LXML pays US$3.4 million Royalty for Q4 2020 Gold-Copper Production
29 March 2021 – Mr Phoudong Soukhavong, Director General of State Assets Management Department, Ministry of Finance (right) received royalty payment for 4th Quarter of 2020 Copper-Gold Production of US$3,438,220.28 from Mr Paul Harris, General Manager of Lane Xang Minerals Limited (left). Deputy Head of Division of Ministry of Finance (MOF) Ms Phaivone Thoumphavanh, Deputy Head of Division MOF Mr Douangdy Phandanouvong, Technical Officer of MOF Mr Anousone Khotpathip, LXML Managing Director Mr Saman Aneka and LXML External Affairs Superintendent Ms Daomany Chanphakeo were also present to witness the handover.
This payment brings the total royalty paid to the Lao Government by LXML with respect to 2020 earnings to US$14.5 million, in addition to other revenue payments such as profit, fuel, and salary taxes.
Since production commenced in 2003, LXML Sepon has contributed over US$1.5 billion in direct revenue to the Lao Government including over US$172 million in royalties.

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ມອບຄ່າຊັບພະຍາກອນແຮ່ທາດ US$3,4 ລ້ານ ສຳລັບ ໄຕຼມາດທີ 4 ຂອງປີ 2020
29 ມີນາ 2021 – ທ່ານ ພູດົງ ສຸຂະວົງ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ໄດ້ຮັບ ຄ່າຊັບພະຍາກອນແຮ່ທາດ ຈາກ ການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງຂອງໄຕຼມາດທີ 4 ປີ 2020 ຈຳນວນ US$3.438.220,28 ມອບໂດຍ ທ່ານ ພໍ ແຮຣິສ, ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ (ລຊມລ) ໂດຍການເປັນສັກຂີພິຍານຂອງ ຮອງຫົວໜ້າພະແນກຂອງກະຊວງການເງິນ ທ່ານນາງ ໄພວອນ ທຸມພາວັນ, ຮອງຫົວໜ້າພະແນກ ທ່ານ ດວງດີ ພັນດານຸວົງ, ວິຊາການພະແນກ ທ່ານ ອານຸສອນ ໂຄດປະທິບ, ຜູ້ອຳນວຍການໃຫຍ່ ລຊມລ ທ່ານ ສະໝານ ອະເນກາ ແລະ ຫົວໜ້າພົວພັນພາຍນອກ ທ່ານນາງ ດາວມະນີ ຈັນພະແກ້ວ.
ຍອດລາຍຈ່າຍຄ່າພາສີຊັບພະຍາກອນແຮ່ທາດ ໃຫ້ແກ່ລັດຖະບານ ທັງໝົດຂອງສົກປີ 2020 ແມ່ນເທົ່າກັບ US$14,5 ລ້ານ ນອກ ຈາກ ພັນທະອື່ນໆທີ່ໄດ້ມອບເຂົ້າເປັນລາຍຮັບຂອງລັດຖະບານເປັນຕົ້ນ ອາກອນກຳໄລ, ອາກອນນ້ຳມັນເຊື້ອໄຟ ແລະ ອາກອນລາຍໄດ້.
ນັບຕັ້ງແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ມາແຕ່ປີ 2003 ເປັນຕົ້ນມາ, ທາງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນ ລາຍຮັບໂດຍກົງໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເປັນເງິນທັງໝົດ ຫຼາຍກວ່າ US$1,5 ຕື້ ລວມທັງ ຄ່າຊັບພະຍາກອນແຮ່ທາດທັງໝົດຫຼາຍກ່ວາ US$172 ລ້ານ.