ຊຸມ​ຊົນທ້ອງ​ຖິ່ນ​-ເຈົ້າ​ພາບ​ ຢ້ຽມ​ຢາມໂຄງ​ການ​ສຳຫຼວດ​ບໍ່​ແຮ່​ໃຕ້​ດິນ​ ຂອງບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ ເຊ​ໂປນ

ພຶດສະພາ 06, 2022

​ໃນ​ວັນ​ທີ 4 ພຶດ​ສະ​ພາ 2022, ​​ຄະ​ນະ​​ບ້ານ ແລະ ​ຕາງ​ໜ້າອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 4 ​ທ່ານ ຈາກບ້ານ​ເມືອງຫຼວງ ແລະ ເມືອງວິ​ລະ​ບູ​ລີ ໄດ້​ໃຫ້​ກຽດ​ມາ​ຢ້ຽມ​ຢາມ​​ການ​ສຳຫຼວດ​ບໍ່ແຮ່​ໃຕ້​ດິນ​ ຂອງ​ໂຄງ​ການ​ຂຸດ​ຄົ້ນບໍ່​ຄຳ-ທອງ ເຊ​ໂປນ ເພື່ອ​ຕິດ​ຕາມກວດ​ກາ​ ​ແລະ ຮັບ​ຮູ້ວິ​ທີ​ການ​ດຳ​ເນີນ​ການ​ສຳຫຼວດ​ບໍ່​ໃຕ້​ດິນ ແລະ ຜົນ​ກະ​ທົບ​ທີ່​ອາດ​ເກີດ​ຂຶ້ນ​. ບ້ານ​ເມືອງຫຼວງ ​ຕັ້ງຢູ່​ຫ່າງ​ຈາກ​ເ​ໝືອ​ງຂຸດ​ຄົ້ນບໍ່​ດິ​ສ​ໂກ​ເວີ​ຣີ​ ຂອງ​ບໍ່​ຄຳ-ທອງ​ເຊ​ໂປນທີ່​ເປັນ​ບ່ອນ​ເຈາະ​ທາງ​ເຂົ້າອຸ​ບ​​ໂມງ​ສຳຫຼວດ​ບໍ່​ແຮ່ ປະ​ມານ 2 ກິ​ໂລ​ແມັດ. ຄະ​ນະ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ ໄດ້ມີ​ໂອ​ກາດ​ໄດ້​ຮູ້​-ເຫັນ​ຂັ້ນ​ຕອນ​ລະ​ເບີດ​ຫີນ ເພື່ອ​ເຂົ້າ​ໄປ​ໃນ​ບໍ່​ແຮ່ໃຕ້​ດິນ ພາຍຫຼັງ​ໄດ້​ມີ​ການກວດ​​ທາງ​ເຂົ້າ​ໄປ​ສູ່​ອຸ​​ບໂມງ.

ທ່ານ ພອນ​ໄຊ ວອນ​ວິ​ມານ, ນາຍ​ບ້ານໆ​ເມືອງຫຼວງ ໄດ້​ກ່າວ​ວ່າ: “ໃນ​ປັດ​ຈຸ​ບັນ, ເຫັນ​ວ່າ: ສຽງ ແລະ ການ​ສັນ​ສະ​ເທືອນ ​​ແມ່ນແຄ່​ໄດ້​ຍິນ​ໄປ​ເຖິງ​ບ້ານຂອງ​ພວກ​ຂ້າ​ພະ​ເຈົ້າ ​ໃນ​ລະ​ດັບ​ທີ່​ເບົາ​ບາງຫຼາຍ. ຈາກການ​ໄດ້​ເຫັນ​ເອງ​ກັບ​ຕາ ຂະ​ບວນ​ການ​ລະ​ເບີດ​ຫີນ ແລະ ການເຂົ້າ​ໄປ​ໃນ​ອຸບໂ​ມງ, ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ເຂົ້າ​ໃຈຫຼາຍ​ຂຶ້ນ​ກ່ຽວ​ກັບ​ຂະ​ບວນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ ແລະ ຈະ​ຊ່ວຍ​ອະ​ທິ​ບາຍ ພ້ອມ​ທັງ​ຈະແກ້​ໄຂ​ຂໍ້​ຂ້ອງ​ໃຈ​ທີ່​ຊຸມ​ຊົນ ທີ່ອາດ​ຍົກ​ຂຶ້ນ​ ຢ່າງ​ສ້າງ​ສັນ. ​ໃນ​ໄລ​ຍະ​ຕໍ່​ໄປພວກ​ຂ້າ​ພະ​ເຈົ້າ​ຈະ​ມາ​ຢ້ຽມ​ຢາມ​ອີກ​ຄັ້ງ​ ເມື່ອ​ການ​ກໍ່​ສ້າງ​ອຸບໂ​ມງ ​ມີ​ຄວາມ​ຄືບ​ໜ້າ”

ໃຫ້​ກຽດ​ເປັນ​ເຈົ້າ​ພາບ​ຂອງ​ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້​ມີ ປະ​ທານ​​ບໍ​ລິ​ສັດ ຊື​ເຟິງ ລ​ຊມ​ລ ທ່ານ ຝູ ເຊຍ​ເຊິນ, ຜູ້​ຈັດ​ການ​​ດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ ທ່ານ ເຈ​ສັນ ຄາຍ​ລີ້.

ທ່ານ ເຈ​ສັນ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ຈັດ​ຕັ້ງ​ປະ​ຕິ​ບັດ ວິ​ທີ​ການ ​ກໍ​ຄື ຫຼັກ​ການ​ພາກ​ປະ​ຕິ​ບັດ​ທີ່​ດີ​ທີ່​ສຸດ ​ເພື່ອ​ຫລຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ຊຸມ​ຊົນ​ ໂດຍ​ໃຫ້ມີ​ໜ້ອຍ​ທີ່​ສຸດ. ພວກ​ເຮົາ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ຊຸມ​ຊົນ​ເຈົ້າ​ພາບ ແລະ ເຈົ້າ​ໜ້າ​ທີ່​ເມືອງ ເພື່ອແກ້​ໄຂ​ຂໍ້​ຂ້ອງ​ໃຈ, ປູກ​ຈິດ​ສຳ​ນຶກ-ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​​ສານ ແລະ ຮັບ​ປະ​ກັນໃຫ້ກິດ​ກະ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ໄດ້​ມີການ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ທົ່ວ​ເຖິງ”

ການ​ສຳຫຼວດ​ບໍ່​ແຮ່​ໃຕ້​ດິນ ຈະ​ສະ​ໜັບ​ສະ​ໜູນ​ອະ​ນາ​ຄົດ​ຂອງ​ບໍ່​ຄຳ-ທອງ​ ເຊ​ໂປນ ແລະ ​ປະ​ກອບ​ສ່ວນ​ຕໍ່​ກັບການ​ເຕີບ​ໂຕ​ທາ​ງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ ​ສູ່​ປີ 2033 ເປັນ​ຢ່າງ​ຕ່ຳ. ບໍ​ລິ​ສັດ ​ຊື​ເຟິງ ລ​ຊມ​ລ ມີ​ແຜນ​​ຂຸດ​ຄົ້ນບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ ໃນ ສ​ປ​ປ ລາວ ໂດຍ​ຈະຖ່າຍ​ທອດ​ຄວາມ​ຊຳ​ນິ​ຊຳ​ນານ​ງານ ແລະ ເຕັກ​ນິກ​ສະ​ເພາະ​​ໃຫ້​ແກ່ບຸກ​ຄະ​ລາ​ກອນ​ວິ​ຊາ​ການ ທີ່​ເປັນຄົນ​ລາວ ກໍ​ຄື ສ​ປ​ປ ລາວ.