August 2021.