LXML Sepon Supports Savannakhet Province in COVID-19 Response
08 June 2021
Lane Xang Minerals Limited (LXML) Sepon mine donated US$15,000 to Savannakhet Province to support COVID-19 response.
“Savannakhet province has done a tremendous job in containing the second wave of the COVID-19 pandemic, with majority being imported cases” said Mr Saman Aneka, LXML Managing Director. “We are pleased our contribution will build on this notable effort of the province in further keeping the community safe, and reviving the local economy.”
Last month, LXML donated US$100,000 to the Lao Government to support the official response to the COVID-19 pandemic in Laos. LXML also provided 116,115,000 kip to Savannakhet province to build hygiene facilities at Savannakhet Field Hospital, and 50,000,000 kip to Vilabouly District for relief efforts. LXML provided another 60,000,000 kip to Vientiane and Savannakhet rescue teams to support emergency response capacity.
To date, in partnership with the Lao Government, LXML has donated US$370,000 for COVID-19 prevention and response in Lao PDR.
These contributions enhance the Lao Government’s ability to effectively issue vaccinations and introduce other preventative measures.
Thanks to the supply of vaccines provided by the Lao Ministry of Health, especially, Savannakhet Health Division, LXML has vaccinated over 90 per cent of the workforce, about 3,300 people, in the last few weeks.
75% of LXML employees are from local Vilabouly district and Savannakhet Province.
LXML is committed to supporting the Lao Government’s efforts to combat COVID-19, and is maintaining strict measures to keep employees and communities safe from COVID-19.
Ms Lingthong Sengtavanh, Vice Governor of Savannakhet Province and Head of the Savannakhet COVID-19 Taskforce receives the US$15,000 contribution from LXML represented by Ms Ladsany Sisane, Government Relations Superintendent on 08 June 2021. ທ່ານ ນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າແຂວງສະຫວັນນະເຂດ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຮັບ ເງິນປະກອບສ່ວນ US$15,000 ຈາກ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຕາງໜ້າໂດຍ ທ່ານ ນາງ ລັດສະນີ ສີສານ, ຫົວໜ້າສາຍງານພົວພັນກັບລັດຖະບານ ໃນວັນທີ 08 ມິຖຸນາ 2021.
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ສະໜັບສະໜູນ ແຂວງ ສະຫວັນນະເຂດ ໃນການຮັບມືກັບ COVID-19
08 ມິຖຸນາ 2021
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບເງິນຊ່ວຍເຫຼືອ US$15,000 ໃຫ້ແກ່ ແຂວງສະຫວັນນະເຂດ ເພື່ອສະໜັບສະໜູນວຽກງານປ້ອງການ ແລະ ຕ້ານການລະບາດຂອງພະຍາດ COVID-19.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ. ກ່າວວ່າ “ແຂວງສະຫວັນນະເຂດໄດ້ຕັ້ງໜ້າຮັບມືກັບການສະກັດກັ້ນ ແລະ ຄວບຄຸມຄື້ນທີ 2 ຂອງການລະບາດພະຍາດ COVID-19 ສຳເລັດຕັ້ງແຕ່ຫົວທີ ຈົນມາຮອດປັດຈຸບັນສ່ວນໃຫຍ່ກໍເປັນກໍລະນີນຳເຂົ້າ-ກໍລະນີແຮງງານເດີນທາງກັບມາປະເທດຢ່າງຖືກກົດໝາຍ” ທ່ານກ່າວຕື່ມອີກວ່າ “ທາງບໍລິສັດພູມໃຈທີ່ ເງິນຊ່ວຍເຫຼືອຂອງພວກເຮົາຈະປະກອບສ່ວນສານຕໍ່ວຽກງານ ກໍຄື ຄວາມພະຍາຍາມຂອງແຂວງໃນການຮັກສາໃຫ້ຊຸມຊົນປອດໄພຈາກພະຍາດ COVID-19 ແລະ ໃນຕໍ່ໜ້າຟື້ນຟູເສດຖະກິດທ້ອງຖິ່ນ.”
ໃນເດືອນຜ່ານມາ, ລຊມລ ໄດ້ມອບ US$100,000 ໃຫ້ແກ່ລັດຖະບານລາວ ເພື່ອສະໜັບສະໜູນວຽກງານຮັບມືກັບການລະບາດພະຍາດ COVID-19 ໃນ ສປປ ລາວ. ລຊມລ ຍັງໄດ້ປະກອບສ່ວນເປັນເງິນຈຳນວນ 116.115.000 ກີບ ໃຫ້ແກ່ ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ເພື່ອກໍ່ສ້າງຫ້ອງນ້ຳ-ຫ້ອງອາບນ້ຳເພື່ອໂຮງໝໍພາກສະໜາມ ແລະ ອີກ 50.000.000 ກີບ ໃຫ້ແກ່ເມືອງວິລະບູລີ ສຳລັບວຽກງານຟື້ນຟູຕ່າງໆ. ອີກ 60,000,000 ກີບ ແມ່ນໄດ້ມອບໃຫ້ແກ່ ໜ່ວຍກູ້ໄພທີ່ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດເພື່ອສະໜັບສະໜູນຄວາມອາດສາມາດໃນການຮັບມືເຫດສຸກເສີນ ໃນໄລຍະນີ້.
ມາຮອດປັດຈຸບັນ, ໂດຍການຮ່ວມມືກັບລັດຖະບານລາວ, ລຊມລ ໄດ້ຊ່ວຍເຫຼືອ US$370,000 ສຳລັບວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ.
ການປະກອບສ່ວນເຫຼົ່ານີ້ຈະຍົກລະດັບຄວາມອາດສາມາດຂອງລັດຖະບານລາວ ໃນການສັກວັກຊີນໃຫ້ແກ່ປະຊາກອນພາຍໃນປະເທດ ແລະ ປະຕິບັດມາດຕະການປ້ອງກັນອື່ນໆ ຢ່າງມີປະສິດທິຜົນ.
ນອກຈາກນີ້ກໍຕ້ອງໄດ້ສະແດງຄວາມຂອບໃຈມາຍັງ ກະຊວງສາທາລະນະສຸກ, ໂດຍສະເພາະແມ່ນພະແນກສາທາລະນະສຸກແຂວງສະຫວັນນະເຂດ ທີ່ໄດ້ສະໜອງວັກຊີນໃຫ້ແກ່ ທາງບໍລິສັດ ເຊິ່ງມາຮອດປັດຈຸບັນ ລຊມລ ໄດ້ສັກວັກຊີນໃຫ້ແກ່ 90% ຂອງພະນັກງານໃນບໍລິສັດ ກວມເອົາປະມານ 3,300 ຄົນ ໃນໄລຍະສອງ-ສາມອາທິດຜ່ານມາ.
75% ຂອງພະນັກງານ ລຊມລ ແມ່ນຄົນທ້ອງຖິ່ນຈາກເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ.
ລຊມລ ມຸ່ງໝັ້ນເພື່ອສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານລາວ ໃນການສະກັດກັ້ນພະຍາດ COVID-19 ກໍຄື ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດເພື່ອປົກປ້ອງພະນັກງານ ແລະ ຊຸມຊົນໃຫ້ປອດໄພຈາກ COVID-19.