Last week, Lane Xang Minerals Limited (LXML) Sepon mine donated 60,000,000 kip to rescue teams in Vientiane and Savannakhet to support emergency response capacity.
The Foundation for Assisting Poor People of Laos (aka Vientiane Rescue 1623), Society Volunteer Rescue (aka Vientiane Rescue 1624), and Savannakhet Rescue were provided with a donation of 20,000,000 kip each to support emergency operations during the COVID-19 outbreak in Laos.
As Lao PDR battles the second wave of COVID-19 with community transmission in Vientiane and other provinces, rescue foundations are assisting health teams to transport confirmed cases to and from hospitals. This activity is additional to the many accidents and emergency cases rescue teams respond to 24/7, every day of the year.
“During this critical time we must not forget frontline workers, especially rescue teams and responders” said Mr Saman Aneka, LXML Managing Director. “We are pleased to support these volunteers. They are heroes working night and day in difficult conditions to protect the community from COVID19.”
Last month, LXML donated US$100,000 to the Lao Government support the official response to the COVID-19 pandemic in Laos.
LXML also provided US$10,000 to Savannakhet province to build hygiene facilities at a quarantine centre.
These contributions enhance the Lao Government’s ability to effectively issue vaccinations and introduce other preventative measures.
Over the last two weeks, LXML has vaccinated over 2,500 employees to ensure all LXML employees and host communities are safe from COVID19.


Vientiane Rescue 1624 receives 20,000,000 kip donation from LXML on 18 May 2021 / Vientiane Rescue 1623 receives 20,000,000 kip donation from LXML on 20 May 2021
ໜ່ວຍກູ້ໄພ 1624 ໄດ້ຮັບເງິນບໍລິຈາກ 20,000,000 ກີບຈາກ ລຊມລ ໃນວັນທີ 18 ພຶດສະພາ 2021 ໜ່ວຍກູ້ໄພ 1623 ໄດ້ຮັບເງິນບໍລິຈາກ 20,000,000 ກີບຈາກ ລຊມລ ໃນວັນທີ 20 ພຶດສະພາ 2021

ໜ່ວຍກູ້ໄພແຂວງສະຫວັນນະເຂດ ໄດ້ຮັບເງິນບໍລິຈາກ 20,000,000 ກີບຈາກ ລຊມລ ໃນວັນທີ 20 ພຶດສະພາ 2021 / Savannakhet Rescue receives 20,000,000 kip donation from LXML on 20 May 2021
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ສະໜັບສະໜູນໜ່ວຍກູ້ໄພ ໃນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ
ໃນອາທິດຜ່ານມາ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ບໍລິຈາກ 60,000,000 ກີບໃຫ້ແກ່ ໜ່ວຍກູ້ໄພໃນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເພື່ອສະໜັບສະໜູນຄວາມອາດສາມາດໃນການຮັບມືກັບເຫດສຸກເສີນ.
ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (ຫຼື ໜ່ວຍກູ້ໄພ 1623), ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ (ຫຼື ໜ່ວຍກູ້ໄພ 1624) ແລະ ໜ່ວຍກູ້ໄພແຂວງສະຫວັນນະເຂດ ແມ່ນໄດ້ຮັບ 20,000,000 ກີບ ຕໍ່ພາກສ່ວນ ເພື່ອສະໜັບສະໜູນວຽກງານຮັບມືເຫດການສຸກເສີນໃນໄລຍະການລະບາດຂອງພະຍາດ COVID-19 ໃນ ສປປ ລາວ.
ໃນຂະນະທີ່ ສປປ ລາວ ຮັບມືກັບຄື້ນທີສອງຂອງການລະບາດພະຍາດ COVID-19 ໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ, ໜ່ວຍກູ້ໄພແມ່ນໄດ້ຊ່ວຍທີມງານແພດໝໍໃນການສົ່ງຜູ້ຕິດເຊື້ອໄປ-ກັບຈາກໂຮງໝໍ ເຊິ່ງ ເປັນວຽກງານເພີ່ມຕື່ມຈາກ ອຸປະຕິເຫດ ແລະ ເຫດການສຸກເສີນທີ່ໜ໋ວຍກູ້ໄພ ຮັບມືທັງເວັນທັງຄື ໃນທຸກໆວັນຕະຫຼອດປີ.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ ກ່າວວ່າ: “ໃນໄລຍະວິກິດນີ້ ພວກເຮົາບໍ່ຄວນລືມພະນັກງານປະຈັນບານແນວໜ້າ ກໍຄື ໜ່ວຍກູ້ໄພ. ພວກເຮົາມີຄວາມຍິນດີທີ່ໄດ້ຊ່ວຍບັນດາອາສາສະໝັກເຫຼົ່ານີ້ ຜູ້ທີ່ເຮັດວຽກແນວໜ້າທັງເວັນທັງຄືນ ໃນໄລຍະຫຍຸ້ງຍາກນີ້ເພື່ອປົກປ້ອງ ຊຸມຊົນຂອງພວກເຮົາຈາກ ພະຍາດ COVID19.”
ໃນເດືອນຜ່ານມາ, LXML ໄດ້ມອບ US$100,000 ໃຫ້ແກ່ລັດຖະບານລາວ ເພື່ອສະໜັບສະໜູນວຽກງານຮັບມືກັບການລະບາດພະຍາດ COVID-19 ໃນ ສປປ ລາວ.
ນອກຈາກນັ້ນ, ລຊມລ ຍັງໄດ້ສະໜອງ US$10,000 ໃຫ້ແກ່ແຂວງສະຫວັນນະເຂດ ເພື່ອສ້າງຫ້ອງນ້ຳຢູ່ສູນຈຳກັດບໍລິເວນ.
ການປະກອບສ່ວນເຫຼົ່ານີ້ຈະຍົກລະດັບຄວາມອາດສາມາດຂອງລັດຖະບານລາວໃນການ ສະໜອງວັກຊີນຢ່າງມີປະສິດທິຜົນ ແລະ ນຳໃຊ້ມາດຕະການປ້ອງກັນອື່ນໆ.
ໃນສອງອາທິດຜ່ານມາ, ລຊມລ ໄດ້ ສັກວັກຊີນໃຫ້ແກ່ ພະນັກງານ 2,300 ຄົນ ເພື່ອຮັບປະກັນໃຫ້ ພະນັກງານ ລຊມລ ແລະ ຊຸມຊົນເຈົ້າພາບປອດໄພຈາກພະຍາດ COVID-19.